ນໍ້າຕົກຕາດແພງຮ້າວ ເມືອງນາໝໍ້

  ເມືອງນາໝໍ້ມີແຫຼ່ງທ່ອງທ່ຽວທຳມະຊາດຫຼາຍແຫ່ງທີ່ມີຄວາມສວຍງາມໃນນີ້ນໍ້າຕົກຕາດແພງຮ້າວເຫັນວ່າບັນດານັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍພໍສົມຄວນເນື່ອງຈາກທີ່ຕັ້ງຢູ່ບໍ່ໄກປານໃດຈາກຕົວເມືອງໃຫຍ່ທີ່ສຳຄັນທຳມະຊາດອ້ອມຂ້າງລວມທັງນໍ້າຕົກຕາດເອງແມ່ນສຸດແສນສວຍງາມ.

  ໂດຍນັກທ່ອງທ່ຽວສາມາດລົງຫຼິ້ນນໍ້າທີ່ເຢັນສະບາຍໄດ້ຢູ່ບໍລິເວນກ້ອງນໍ້າຕົກຕາດ, ສ່ວນຕາດແຫ່ງນີ້ມີນໍ້າໂຕນຕາດ 2 ພັກທີ 1 ມີຄວາມສູງປະມານ 10-15 ແມັດ ແລະພັກທີ 2 ມີຄວາມສູງປະມານ 20-25 ແມັດ, ບໍລິເວັນຕາດຍັງມີຕົ້ນໄມ້, ປ່າໃຫຍ່ອຸດົມສົມບູນປົກຄຸ້ມ, ນໍ້າຕົກຕາດແພງຮ້າວ ເມືອງນາໝໍ້ຕັ້ງຢູ່ເຂດປ່າສະຫງວນພູຫຼັກຄຳໃກ້ກັບບ້ານຕີນສານເມືອງນາໜໍ້ ແຂວງອຸດົມໄຊຫ່າງຈາກຕົວເມືອງນາໝໍ້ໄປທາງເລກ13 ເໜືອປະມານ 30 ກວ່າກິໂລແມັດຊຶ່ງຕາດດັ່ງກ່າວແມ່ນຕັ້ງຢູ່ລະຫວ່າງຊາຍແດນຫຼວງນໍ້າ ແລະອຸດົມໄຊ, ມີທາງລົດ ແລະໄຟຟ້າໄປໃກ້ໆຊີຮອດແລ້ວຍັງພຽງແຕ່ 1km ບໍ່ທັນມີທາງລົດ.

  ເອົາເປັນວ່າບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທ່ານໃດທີ່ມີໂອກາດໄດ້ເດີນທາງໄປເມືອງນາໝໍ້ ແຂວງອຸດົມໄຊກໍຫາເວລາໄປທ່ຽວຊົມກັນໄດ້.

--------------

ຂ່າວ: ວົງມະນີ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ