ນວ ມີລົດໃໝ່ຂື້ນທະບຽນ 43 ພັນກວ່າຄັນ

  ປີ 2020 ແມ່ນອີກໜຶ່ງປີທີ່ປະເຊີນກັບຫຼາຍບັນຫາຄວາມຫຍຸ້ງຍາກແຕ່ກອງຄຸ້ມຄອງພາຫະນະ ແລະການຂັບຂີ່ນະຄອນຫຼວງວຽງຈັນກໍໄດ້ເອົາໃຈໃສ່ໜ້າທີ່ວຽກງານຊຶ່ງ 9 ຕົ້ນເດືອນ ຕົ້ນປີສາມາດຂຶ້ນທະບຽນລົດໃໝ່ທັງໝົດຈຳນວນ 34,7ພັນຄັນ,

   ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະການຂັບຂີ່ນະຄອນຫຼວງວຽງຈັນໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ຮູ້ວ່າ: ໄລຍະ 9 ເດືອນຜ່ານມາທາງກອງແມ່ນໄດ້ສຸມປະຕິບັດຕາມທິດຊີ້ນຳຂອງນະຄອນຫຼວງໃນການແກ້ໄຂບັນຫາຕາມທິດ 3 ຫຼຸດ 3 ເພີ່ມໂດຍສະເພາະແມ່ນຫຼຸດຜ່ອນອຸບັດເຫດ ຕາມທອງຖະໜົນໂດຍການຮັບປະກັນການກວດກາເຕັກນິກພາຫະນະໃຫ້ໄດ້ຕາມມາດຕະຖານເພີ່ມຄວາມຮັບຜິດຊອບທາງດ້ານການເມືອງຂອງສະມາຊິກພັກ-ພະນັກ ງານລັດຖະກອນ ແລະເພີ່ມຄວາມສາມາດໃນການເກັບລາຍຮັບໃຫ້ໄດ້ຕາມແຜນການ, ຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ,ມະຕິຄຳສັ່ງ, ຄຳແນະນຳຂອງລັດມາສ້າງເປັນແຜນການໂຄງການເພື່ອປັບປຸງ ແລະຍົກລະດັບຄຸນນະພາບຂອງວຽກວິຊາສະເພາະໃນການບໍລິການຂຶ້ນທະບຽນ, ກວດກາເຕັກນິກ ແລະສອບເສັງການຂັບຂີ່ໄດ້ດັ່ງນີ້: ໄດ້ຂະຫຍາຍການບໍລິການໄປສູ່ບັນດາເມືອງທີ່ຫ່າງໄກໂດຍໄດ້ໄປສ້າງຕັ້ງສາຂາກອງຄຸ້ມຄອງພາຫະນະ ແລະການຂັບຂີ່ຢູ່ເມືອງນາຊາຍທອງເພື່ອບໍລິການຂຶ້ນທະບຽນ, ສອບເສັງການຂັບຂີ່ໃຫ້ປະຊາຊົນໄດ້ສະດວກສະບາຍຂຶ້ນຊຶ່ງເປີດໃຫ້ບໍລິການແຕ່ວັນທີ 6 ມັງກອນ 2020 ເປັນຕົ້ນມາ.

   ວຽກງານຄຸ້ມຄອງຍານພາຫະນະສາມາດຂຶ້ນທະບຽນລົດທຸກປະເພດຮອດເດືອນກັນຍາໄດ້ທັງໝົດຈຳນວນ 34.777 ຄັນ, ໃນນັ້ນມີລົດຈັກ (A) 22.846, ເກັງ (B1) ກະບະ 5.668 ຄັນ, ຈີ (B3) 2.340 ຄັນ, ຕູ້B4) 370 ຄັນ, ບັນທຸກ C1.508 7 ຄັນ ແລະລົດໂດຍສານ 15 ຄັນ.

  ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະຂອງກອງໃນການຂຶ້ນທະບຽນ, ກວດກາເຕັກນິກ ແລະການຮຽນ-ການສອນ ແລະສອບເສັງການຂັບຂີ່ເລັ່ງເກັບລາຍຮັບ ແລະມອບງົບປະມານໃຫ້ໄດ້ຕາມແຜນການສືບຕໍ່ຕິດຕາມ ແລະເຝົ້າລະວັງການລະບາດຂອງພະຍາດໂຄວິດຢ່າງໃກ້ຊິດຈາກຄະນະສະເພາະກິດເພື່ອສາມາດຮັບມືໄດ້.