ຄອບຄົວ ແມ່ບົວແກ້ວ ວົງສະໝໍລະພູມ ຈັດກອງກະຖິນຂຶ້ນວັດທາດຫຼວງໃຕ້

  ວັນທີ 11 ຕຸລາ ຜ່ານມາຄະນະຫ້ອງການບໍລິຫານງານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ນຳພາໂດຍພະຍອດຄຳພັດທະຣະເກສີ (ປອ.ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ, ຫົວໜ້າຫ້ອງການບໍລິຫານງານສູນກາງພ້ອມດ້ວຍຄະນະໄດ້ເຂົ້າຮ່ວມງານບຸນມະຫາກະຖິນສາມັກຄີທີ່ວັດທັກຂິນໂລກະຈຸລາມະນີມະຫາຣັດຕະນະເຈດີ (ວັດພະທາດຫຼວງໃຕ້) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງເຈົ້າພາບເຈົ້າສັດທານຳມາທອດຖວາຍຄື: ຄອບຄົວທ່ານ ແມ່ບົວແກ້ວ ວົງສະໝໍລະພູມ, ຄອບຄົວທ່ານ ຈະເລີນ ເຢຍ ປາວເຮີ, ຄອບຄົວທ່ານ ນາງ ຈັນນະພາ ວົງສະໝໍລະພູມບໍລິສັດ ຊີເອັນພີ, ຄອບຄົວທ່ານນາງ ມະລີຈັນ ກຸມພົນພັກດີ ແລະພ້ອມຄະນະລູກຫຼານຍາດຕິພີ່ນ້ອງອອກຕົນຍາດໂຍມທັງຫຼາຍ.

   ບຸນກະຖິນເປັນບຸນໃນພະພຸດທະສາສະໜາ ແລະເປັນບຸນຮີດສິບສອງຄອງສິບສີ່ຂອງລາວເຮົາມາແຕ່ບູຮານນະການຫຼາຍຮ້ອຍປີ, ການເຮັດບຸນກະຖິນຈັດເປັນກາລະທານ, ເປັນສັງຄະທານ, ເປັນຈີວະຣະທານການ, ເປັນພະບໍຣົມພຸດທານຸຍາດ (ບຸນທີ່ພະພຸດທະເຈົ້າຊົງອະນຸຍາດໃຫ້ພະພິກຂຸສົງໄດ້ກະທຳຮ່ວມກັນ) ຖືວ່າໄດ້ບຸນກຸສົນຢ່າງໃຫຍ່ຫຼວງຍ່ອມອຳນວຍປະໂຫຍດສຸກແກ່ຜູ້ໄດ້ກະທຳ ແລະອະນຸໂມທະນາບຸນທັງພົບນີ້ ແລະພົບໜ້າຕະຫຼອດກາລະນານ.

    ເຂດຂອງການເຮັດບຸນກະຖິນ ຫຼືເຂດຈີວອນການແມ່ນພາຍຫຼັງວັນມະຫາປະວໍຣະນາອອກພັນສາແລ້ວເລີ່ມແຕ່ແຮມ 1 ຄໍ່າ ເດືອນ 11 ໄປຈົນເຖິງເພັງ 15 ຄໍ່າ ເດືອນ 12 ລາວຕາມປະຕິທິນຈັນທະຣະຄະຕິໃນໄລຍະເວລາ 1 ເດືອນນີ້ພະສົງຜູ້ຢູ່ຈຳພັນສາຖ້ວນໄຕຣມາດໃນອາວາດໃດໜຶ່ງສົມບູນຕາມພະທັມມະວິໄນແລ້ວຍ່ອມມີສິດໄດ້ຮັບກະຖິນ, ສຳລັບອອກຕົນຍາດໂຍມອຸປາສົກອຸປາສິກາທັງຫຼາຍກໍມີໂອກາດໄດ້ຖວາຍທານໃນສະໄໝອັນພິເສດນີ້ເປັນໄລຍະເວລາ 1 ເດືອນ.

 ຄຳວ່າກະຖິນແປວ່າໄມ້ກະດຶງເພື່ອໃຊ້ຂືງຫຍິບຈີບວອນຂອງພະພິກຂຸໃນຄວາມໝາຍແມ່ນໝາຍເຖິງຜ້າພິເສດທີ່ອົງພະບໍຣົມສາສະດາສັມມາສັມພຸດທະເຈົ້າຊົງອະນຸຍາດໃຫ້ແກ່ພະພິກຂຸສົງຜູ້ຢູ່ຈຳພັນສາສົມບູນໄດ້ຮັບອານິສົງພັນສາ 5 ປະການນັ້ນແລ້ວ.

  ອອກຕົນຍາດໂຍມສັດທາສາທຸຊົນຜູ້ມີຈິດເຫຼື້ອມໃສສັດທາໄດ້ເຮັດບຸນຖວາຍຜ້າກະຖິນເປັນທານພ້ອມດ້ວຍຜ້າອານິສົງບໍຣິວານຍ່ອມໄດ້ປະສົບພົບແຕ່ຄວາມສຸກທັງໃນຊີ ວິດນີ້ ແລະຊົ່ວໜ້າ, ທັງໃນຊາດນີ້ ແລະພົບຊາດຕໍ່ໄປຄື 1.ເກີດໃນແຕ່ລະພົບຊາດຍ່ອມເກີດໃນຕະກູນທີ່ດີມີຄອບຄົວດີມີຖານະເສດຖະກິດການງານດີມີສັມມາທິດຖິ; 2 ເກີດໃນແຕ່ລະພົບຊາດຍ່ອມມີຄວາມອົບອຸ່ນໄປດ້ວຍຍາດຕິພີ່ນ້ອງເພື່ອນໝູ່ບໍຣິວານທີ່ຮັກແພງສາມັກຄີກັນ; 3 ເກີດໃນແຕ່ລະພົບຊາດຍ່ອມສົມບູນໄປດ້ວຍໂພຄະສັບສົມ ບັດເງິນຄຳດັ່ງປາຖະໜາອຸດົມມັ່ງຄັ່ງຮັ່ງມີ; 4 ເກີດໃນແຕ່ລະພົບຊາດຍ່ອມສົມບູນດ້ວຍຮູບສົມບັດມີໜ້າຕາຮ່າງກາຍຜິວພັນວັນນະສວຍສົດງົດງາມເປັນທີ່ໜ້າທັດສະນາໜ້າເບິ່ງໜ້າຊົມແກ່ຄົນ ແລະ ເທວະດາທັງຫຼາຍ; 5. ເກີດໃນແຕ່ລະພົບຊາດຍ່ອມມີອາຍຸຍືນຍາວປາສະຈາກໂລກໄພພະຍາດບຽດບຽນ, ເປັນຜູ້ມີສຽງອັນມ່ວນແມ້ງ; 6. ເກີດໃນແຕ່ລະພົບຊາດຍ່ອມມີປັນຍາສາມາດມີຄວາມສະຫຼາດໃນປະໂຫຍດທັງຫຼາຍ; 7. ເກີດໃນແຕ່ລະພົບຊາດທີ່ທ່ອງທ່ຽວວຽນລອຍຕາຍເກີດໃນວັດຕະສົງສານຍ່ອມເກີດແຕ່ໃນສຸຄະຕິຄື ເກີດໃນມະນຸດກໍເກີດໃນຕະກູນອັນອຸດົມມັ່ງຄັ່ງຮັ່ງມີ ແລະ ເກີດໃນສະຫວັນ; 8. ຍ່ອມມີຈິດໃຈອັນຜ່ອງໃສເປັນສຸກ; 9. ຍ່ອມເປັນປັດໄຈໃຫ້ໄດ້ຊຶ່ງຜົນພະນິບພານອັນເປັນທີ່ສຸດສ້ຽງແຫ່ງກອງທຸກໃນວັດຕະສົງສານ.

   ບຸນກະຖິນ ຍ່ອມມີອານິສົງພິເສດກວ່າບຸນອື່ນຄືຍ່ອມມີອານິສົງທັງແກ່ອອກຕົນຍາດໂຍມອຸປາສົກອຸປາສິກາດັ່ງທີ່ໄດ້ກ່າວມາແລ້ວນັ້ນ ແລະຍັງມີອານິສົງສຳລັບພະພິກຂຸສົງອີກດ້ວຍເຖິງ 5 ປະການຄື:1. ພະພິກຂຸອົງທີ່ໄດ້ອານິສົງກະຖິນແລ້ວຈະທ່ຽວຈາຣິກໄປບໍ່ຕ້ອງບອກລາກໍໄດ້; 2. ຢູ່ປາສະຈາກໄຕຣຈີວອນຄືບໍ່ຕ້ອງຖືຜ້າໄຕຣຈີວອນໄປຄົບທັງ 3 ຜືນກໍໄດ້; 3. ສັນຄະນະໂພຊະນະໄດ້ (ທັງສັນອາຫານທີ່ເຂົາຖວາຍໂດຍອອກຊື່ໄດ້); 4. ເກັບອະຕິເຣກະຈີວອນ (ຈີວອນນອກຈາກຜ້າຄອງທັງ 3 ຜືນນັ້ນ) ເກີນກວ່າ 10 ວັນໂດຍບໍ່ຕ້ອງວິກັບໄດ້; 5.ຈີວອນ ລາບເກີດຂຶ້ນແກ່ພະພິກຂຸອົງໃດ ຫຼືແກ່ພະພິກຂຸສົງໃນວັດໃດອົງນັ້ນເປັນເຈົ້າຂອງຖືເອົາໄດ້.

 ຮູບພາບ#ຫນັງສືພິມເສດຖະກິດສັງຄົມ