ລັດກຽມຟື້ນຟູພື້ນຖານໂຄງລ່າງໃນເຂດໄພພິບັດສະໜາມໄຊ

 ວັນທີ 8 ຕຸລາ 2020 ນີ້ ພະແນກໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື ໄດ້ຈັດພິທີເປີດຊອງປະມູນລາຄາໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງປະເທດລາວເພື່ອຄັດເລືອກເອົາບໍລິສັດທີ່ມີມາດຖານ, ເງື່ອນໄຂ, ຖືກຕ້ອງຄົບຖ້ວນຕາມລະບຽບຫຼັກການ, ມີຄວາມໝັ້ນຄົງທາງດ້ານການເງິນ, ມີປະສົບການ ແລະລາຄາການປະມູນໃກ້ຄຽງ ຫຼືຕໍ່າກວ່າລາຄາກາງຕາມລະບຽບການຂອງ ທລຍ ຈຶ່ງຊະນະໃນການປະມູນ, ເພື່ອຄັດເລືອກມາຈັດຕັ້ງປະຕິບັດໂຄງການທີ່ໄດ້ເປີດຊອງປະມູນໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວໂດຍມີບັນດາໂຄງການຟື້ນຟູໂຄງລ່າງພື້ນຖານແຂວງພາກໃຕ້ຂອງປະເທດລາວ,ມີຄະນະກຳມະການປະມູນຂັ້ນແຂວງເມືອງ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລັດຕະນະພອນ ເທບສຸວັນ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື ໄດ້ກ່າວວ່າ: ໂຄງການຟື້ນຟູພື້ນຖານໂຄງລ່າງແຂວງພາກໃຕ້ຂອງປະເທດລາວຢູ່ແຂວງອັດຕະປືແມ່ນໂຄງການໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະຊາຊົນ ແລະ ລັດຖະບານເຢຍລະມັນ 100% ໂດຍຜ່ານອົງການ KfW ເພື່ອຊ່ວຍເຫຼືອແກ່ລັດຖະບານ ແລະປະຊາຊົນລາວ, ໂດຍສະເພາະແມ່ນເພື່ອຟື້ນຟູພື້ນຖານໂຄງລ່າງດ້ານຄົມມະນາຄົມຢູ່ແຂວງພາກໃຕ້ຂອງລາວກໍຄືຢູ່ແຂວງອັດຕະປືໂດຍສະເພາະຢູ່ເມືອງ ສະໜາມໄຊທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີ 2018 ທີ່ຜ່ານມາຈາກເຫດການຄູກັນນໍ້າສັນເຂື່ອນເຊປຽນ-ນໍ້ານ້ອຍ ແຕກຫັກ, ເຮັດໃຫ້ເສັ້ນທາງເປ່ເພເສຍ ຫາຍຫຼາຍເສັ້ນ, ການສັນຈອນໄປມາມີຄວາມຫຍຸ້ງຍາກຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການສ້ອມແປງຟື້ນຟູຄືນໃໝ່ເພື່ອຕອບສະໜອງແກ່ການສັນຈອນໄປມາໃຫ້ມີຄວາມສະດວກສະບາຍ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

  ທ່ານ ລັດຕະນະພອນ ເທບສຸວັນ ໄດ້ກ່າວວ່າ: ໂຄງການຟື້ນຟູໂຄງລ່າງພື້ນຖານແຂວງພາກໃຕ້ຂອງປະເທດລາວຢູ່ແຂວງອັດຕະປືທີ່ໄດ້ເປີດຊອງສາມາດເລືອກໄດ້ບໍລິສັດທີ່ຜ່ານເງື່ອນໄຂໃນເບື້ອງຕົ້ນເທື່ອນີ້ສັນຍາທີ 1 ມີ 15 ບໍລິສັດ, ສັນຍາທີ 2 ມີ 14 ບໍລິສັດ ແລະ ສັນຍາທີ 3 ມີ 20 ບໍລິສັດ ແລະບັນດາບໍລິສັດດັ່ງກ່າວ, ຈະໄດ້ນໍາໄປຕີລາຄາລະອຽດ ແລະຄັດເລືອກເອົາພຽງແຕ່ 1ບໍລິສັດທີ່ດີທີ່ສຸດເປັນຜູ້ຊະນະການປະມູນ ແລະໃນແຕ່ລະສັນຍາຄາດວ່ະໄດ້ຮັບຮູ້ຜົນຂອງການປະມູນພາຍໃນ 28 ວັນແລະຄາດວ່າຈະໄດ້ເຊັນສັນຍາໂຄງການໃນວັນທີ 1 ພະຈິກ 2020 ນີ້.

-------------

ຂ່າວ: ເທວາ , ຮູບພາບ#ຫນັງສືພິມເສດຖະກິດສັງຄົມ