ການພັດທະນາເສດຖະກິດ-ສັງຄົມກໍ່ຄືການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃນທົ່ວປະເທດເວົ້າສະເພາະກໍ່ຄືພໍ່ແມ່ປະຊາຊົນຊາວແຂວງສາລະວັນໃຫ້ນັບມື້ນັບດີຂຶ້ນເລື້ອຍໆ, ແຕ່ກໍ່ປາສະຈາກບໍ່ໄດ້ຕໍ່ກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍດ້ານເປັນຕົ້ນ: ການຂະຫຍາຍເນື້ອທີ່ທຳການຜະລິດ, ການປູກ, ການລ້ຽງ, ການທຳມາຫາກິນຍ້ອນລະເບີດບໍ່ທັນແຕກ.
ທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ທັງແມ່ນໃນນາມຄະນະກຳມະການຄຸ້ມຄອງລະເບີດບໍ່ທັນແຕກໄດ້ເປີດ ເຜີຍຕໍ່ສື່ມວນຊົນແຂວງສາລະວັນວ່າ: ໃນລະຫວ່າງປີ 1964-1973 ສປປ ລາວໄດ້ຮັບຜົນກະທົບຈາກສົງຄາມຂອງຈັກກະພັກລ່າເມືອງຂຶ້ນຮຸກຮານລາວຢ່າງໜັກໂດຍໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການກໍ່ສົງຄາມໂດຍໄດ້ນຳໃຊ້ເຄື່ອງບິນມາຖິ້ມລະເບີດໃສ່ມີຈຳນວນ 580 ພັນຖ້ຽວ, ມີລະເບີດຈຳນວນ 3 ລ້ານໂຕນ, ບົມບີ 280 ລ້ານໜ່ວຍ, ມີ 15 ແຂວງທີ່ໄດ້ຮັບຜົນກະທົບໃນທົ່ວປະເທດ ແລະມີພື້ນທີ່ຄາດວ່າມີລະເບີດຕົກຄ້າງປະມານ 87 ພັນ ກິໂລຕາແມັດ, ມີ 3.860 ບ້ານ ທີ່ມີຂໍ້ມູນຜົນກະທົບຈາກ ລບຕ ຜ່ານການສຳຫຼວດເບື້ອງຕົ້ນໃນປີ 1996 ໃນເນື້ອທີ່ 110.584 ເຮັກຕາ.
ສະເພາະແຂວງສາລະວັນເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກຈາກລູກລະເບີດບໍ່ທັນແຕກແລະຈາກການສິດສານເຄມີໃນປາງສົງ ຄາມໃນ 8 ເມືອງ, ໃນນັ້ນ 7 ເມືອງໄດ້ຮັບຜົນກະທົບຮ້າຍແຮງ ແລະໜັກກວ່າໝູ່ແມ່ນເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ, ມີບ້ານທີ່ໄດ້ຮັບຜົນກະທົບຈາກການສຳຫຼວດໃນເບື້ອງຕົ້ນ 382 ບ້ານ ແລະຄາດຄະເນມີລະເບີດຕົກຄ້າງປະມານ 19,54ລ້ານໜ່ວຍ,ໃນນີ້ລະເບີດລູກຫວ່ານ19,51 ລ້ານໜ່ວຍ,ບົມໃຫຍ່ 24.545ໜ່ວຍລະເບີດຊະນິດອື່ນໆ 11.312 ໜ່ວຍ,ນອກຈາກໄດ້ຮັບຜົນກະທົບຈາກລູກລະເບີດບໍ່ທັນແຕກແລ້ວ, ໃນ 2 ເມືອງດັ່ງກ່າວຍັງໄດ້ຮັບຜົນກະທົບຈາກການສິດສານເຄມີໃນປາງສົງຄາມຜ່ານການສຳຫຼວດໃນເບື້ອງຕົ້ນໃນປີ 2018 ມີຈຳນວນທັງໝົດ 74 ບ້ານ, ໃນນັ້ນເມືອງສະໝ້ວຍມີ 51 ບ້ານ, ເມືອງຕະໂອ້ຍ 23 ບ້ານ ແລະ ຄາດວ່າມີຈຳນວນພົນທີ່ໄດ້ຮັບຜົນກະທົບຈາກສານເຄມີດັ່ງກ່າວນີ້ 344 ຄົນ,ຍິງ 141 ຄົນ, ເມືອງສະໝ້ວຍມີ 234 ຄົນ, ເມືອງຕະໂອ້ຍ 110 ຄົນ, ເປັນເດັກນ້ອຍ 0-5 ປີ, ມີ 63 ຄົນ, ແຕ່ 6-20 ປີ, ມີ 140 ຄົນ, ແຕ່ 21-40 ມີ 94 ຄົນ, ແຕ່ 41 ປີຂຶ້ນໄປມີ 46 ຄົນ ແລະທາງໂຄງການກໍ່ໄດ້ສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ນຳສົ່ງໄປປິ່ນປົວຕາມໂຮງໝໍແຫ່ງຕ່າງໆຂອງລັດໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ.
ໃນໄລຍະຜ່ານມາກໍ່ຄືປະຈຸບັນ ແຂວງສາລະວັນ ກໍ່ໄດ້ມີຫຼາຍພາກສ່ວນເຮັດໜ້າທີ່ໂຄສະນາສືກສາຄວາມສ່ຽງກ່ຽວກັບຜົນຮ້າຍຂອງລູກລະເບີດບໍ່ທັນແຕກຫຼາຍຊ່ອງທາງເປັນຕົ້ນ: ມີກອງໂຄສະນາເຄື່ອນທີ່ຂອງໂຄງການເກັບກູ້ລະເບີດປະຈຳແຂວງເຄື່ອນໄຫວໄດ້ 382 ບ້ານ, ມີ 50 ໂຮງຮຽນ, ພ້ອມນັ້ນກໍ່ໄດ້ອອກຜ່ານສື່ຕ່າງໆ, ການສຳ ຫຼວດລູກລະເບີດບໍ່ທັນແຕກກວມເອົາການສຳຫຼວດນອກຫຼັກວິຊາການ ແລະສຳຫຼວດຕາມຫຼັກວິຊາການ (ການສຳຫຼວດນອກຫຼັກວິຊາການແມ່ນການສອບຖາມວ່າຈຸດໃດມີລູກລະເບີດ ແລະການສຳຫຼວດຕາມຫຼັກວິຊາການແມ່ນການສຳຫຼວດຕາມຈຸດຫຼັກຖານທີ່ພົບເຫັນລະເບີດ).
ຈຸດປະສົງໃນການສຳຫຼວດກໍ່ແມ່ນເພື່ອຊອກຫາພື້ນທີ່ໆຢັ້ງຢືນວ່າເປັນອັນຕະລາຍຈາກລູກລະເບີດຊະນິດຕ່າງໆຊຶ່ງມາຮອດປະຈຸບັນນີ້ການເຮັດວຽກງານດັ່ງກ່າວໃນ 2 ອົງການສາມາດປະຕິບັດໄດ້ 542 ເທື່ອບ້ານ, ມີ 795 ຄັ້ງ, ພົບຈຸດຫຼັກຖານ 3.883 ຈຸດ, ການສຳຫຼວດຕາມຫຼັກວິຊາການປະຕິບັດໄດ້ 316 ເທື່ອບ້ານ, ມີເນື້ອທີ່ສຳຫຼວດ 12.098 ເຮັກຕາ ແລະສາມາດຢືນຢັນວ່າມີລະເບີດຕົກຄ້າງ 9.957 ເຮັກຕາ ແລະພົບລະເບີດທັງໝົດຕອນສຳຫຼວດມີ 20.695 ໜ່ວຍ ແລະສາມາດກວດລົງເລິກຈາກໜ້າດິນໄດ້ 25 ຊັງຕີແມັດຕາມມາດ ຖານຂອງການກວດກູ້ລະເບີດແຫ່ງຊາດ, ພ້ອມທັງສາມາດທຳລາຍໄດ້ທັງໝົດ 134.508 ໜ່ວຍ, ລະເບີດລູກຫວ່ານ 83.414 ໜ່ວຍ, ມິນ 130 ໜ່ວຍ, ບົມໃຫຍ່ 878 ໜ່ວຍ ແລະລະເບີດອື່ນໆ 50.086 ໜ່ວຍ.
ສະພາບການດັ່ງກ່າວນີ້ແມ່ນຍັງມີຄວາມຫຍຸ້ງຫຼາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມກໍ່ຄືການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເປັນຕົ້ນ: ການທຳການຜະລິດ, ການປູກພືດຕ່າງໆຂອງພໍ່ແມ່ປະຊາຊົນໃນການແກ້ໄຂຄອບຄົວກໍ່ຄືຊີວິດການເປັນໃຫ້ດີຂຶ້ນ ເທື່ອລະກ້າວຕາມແນວທາງຂອງພັກ-ລັດວາງອອກ, ດັ່ງນັ້ນທາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ມີແຜນການສືບຕໍ່ໃນການຊຸກຍູ້ບັນດາອົງການປະຕິບັດງານແກ້ໄຂລະເບີດບໍ່ທັນແຕກໂດຍຕ້ອງໄດ້ສືບຕໍ່ສຳຫຼວດ, ເກັບກູ້ຢູ່ຕາມຂອບເຂດບ້ານຈຸດສຸມບູລິມະສິດການພັດທະນາຂອງແຂວງ, ເມືອງຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ແລະເພີ່ມທະວີໃຫ້ແຕ່ລະພາກສ່ວນມີສ່ວນຮ່ວມໃນວຽກງານແກ້ໄຂລະເບີດບໍ່ທັນແຕກໂດຍສະເພາະຂັ້ນເມືອງຢ່າງເປັນເຈົ້າການຮ່ວມກັນ.
__________
ຂ່າວ: ສິດຕາ ເພັດວົງສາ