ເຜີຍແຜ່ລະບຽບຈະລາຈອນໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ

 ເມື່ອອາທິດຜ່ານມາທີ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າເມືອງຄຳເກີດແຂວງບໍລິຄຳໄຊໄດ້ຈັດພິທີເຜີຍແຜ່ກົດໝາຍ, ລະບຽບຈະລາຈອນໃຫ້ໄວໜຸ່ມ-ຊາວໜຸ່ມໂດຍການເປັນປະທານຂອງທ່ານ ເຢີວື່ຈົ່ງຕູ້ ວ່າການອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີໄດ້ເຜີຍແຜ່ກົດລະບຽບຈະລາຈອນໂດຍອີງໃສ່ດຳລັດເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007 ວ່າດ້ວຍການປັບໄໝ ແລະມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນ, ການຂົນສົ່ງທາງບົກ  ແລະການປົກປັກຮັກສາທາງຫຼວງ, ຂໍ້ ຫ້າມສຳລັບການຂັບຂີ່ລົດໂດຍຜູ້ທີ່ບໍ່ເຖິງອາຍຸກະສຽນຂັບຂີ່, ການຂັບຂີ່ລົດຈັກໂດຍບໍ່ໃສ່ໝວດກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ການຂີ່ລົດໄວເກີນກຳນົດ, ການຂັບຂີ່ລົດລ່ວງໄຟອຳນາດ, ປ້າຍຫ້າມ ແລະປ້າຍບອກຢຸດ.

   ຈຸດປະສົງຂອງການເຜີຍແຜ່ກໍ່ເພື່ອເປັນການປູກຈິດສຳນຶກໃຫ້ນ້ອງໆຊາວໜຸ່ມນັກຮຽນໄດ້ຮັບຮູ້ເຂົ້າໃຈກ່ຽວກັບລະບຽບການສັນຈອນຢ່າງຖືກວິທີທັງນີ້ກໍ່ເພື່ອຫຼີກລ່ຽງອຸບັດເຫດທາງທ້ອງຖະໜົນ.