ຜູ້ປະກອບການລົດຕຸກໆ - ຈໍາໂບ້ປະເສີນບັນຫາການຂາດແຄນລູກຄ້າ.

    ໃນເມື່ອກ່ອນເຫັນໄດ້ ວ່າການຊົມໃຊ້ບໍລິການລົດຕຸກໆແລະລົດຈຳໂບ້ຕາມຖະໜົນຫົນທາງໃນນະຄອນຫຼວງວຽງຈັນຖືວ່າຜູ້ຄົນໂດຍສະເພາະແຂກພາຍໃນແລະຕ່າງ ປະເທດໃຫ້ຄວາມສົນໃຈໃຊ້ບໍ ລິການຢ່າງຄຶກຄື້ນ ອັນໄດ້ສ້າງລາຍຮັບແກ່ຜູ້ໃຫ້ບໍລິການໃນແຕ່ລະມື້ໄດ້ເປັນຢ່າງດີແຕ່ຕົກມາປະຈຸບັນພວມປະເຊີນກັບບັນຫາລູກຄ້າຫຼຸດລົງ ອັນເຮັດ ໃຫ້ບາງລາຍຈຳຕ້ອງຢຸດເຊົາໄປເຮັດແນວໃໝ່ແຕ່ທັງນີ້ແມ່ນມີຜົນມາຈາກຫຼາຍປັດໄຈກະທົບໃສ່.

    ຕາມການບອກເລົ່າຂອງເຈົ້າຂອງລົດຈຳໂບ້ລາຍໜື່ງທີ່ປະຈຳຢູ່ໜ້າຕູ້ເອທີເອັມໜ້າສຳນັກງານໃຫຍ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນນະຄອນຫຼວງວຽງຈັນຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ຮູ້ວ່າ:ລົດຕຸກໆ-ຈຳໂບ້ພວກເຮົາຖືວ່າເປັນໜ່ວຍງານໜຶ່ງທີ່ຄອຍບໍລິການຮັບສົ່ງຜູ້ໂດຍສານແລະນັກທ່ອງທ່ຽວຕາມນະຄອນຫຼວງວຽງຈັນ ຊຶ່ງຕົນເອງກໍ່ໄດ້ເຮັດວຽກດັ່ງກ່າວມາໄດ້ 10 ກວ່າປີ ເມື່ອກ່ອນຖືວ່າມີແຂກພາຍໃນແລະຕ່າງປະເທດນິຍົມມາໃຊ້ບໍລິການຫຼາຍສົມຄວນມື້ໜຶ່ງອອກລົດບໍ່ຫຼຸດ 5 ຖ້ຽວແລະກໍ່ມີລົດ ທີ່ຮັບໃຊ້ບໍລິການຢູ່ຄິວດຽວກັນ 7-8 ຄັນແຕ່ຕົກມາປະຈຸບັນຄົນມາໃຊ້ບໍລິການນ້ອຍລົງບາງມື້ຈົນບໍ່ໄດ້ແລ່ນຈອດລົດໄວ້ລ້າໆເຮັດໃຫ້ເຈົ້າຂອງລົດຫຼາຍຄົນອອກໄປຊອກຫາທາງໃໝ່ ເພື່ອຄວາມຢູ່ລອດ.

   ເຈົ້າຂອງລົດເລົ່າສູ່ຟັງຕື່ມວ່າ:ຕາມ ທີ່ຕົນເອງເຄີຍຂັບລົດບໍລິການມາຫຼາຍ ປີ ຊຶ່ງສາເຫດເຮັດໃຫ້ຄົນສ່ວນໃຫຍ່ບໍ່ມາໃຊ້ບໍລິການລົດຕຸກໆ-ຈຳໂບ້ປະຈຸບັນຄົນລາວມີສະພາບເສດຖະກິດຄອບຄົວແລະຊີວິດດີຂຶ້ນເຮັດໃຫ້ມີກຳລັງຊື້ລົດໃຊ້ເປັນພາຫະນະໄປ-ມາເປັນຂອງຕົນເອງນອກຈາກນີ້ກໍມີການເປີດໃຫ້ບໍລິການລົດເມແລ່ນໃນເມືອງ, ລົດຕູ້, ລົດແທັກຊີ ແລະລົດຈັກບໍລິການ ເຮັດໃຫ້ລູກຄ້າມີຫຼາຍທາງເລືອກ ພ້ອມດຽວກັນນີ້ກໍຍັງມີລົດຕຸກໆ-ຈຳໂບ້, ລົດຕູ້ແລະລົດຈັກບໍລິການຮັບສົ່ງເຖື່ອນທີ່ລາຄາຖືກກວ່າແລະຈຳນວນນັກທ່ອງທ່ຽວຕ່າງປະເທດຫຼຸດ ລົງກໍມີສ່ວນກະທົບເຊັ່ນດຽວກັນ.      

   ແນວໃດກໍ່ດີ ຕໍ່ບັນຫາດັ່ງກ່າວເຈົ້າຂອງລົດເພິ່ນແມ່ນມີຈິດໃຈມັກຮັກໃນອາຊີບນີ້ແລະລົດຕຸກໆ-ຈຳໂບ້ກໍ່ຖືເປັນເອກະລັກໜຶ່ງໃນຕໍ່ໜ້າກໍອາດຈະເບົາບາງ ຫຼື ຈະບໍ່ມີໃຫ້ເຫັນອີກຕາມທ້ອງຖະໜົນຖ້າຫາກສະພາບຍັງເປັນແບບນີ້ຕໍ່ໄປສະນັ້ນຮຽກຮ້ອງພາກສ່ວນກ່ຽວຂ້ອງເລັ່ງເອົາໃຈໃສ່ແກ້ໄຂໂດຍສະເພາະແມ່ນເນັ້ນປະຕິບັດມາດຕະການລະບຽບກົດໝາຍຕໍ່ຜູ້ທີ່ໃຫ້ບໍລິການລົດເຖື່ອນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວທັງໝົດນັ້ນກໍເພື່ອຫຼຸດຜ່ອນການເອົາລັດເອົາປຽບລະຫວ່າງຜູ້ໃຫ້ບໍລິການດ້ວຍກັນທັງເປັນການສ້າງຄວາມເປັນລະບຽບປອດໄພໃນການໃຫ້ບໍລິການນຳອີກ.