ຮສສ ແລະໂຮງໝໍມະໂຫສົດ ບັນລຸຂໍ້ຕົກລົງບໍລິການກວດສຸຂະພາບແຮງງານ

  ເພື່ອເປັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມແນວທາງຂອງພັກ ແລະລັດຖະບານກໍ່ຄືລະບຽບກົດໝາຍກ່ຽວກັບການຮັກສາສຸຂະພາບຂອງຜູ້ໃຊ້ແຮງງານເພື່ອຮັບປະ ກັນໃຫ້ແກ່ການປະຕິບັດໜ້າທີ່ຂອງພະນັກງານ-ກໍາມະກອນໃນຫົວໜ່ວຍແຮງງານ, ໃນວັນທີ 12 ຕຸລາ 2020 ທີ່ຫ້ອງປະຊຸມຂອງກະຊວງແຮງງານ ແລະສະຫວັດດີການທີ່ນະຄອນຫຼວງວຽງຈັນໄດ້ຈັດຕັ້ງການເຊັນສັນຍາລະຫວ່າງກົມຄຸ້ມຄອງແຮງງານກະຊວງແຮງງານ ແລະສະຫວັດດີການ ແລະຫ້ອງການບໍລິການກວດສຸຂະ ພາບແຮງງານພາຍໃນ ແລະຕ່າງປະເທດໂດຍອີງໃສ່ສັນຍາຮ່ວມມືດ້ານວິຊາການລະຫວ່າງບໍລິສັດຮຸ່ງເຮືອງບໍລິການຈັດຫາງານຈໍາກັດຜູ້ດຽວກັບໂຮງໝໍມະໂຫສົດ, ກະ ຊວງສາທາລະນະສຸກ.

   ການເຊັນສັນຍາຄັ້ງນີ້, ກະຊວງແຮງງານ ແລະສະຫວັດດີການໂດຍແມ່ນທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະສະຫວັດດີການ (ຮສສ) ແລະທ່ານ ນາງ ວຽງສະຫວັນ ຊາມູນຕີ ຜູ້ອຳນວຍການຫ້ອງການບໍລິການກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດໂດຍຊ້ອງໜ້າຄະນະນໍາ ແລະພາກສ່ວນທີ່ກ່ຽວຂອງຈາກກະຊວງແຮງງານ ແລະສະຫວັດດີການ, ກະຊວງສາທາລະນະສຸກ,ໂຮງໝໍມະໂຫສົດ ແລະຫ້ອງການບໍລິການກວດສຸຂະພາບແຮງງານເຂົ້າຮ່ວມ.

   ຈຸດປະສົງຂອງການເຊັນສັນຍາແມ່ນການກວດສຸຂະພາບແຮງງານໂດຍສະເພາະແມ່ນປະຕິບັດໃຫ້ສອດຄ່ອງຕາມລະບຽບການກ່ຽວກັບວຽກງານສຸຂະພາບແຮງງານ ແລະບັນຊີພະຍາດອາຊີບຢູ່ ສປປ ລາວ, ໃຫ້ຄໍາປຶກສາດ້ານກົດໝາຍ, ລະບຽບການ ແລະວິຊາການດ້ານວຽກງານສຸຂະພາບແຮງງານ ແລະພະຍາດອາຊີບຢູ່ ສປປ ລາວ, ເຜີຍແຜ່ ແລະ ບັງຄັບໃຊ້ກົດໝາຍ, ລະບຽບການຂອງລັດກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານໂດຍສະເພາະແມ່ນການກວດສຸຂະພາບແຮງງານນໍາໃຊ້ ສະເໜີປັບປຸງ ແລະບໍາລຸງຮັກສາຖານຂໍ້ມູນສຸຂະພາບແຮງງານທີ່ຝ່າຍຫ້ອງການບໍລິການກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດສະໜອງໃຫ້ເກັບຮັກສານໍາໃຊ້ ແລະເຜີຍແຜ່ຂໍ້ມູນດ້ານສຸຂະພາບແຮງງານຕາມຄວາມເໝາະສົມ.

  ພ້ອມດຽວກັນນັ້ນ, ຫ້ອງການບໍລິການກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດແມ່ນຈະປະຕິບັດຕາມກົດໝາຍ, ລະບຽບການທີ່ກ່ຽວຂ້ອງກັບການດໍາເນີນກິດຈະການຂອງຕົນ, ຮັບປະກັນຄຸນນະພາບຂອງການບໍລິການ, ປະກອບບຸກຄະລະກອນທີ່ມີຄວາມຊ່ຽວຊານດ້ານແຮງງານໂດຍສະເພາະແມ່ນດ້ານການວິເຄາະພະຍາດອາຊີບ ແລະ ສາເຫດຂອງການກໍ່ໃຫ້ເກີດພະຍາດໃນສະຖານທີ່ເຮັດວຽກມີຖານຂໍ້ມູນດ້ານສຸຂະພາບແຮງງານທີ່ລະອຽດສາມາດເກັບມ້ຽນໄວ້ໄດ້ຍາວນານຖານຂໍ້ມູນດັ່ງກ່າວແມ່ນໃຫ້ມີຢູ່ຫ້ອງການຂອງຕົນ ແລະສະໜອງໃຫ້ກົມຄຸ້ມຄອງແຮງງານທັງຮາດແວ ແລະຊອບແວ 1 ຊຸດຊ່ວຍຊຸກຍູ້ດ້ານງົບປະມານໃຫ້ແກ່ການຝຶກອົບຮົມພະ ນັກງານ, ການສ້ອມແປງ ແລະປັບປຸງຖານຂໍ້ມູນໃຫ້ຢູ່ໃນສະພາບພ້ອມນໍາໃຊ້ໄດ້ ຫຼືພັດທະນາໃຫ້ດີຂຶ້ນລວມທັງການພິມເຜີຍແຜ່ຂໍ້ມູນຕາມຄວາມຄວາມເໝາະສົມຕາມການສະເໜີຂອງຫ້ອງການບໍລິການກວດສຸຂະພາບແຮງງານພາຍໃນ ແລະຕ່າງປະເທດບົດບັນທຶກການຮ່ວມມືສະບັບນີ້ມີອາຍຸນໍາໃຊ້ 3 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

----------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ