ສູນວັດທະນະທຳຈີນ ສະຫຼອງບຸນໄຫວ້ພະຈັນ

 ສູນວັດທະນະທຳຈີນໄດ້ຈັດກິດຈະກໍາສັບປະດາວັດທະນະທໍາຫົວຂໍ້ “ຊ່ວງເວລາດວງຈັນທີ່ມີຄວາມສຸກ-ບຸນໄຫວ້ພະຈັນ” ໂດຍໄດ້ສ້າງຄິບວິດີໂອທີ່ມີເນື້ອໃນອຸດົມສົມບູນ-ໂພດລົງເຟສບຸກຂອງສູນວັດທະນະທຳຈີນແຕ່ວັນທີ 30 ກັນຍາ ເຖິງວັນທີ 2 ຕຸລາ 2020 ເພື່ອສະເຫຼີມສະຫຼອງ “ບຸນໄຫວ້ພະຈັນ” ບຸນປະເພນີອັນເປັນມູນເຊື້ອຂອງຈີນ.

  ກິດຈະກໍາໄດ້ຖືເອົາບຸນໄຫວ້ພະຈັນເປັນຫົວຂໍ້ຫຼັກ, ເນື້ອໃນປະກອບມີການສະແດງເໝືອນຈິງ, ວິດີໂອສັ້ນ, ງານດົນຕີອອນລາຍສໍາພັດກັບອາຫານຈີນເພື່ອສະທ້ອນໃຫ້ເຫັນຄຸນຄ່າຂອງວັດທະນະທຳພື້ນເມືອງທີ່ດີເລີດຂອງຈີນ ແລະຄວາມໝາຍດ້ານວັດທະນະທໍາທີ່ສືບທອດຮອດປະຈຸບັນ, ສະແດງໃຫ້ເຫັນເຖິງແນວຄິດບຸນໄຫວ້ພະຈັນທີ່ມີຄວາມປອງດອງ, ຄວາມສາມັກຄີ ແລະສຸຂະພາບດີ.

ກິດຈະກໍາສັບປະດາບຸນໄຫວ້ພະຈັນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກປະຊາຊົນລາວຮອດວັນທີ 9 ຕຸລາມີຜູ້ເຂົ້າຊົມເພທທັງໝົດ 320.000 ເທື່ອ ຄົນ, ຊາວເນັດສ່ວນຫຼາຍກໍ່ໄດ້ກົດໄລຣ໌, ກົດແຊຣ໌ ແລະຝາກຄວາມຄິດເຫັນຕ່າງໆ.