ແກ່ນທ້າວ ຈັດເກັບລາຍຮັບເຂົ້າງົບປະມານໄດ້ 57,84%

 ກອງປະຊຸມປະຈໍາເດືອນກັນຍາຂອງອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງທ່ານ ອໍາຄາ ລັດສະໝີ ເລຂາພັກເມືອງ, ເຈົ້າເມືອງໆ ແກ່ນທ້າວ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງລັດວິສາ ຫະກິດ ແລະນາຍບ້ານເທສະບານເຂົ້າຮ່ວມ 40 ກວ່າທ່ານ.

   ໃນກອງປະຊຸມທ່ານ ສິງຄໍາ ຈັນທິຮັກ ຫົວໜ້າຫ້ອງວ່າການເມືອງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາເດືອນກັນຍາແລະທິດທາງແຜນ ການເດືອນຕຸລາ ປີ 2020 ວ່າ: ໃນໄລຍະ 1 ເດືອນຜ່ານມາອົງການປົກຄອງເມືອງແກ່ນທ້າວໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກໃນແຕ່ລະໄລຍະ ແລະ ໄດ້ບັນລຸຜົນສໍາເລັດເປັນຢ່າງດີຊຶ່ງສະແດງອອກມາຮອດປະຈຸບັນເກັບກູ້ພືດລະດູຝົນສໍາເລັດແລ້ວ 1.700 ກວ່າເຮັກຕາ ເທົ່າກັບ 8,68%, ຜົນຜະລິດໄດ້ 4.000 ກວ່າໂຕນ, ສົ່ງສິນຄ້າກະສິກໍາອອກຕ່າງປະເທດຈໍານວນ 450 ກວ່າໂຕນ, ເຄື່ອນຍ້າຍສັດອອກຕ່າງເມືອງໄດ້ 650 ກວ່າໂຕ, ສັກຢາປ້ອງກັນພະຍາດສັດໄດ້ 2.900 ກວ່າໂຕ, ກວດກາສິນຄ້າໝົດອາຍຸ ຈໍານວນ 47 ຮ້ານ ພົບສິນຄ້າໝົດອາຍຸ 25 ຮ້ານ, ລວມມີ 6 ໝວດ, 28 ລາຍການ ແລະ ສີນຄ້າຫ້າມວາງຂາຍ 1 ລາຍການລວມມູນຄ່າທັງໝົດ 2,26 ລ້ານກີບເກັບກຳການເຄື່ອນຍ້າຍສິນຄ້າສົ່ງອອກຕ່າງປະເທດຈຳນວນ 640 ໂຕນ ລວມມູນຄ່າ 112.400 ໂດລາ, ສິນຄ້ານໍາເຂົ້າຈາກຕ່າງປະເທດທັງໝົດ 13 ລ້ານກວ່າໂຕນ ມູນຄ່າ 4,34 ລ້ານໂດລາເກັບລາຍຮັບເຂົ້າງົບປະມານໄດ້ 136,28 ລ້ານກີບມາ ຮອດປະຈຸບັນສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3,39 ຕື້ກີບ ເທົ່າກັບ 57,84% ຂອງແຜນການປີ.

   ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເກັບລາຍຮັບຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານຜ່ານແຈ້ງການແນະນໍາຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 280, 281 ແລະແນະນໍາການຈັດຕັ້ງປະຕິບັດວຽກງານການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນ ຜ່ານລະບົບທະນາຄານ.