ປະຈຸບັນ, ສັງຄົມໂລກພວມປ່ຽນແປງວິຖີຊີວິດຢ່າງກະທັນຫັນອັນມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຄົນເຮົາຈຳຕ້ອງໄດ້ເພິ່ງພາຕົນເອງ ຫຼືມີການຜະລິດພາຍໃນຫຼາຍຂຶ້ນໂດຍສະເພາະແມ່ນການປະຕິບັດຄຳຂວັນທີ່ວ່າ:“ເພິ່ງຕົນເອງ,ກຸ້ມຕົນເອງ…”;ໃນນີ້ສ່ວນໃຫຍ່ແມ່ນຫັນມາສູ່ພາກກະສິກຳຫຼາຍຂຶ້ນຊຶ່ງເນັ້ນການປູກພືດຜັກທີ່ປອດສານພິດເພື່ອຮັກສາສຸຂະພາບທີ່ດີຂອງຕົນແລະສັງຄົມ ແລະເຖິງວ່າມັນຈະໄດ້ກຳໄລໜ້ອຍກໍ່ດີກວ່າຈະເອົາຊີວິດໄປສ່ຽງກັບການບໍລິໂພກພືດຜັກທີ່ເລັ່ງດ້ວຍສານເຄມີ; ດັ່ງຄອບຄົວຂອງທ່ານ ນາງ ສຸວັນຄໍາ ເຮືອນນະວົງສາ, ອາຍຸ 47 ປີ ສັງກັດຢູ່ພະແນກບັນຊີການເງິນທະນາຄານພັດທະນາລາວ (ທພລ) ສໍານັກງານໃຫ່ຍທີ່ມີຜົນສຳເລັດໃນການປູກພືດປອດສານພິດ.
ປະຈຸບັນ, ຄອບຄົວຂອງທ່ານ ນາງ ສຸວັນຄຳ ຕັ້ງຢູ່ບ້ານດົງນາ ໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະໃນໂອກາດທີ່ທົ່ວທັງຊາດພວມອອກແຮງສ້າງຂະບວນການໄວ້ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີນີ້, ຜູ້ສື່ຂ່າວພວກເຮົາໄດ້ສຳພາດທ່ານວ່າ: ດ້ວຍແຮງບັນດານໃຈຢ່າງໃດທີ່ເຮັດໃຫ້ທ່ານຫັນມາປູກຜັກທັງໆທີ່ວຽກງານທາງການກໍ່ເຕັມມືຢູ່ແລ້ວບວກກັບຊີວິດການເປັນຢູ່ກໍ່ມີຄວາມເປັນປົກກະຕິດີຊຶ່ງທ່ານຕອບພວກເຮົາແບບໝັ້ນໃຈວ່າ:ອີງໃສ່ທິດທາງລວມຂອງພັກເຮົາບວກກັບສະພາບເງື່ອນໄຂ, ຈຸດພິເສດ ແລະທ່າແຮງຂອງຄອບຄົວຂ້າພະເຈົ້າທີ່ມີຫົວໜ້າຄອບຄົວ (ຜົວ) ເຮັດວຽກເປັນພະນັກງານຢູ່ຂະແໜງການກະສິກໍາ-ປ່າໄມ້ທີ່ມີຄວາມຮູ້ ແລະ ປະສົບການດ້ານການລ້ຽງ-ການປູກ ຊຶ່ງໃນຜ່ານມາໄດ້ປະຕິບັດໜ້າທີ່ຢູ່ຫຼາຍທ້ອງຖິ່ນຈຶ່ງໄດ້ນໍາໃຊ້ບົດຮຽນ ແລະ ຫັນການຜະລິດຈາກບໍລິໂພກພາຍໃນຄອບຄົວໄປສູ່ການຜະລິດເປັນສິນຄ້າໂດຍໄດ້ນໍາໃຊ້ເຕັກນິກວິທະຍາສາດເຂົ້າຊ່ວຍເພື່ອຍົກສູງຄຸນນະພາບການຜະລິດສູງຂຶ້ນເປັນກ້າວໆສ້າງລາຍຮັບເຂົ້າສູ່ຄອບຄົວອີກດ້ານໜຶ່ງຊຶ່ງປະຈຸບັນໄດ້ປູກພືດແບບປະສົມປະສານຫຼາຍຊະນິດເຊັ່ນ: ໜໍ່ໄມ້, ຜັກຂະ, ຜັກຫວານ ແລະອື່ນໆ.
ໃນປີ 2016 ໄດ້ນໍາໃຊ້ທຶນບຸກເບີກຊື້ແນວພັນເຂົ້າໃນການປູກຝັງຈໍານວນ 6 ລ້ານກີບ, ຊື້ໜໍ່ໄຜ່ລ້ຽງນ້ອງຈໍານວນ 500 ຕົ້ນ, ຜັກຂະຈໍານວນ2.000 ຕົ້ນ ໂດຍໄດ້ນໍາ ໃຊ້ເນື້ອທີ່ປູກຝັງທັງໝົດ 7 ໄລ່. ການກະກຽມໃນເບື້ອງຕົ້ນກ່ອນຈະເອົາພືດລົງປູກໄດ້ໄຖດິນຍົກລ້ອງຕາກແດດປະມານ 2 ທິດ, ໃນໄລຍະນັ້ນແມ່ນໄດ້ປູກໃນລະດູຝົນ, ໄລຍະຫ່າງ 4x4 ແມັດ, ສ່ວນຜັກຂະໄລຍະຮ່າງ 2x2 ແມັດ.
ທ່ານ ນາງ ສຸວັນຄໍາ ເຮືອນນະວົງສາ ໄດ້ກ່າວເຖິງຂະບວນການບົວລະບັດຮັກສາ, ພາຍຫຼັງປູກພືດໄດ້ 6 ເດືອນແລ້ວໄດ້ໃຊ້ຝຸ່ນຄອກ ແລະໝັ້ນເສຍຫຍ້າ, ຂ້າວັດສະພືດຕ່າງໆໂດຍໃຊ້ແຮງງານຄົນ, ບໍ່ໄດ້ໃຊ້ສານເຄມີໃດໆ, ໃນໄລຍະລະດູແລ້ງກໍ່ໄດ້ໃຫ້ນໍ້າປົນກັບນໍ້າໝັກຈຸລິນຊີໃນອັດຕາສ່ວນ 1 ລິດ ຕໍ່500, ອາທິດລະ 1 ເທື່ອ ຊຶ່ງໃຊ້ ລະບົບນໍ້າຢົດສະປິ່ງເກີ້ ແລະສ້າງອ່າງເກັບນໍ້າປະມານ 5.000 ລິດ, ພາຍຫຼັງປູກສໍາເລັດແລ້ວໄລຍະການໃສ່ຝຸ່ນແມ່ນ 2 ຄັ້ງຕໍ່ປີ, ໂດຍນໍາໃຊ້ຝຸ່ນບົ່ມຂີ້ງົວ.
ສໍາລັບການເກັບກ່ຽວ, ສະເພາະໜໍ່ໄມ້ແມ່ນໃນໄລຍະ 2 ປີໄດ້ເລີ່ມໃຫ້ຜົນຜະລິດຊຶ່ງໃນລະດູຝົນເກັບໄດ້ອາທິດລະ 100 ກິໂລ, ສະເລ່ຍ1.400 ກິໂລຕໍ່ເດືອນໄດ້ຂາຍໃນລາຄາ 4.000 ກີບຕໍ່ 1 ກິໂລ ສ້າງລາຍໄດ້ປະມານ 1,6 ລ້ານ ກີບຕໍ່ເດືອນ. ຜັກຂະໃຊ້ເວລາປູກປະມານ 8 ເດືອນກໍ່ສາມາດເກັບຜົນຜະລິດໄດ້ສະເລ່ຍ 1 ເດືອນໄດ້ 20 ກິໂລ,ຂາຍໃນລາຄາ 30 ພັນກີບ ຕໍ່ກິໂລ,ສະເລ່ຍສ້າງລາຍໄດ້ 6 ແສນກີບຕໍ່ເດືອນ,ເບື້ອງລາຍຮັບຈາກການເກັບຜົນຜະລິດຕ່າງໆທີ່ຈໍາໜ່າຍເປັນສິນຄ້າໄດ້ປະມານ 2,2 ລ້ານກີບຕໍ່ເດືອນ.
ຜ່ານການປູກພືດແບບປະສົມປະສານແມ່ນມີຂໍ້ດີຄື: ການປູກໜໍ່ໄມ້, ຜັກຂະ, ຜັກຫວານເປັນພືດທີ່ປູກງ່າຍ, ຊຶ່ງເໝາະສົມກັບສະພາບດິນຟ້າອາກາດຢູ່ເຂດທ້ອງຖິ່ນ ບ້ານເຮົາ, ເປັນພືດທີ່ບໍ່ໄດ້ຮັກສາຍາກ, ສະພາບແມງໄມ້ສັດຕູພືດກໍ່ບໍ່ມີຫຼາຍ ແລະເປັນພືດທີ່ມີຄົນນິຍົມບໍລິໂພກເປັນສ່ວນໃຫ່ຍ ແລະລາຄາກໍ່ບໍ່ແພງເກີນຄວນສະເພາະ ຂໍ້ເສຍໃນໄລດູແລ້ງແມ່ນໄດ້ຮັບຜົນຜະລິດໜ້ອຍ ແລະໃນລະດູຝົນໄດ້ຮັບຜົນຜະລິດຫຼາຍແຕ່ລາຄາຖືກ.
ເຖິງວ່າເບິ່ງລາຍຮັບບໍ່ຫຼາຍແຕ່ສິ່ງສໍາຄັນແທ້ໆກໍ່ເພື່ອປະຢັດລາຍຈ່າຍຂອງພາກຄົວເຮືອນໃຫ້ດີທີ່ສຸດ ແລະໃນຂະນະດຽວກັນນັ້ນກໍ່ເພື່ອໃຫ້ຊາວບ້ານ ຫຼືຜູ້ທີ່ສົນໃຈອາຫານປະເພດດັ່ງກ່າວໄດ້ບໍລິໂພກອາຫານທີ່ປອດສານພິດທີ່ໃຫ້ຊີວິດທີ່ດີກ່ວາ, ອາຍຸຍືນຍາວ, ສຸຂະພາບແຂງແຮງ ແລະຊົມໃຊ້ຜະລິດຕະພັນພື້ນບ້ານຂອງລາວ.
---------------
ຂ່າວ: ຣັດສະໝີດວງສັດຈະ
ຮູບພາບ: #ຫນັງສືພິມເສດຖະກິດສັງຄົມ