ເຜີຍແຜ່ວຽກສະໜອງທຶນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ

  ເພື່ອເປັນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງໃຫ້ສາມາດເຂົ້າເຖິງແຫຼງທຶນໄດ້ຢ່າງສະດວກສະບາຍ, ກວ້າງຂວາງ ແລະມີປະສິດທີ່ພາບຫຼາຍຂຶ້ນເປັນຕົ້ນແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.

   ວັນທີ 12 ຕຸລາ 2020 ທະນາຄານແຫ່ງ ສປປ ລາວ ໄດ້ຈັດ ກອງປະຊຸມເຜີຍແຜ່ວຽກງານສະໜອງທຶນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ (SMEs) ແລະໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອແຂວງຫຼວງ ພະບາງໂດຍມີທ່ານ ຄຳຊ່ຽນ ມິ່ງບຸບຜາ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອແຂວງຫຼວງພະບາງ, ທ່ານ ຄຳແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ, ມີຕາງໜ້າທະນາຄານທັງພາກລັດ ແລະເອກະຊົນ 7 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫົວພັນ, ໄຊຍະບູລີ ແລະແຂວງຫຼວງພະບາງເຂົ້າຮ່ວມ.

  ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີການຈັດຕັ້ງປະຕິບັດນະໂບບາຍການເຂົ້າເຖິງການບໍລິການທະນາຄານ ແລະການສະໜອງທຶນໃຫ້ແກ່ SMEs, ຂໍ້ຕົກລົງວ່າດ້ວຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະແກ້ໄຂຜົນກະທົບຈາກພະຍາດໂຄວິດ-19, ຄຳແນະນຳການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະແກ້ໄຂຜົນກະທົບຈາກພະຍາດໂຄວິດ-19,ພາຍຫຼັງເຜີຍແຜ່ເອກະສານແລ້ວຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນເພື່ອເປັນການແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ.

   ທັງນີ້ກໍເພື່ອເຮັດໃຫ້ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ຢ່າງສະດວກ, ກວ້າງຂວາງແລະມີປະສິດທະພາບລວມທັງເປັນການຊຸກຍູ້ສົ່ງເສີມການຜະລິດ ແລະແກ້ໄຂຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແນໃສ່ສ້າງເງື່ອນໄຂໃຫ້ບຸກຄົນທີ່ມີຕົ້ນທຶນຕໍ່າສາມາດເຂົ້າຫາແຫຼ່ງທຶນເພື່ອທີ່ຈະສາມາດຟື້ນຟູ ແລະສືບຕໍ່ດຳເນີນທຸລະກິດຂອງຕົນເອງໃນໄລຍະວິກິດນີ້ໃຫ້ຢູ່ລອດ ແລະສືບຕໍ່ໄປໄດ້, ທັງເປັນການປະກອບສ່ວນຊຸກຍູ້ການຜະລິດພາຍໃນໃຫ້ມີຄວາມໝັ້ນຄົງ, ສາມາດຕອບສະໜອງທາງດ້ານສະບຽງອາຫານ ແລະດ້ານເສດຖະກິດຂອງ ສປປ ລາວ ເຮົາຕື່ມອີກ.