ດ່ານພາສີສາກົນຂົວມິດຕະພາບ IV ສຸມເກັບລາຍຮັບຕາມແຜນ

   ດ່ານພາສີສາກົນຂົວມິດຕະພາບ IV ແຂວງບໍ່ແກ້ວຂຶ້ນກັບກອງຄຸ້ມຄອງພາສີ I, ໃນປີ 2020 ໄດ້ຮັບຕົວເລກແຜນການ193 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນ ເກັບລາຍຮັບໄດ້ 133,2 ຕື້ກີບ, ເທົ່າກັບ 58,69% ຂອງແຜນການປີ, ຖ້າທຽບໃສ່ປີຜ່ານມາຫຼຸດລົງ, ເນື່ອງຈາກວ່າການນໍາເຂົ້າສິນຄ້າຫຼຸດລົງ, ການຂົນສົ່ງສິນຄ້າພົບຄວາມຫຍຸ້ງຍາກບວກກັບການລະບາດຂອງເຊື້ອພະຍາດໂຄວິດ-19.

   ທ່ານ ຄໍາຜາຍ ຈັນນີຍາວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ IV ໃຫ້ສໍາພາດວ່າ: ດ່ານພາສີສາກົນຂົວມິດຕະພາບIV ປະກອບມີດ່ານພາສີທ້ອງຖິ່ນ-ດ່ານພາສີປະເພນີຂຶ້ນກັບ, ຊຶ່ງຂຶ້ນກັບກອງຄຸ້ມຄອງພາສີ I, ເປັນເສນາທິການໃຫ້ແກ່ກົມພາສີໃນການໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດກົດໝາຍ ແລະນິຕິກໍາອື່ນໆທີ່ກຽວຂ້ອງກັບວຽກງານຂະແໜງພາສີຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດແຜນການການຈັດເກັບລາຍຮັບ, ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ຕາມພາລະບົດບາດ ແລະໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ຖືກຕ້ອງສອດຄ່ອງຄົບຖ້ວນໂປ່ງໃສສາມາດກວດໄດ້ ແລະທັນເວລາ.

  ໃນປີ 2020 ໄດ້ຮັບຕົວເລກແຜນການໃຫ້ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈໍານວນທັງໝົດ 193 ຕື້ກວ່າກີບ, ໃນນັ້ນໄດ້ແບ່ງໃຫ້ແຕ່ລະດ່ານຈັດຕັ້ງປະຕິບັດເກັບລາຍຮັບເປັນຕົ້ນ: ດ່ານພາສີສາກົນຂົວມິດຕະພາບ IV, ດ່ານພາສີສາກົນບ້ານມອມ, ດ່ານພາສີສາກົນສາມຫຼ່ຽມຄໍາ, ດ່ານພາສີທ້ອງຖິ່ນຕົ້ນເຜີ້ງ, ດ່ານພາສີປະ ເພນີນໍ້າເກິ່ງ, ດ່ານພາສີທ້ອງຖິ່ນຫ້ວຍຊາຍ, ດ່ານພາສີປະເພນີບ້ານດ່ານ ແລະປາກທາ.

 ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນປີ 2020 ສາມາດເກັບລາຍຮັບໄດ້ 133,2 ຕື້ກີບ, ເທົ່າກັບ 58,69% ຂອງແຜນການປີ, ຊຶ່ງຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າມີທ່າອ່ຽງຫຼຸດລົງ, ເນື່ອງຈາກວ່າການນໍາເຂົ້າສິນຄ້າຫຼຸດລົງ,ການຂົນສົ່ງສິນຄ້າພົບຄວາມຫຍຸ້ງຍາກບວກກັບການລະບາດຂອງເຊື້ອພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຄ່າທຳນຽມໂດຍສະເພາະຢູ່ບັນດາດ່ານທ້ອງຖິ່ນ ແລະດ່ານປະເພນີ.

   ນອກຈາກນີ້, ດ່ານພາສີສາກົນຂົວມິດຕະພາບ IV ຍັງໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານການບໍລິການການຄິດໄລ່ຄ່າພາສີ-ອາກອນ, ລະບົບ 53 ເຮັດໃຫ້ວຽກງານການຈັດເກັບລາຍຮັບເຂົ້າງົບປະມານມີຄວາມສະວ່ອງໄວ-ໂປ່ງໃສສາມາດກວດສອບໄດ້,ການມອບເງິນຄ່າພາສີ-ກອນໄດ້ມອບດ້ວຍລະບົບສະມາດເທັກ (ຜ່ານທະນະຄານຄານ) ເຮັດໃຫ້ມີຄວາມສະດວກຂຶ້ນ.

  ແນວໃດກໍຕາມເພື່ອບັນລຸຕາມແຜນການໃນ 4 ເດືອນທ້າຍປີ 2020 ຄະນະດ່ານພາສີສາກົນຈະສຸມໃສ່ການເກັບລາຍຮັບໃຫ້ບັນລຸຕາມແຜນການປີ, ເອົາໃຈໃສ່ໃນການຕິດຕາມກວດກາ-ກວດ ການປະຕິບັດໜ້າທີ່ວຽກງານແຕ່ລະໜ່ວຍງານເອົາໃຈໃສ່ໂຄສະນາເຜີຍແຜ່ລະບຽບກົດໝາຍແນະນໍາທາງລະບຽບກົດໝາຍ ແລະ ນິຕິກໍາຕ່າງໆໃນການຈັດຕັ້ງກ່ຽວກັບການສົ່ງອອກ-ນໍາເຂົ້າການຂົນສົ່ງຜ່ານແດນ, ປຸກລະດົມນັກທຸລະກິດໃຫ້ນຳເຂົ້າສິນຄ້ານຜ່ານດ່ານໃຫ້ຫຼາຍຂຶ້ນ, ປະສານສົມທົບກັບຂະ ແໜງການກ່ຽວຂ້ອງທັງສາຍຕັ້ງ-ສາຍຂວາງ,ເພື່ອອຳນວຍຄວາມສະດວກໃນການຈັດເກັບລາຍຮັບການບໍລິການໃຫ້ວ່ອງໄວຖືກຕ້ອງຕາມລະບຽບການ,ເອົາໃຈໃສ່ຄຸ້ມຄອງນໍ້າມັນເຊື້ອໄຟ, ການເຄື່ອນຍ້າຍສິນຄ້າເຄື່ອງຂອງຕາມຊາຍແດນ; ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ພະນັກງານສະມາຊິກພັກທີ່ຂຶ້ນກັບຄວາມຮັບ ຜິດຊອບ ແລະອື່ນໆ.

-----------------

ຂ່າວ: ກະຊວງການເງິນ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ