ໄຊຍະ ເກັບລາຍຮັບໄດ້ແລ້ວ 806 ຕື້ກີບ

 ການຈັດຕັ້ງແຜນງົບປະມານໃນໄລຍະ 9 ເດືອນປີ 2020 ຢູ່ແຂວງໄຊຍະບູລີເຫັນວ່າມີຄວາມຫຍຸ້ງຍາກຫຼາຍປະການເປັນຕົ້ນແມ່ນຖືກຜົນກະທົບຈາກໄພທໍາມະຊາດ, ພະຍາດລະບາດ, ໂດຍສະເພາະພະຍາດໂຄວິດ-19 ຊຶ່ງມີຜົນກົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານຊັກຊ້າ ແລະບໍ່ໄດ້ຕາມຄາດໝາຍ, ບວກກັບແຂວງເປັນແຂວງຂາດດຸນງົບປະມານລາຍຮັບບໍ່ກຸ້ມລາຍຈ່າຍປະມານ 52% ຈຶ່ງເຮັດໃຫ້ການເບິກຈ່າຍງົບປະມານຮ່ວງຕ່າງໆຊັກຊ້າ.

 ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງອາດີດຫົວໜ້າພະແນກການເງິນແຂວງໄຊຍະບູລີໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງປະຈໍາ 9ເດືອນຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງການເງິນໃນໄລຍະ 9 ເດືອນ ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 806 ຕື້ກີບ,ເທົ່າກັບ 76,88% ຂອງແຜນການເບື້ອງຕົ້ນ, ທຽບໃສ່ໄລຍະດຽວກັນເທົ່າກັບ 123,37% ໃນນີ້: ລາຍຮັບພູດສູນກາງປະຕິບັດໄດ້ 648,74 ຕື້ກີບ, ເທົ່າ ກັບ81,82%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 130,47%, ລາຍຮັບພາຍໃນແຂວງປະຕິບັດໄດ້ 157,26 ຕື້ກີບ,ເທົ່າກັບ 61,55%, ທຽບໃສ່ໄລຍະດຽວກັນເທົ່າກັບ 100,76%, ໃນນັ້ນສ່ວຍສາອາກອນປະຕິບັດໄດ້ 152,22 ຕື້ກີບເທົ່າກັບ 60,62%, ຂະແໜງຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 4,99 ຕື້ກີບ, ເທົ່າ 114,80%, ຂະແໜງຄຸ້ມຄອງລັດວິສາຫະກິດປະຕິບັດໄດ້ 40,01 ລ້ານກີບ, ເທົ່າກັບ 80,04%, ສາມາດຄຸ້ມຄອງລາຍຈ່າຍໄດ້ທັງໝົດ 367,10 ຕື້ກີບ, ເທົ່າ ກັບ 68,15%, ທຽບໃສ່ໄລຍະດຽວກັນເທົ່າກັບ 101,01%.

  ສໍາລັບ 3 ເດືອນທ້າຍປີ 2020 ນີ້ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 314,75 ຕື້ກີບ, ຄາດຄະເນໝົດປີໃຫ້ໄດ້1.120,75 ຕື້ກີບເທົ່າກັບ 100,59%,ຄຸ້ມຄອງລາຍ ຈ່າຍໃຫ້ໄດ້ 152,86 ຕື້ກີບ, ຄາດຄະເນໝົດປີໃຫ້ໄດ້ 519,96 ຕື້ກີບ, ເທົ່າກັບ 96,53%.

  ທ່ານ ສໍາລານ ສຸວັນນະໂຊດ ຍັງກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ການຈັດເກັບລາຍຮັບ 3 ເດືອນທ້າຍປີ 2020 ໃຫ້ໄດ້ຕາມແຜນນັ້ນແມ່ນຈະໄດ້ສືບຕໍ່ສືກສາອົບຮົມວຽກ ງານການເມືອງ-ແນວຄິດໃຫ້ສະມາຊິກພັກ,ພະນັກງານລັດຖະກອນທຸກຂັ້ນໃຫ້ມີຄວາມຮັບຜິດຊອບສູງ,ມີຈັນຍາບັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເຄົາ ລົບ ແລະ ປະຕິບັດລະບຽບກົດໝາຍລັດຖະກອນ, ບັນດາຂໍ້ຫ້າມວິໄນການເງິນຢ່າງເຂັ້ມງວດລົງຕິດຕາມກວດກາຊຸກຍູ້ການຈັດເກັບລາຍຮັບຢູ່ບັນດາພະແນກການ ແລະເມືອງ, ພ້ອມທັງຊີ້ນໍາການຄຸ້ມຄອງລາຍຈ່າຍໃຫ້ບັນລຸຕາມແຜນການທີ່ວາງໄວ້.

--------------

ຂ່າວ: ອຸ່ນເຮືອນ ໂພທິລັກ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ