ຕາດວັງຟອງ ອີກແຫຼ່ງທ່ອງທ່ຽວທຳມະຊາດ ທີ່ສວຍງາມ

 ເມືອງປາກກະດິງ ກໍ່ເປັນອີກ ເມືອງໜຶ່ງຂອງແຂວງບໍລິຄຳໄຊ ທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ຮິດຄອງປະເພນີ ພ້ອມທັງມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມເພາະວ່າມີຊາຍແດນຕິດກັບປ່າ ສະຫງວນພູເຂົາຄວາຍ ເຮັດໃຫ້ ເມືອງນີ້ມີແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດທີ່ມີຄວາມສວຍ ງາມຫຼາຍແຫ່ງເປັນຕົ້ນແມ່ນທຳມະຊາດປາກກະດິງ, ນົກນັບພັນໂຕຢູ່ ພູໂນນຫີນ, ຕາດວັງຟອງ  ແລະອື່ນໆ ທີ່ເປັນຕາໄປຢ້ຽມຢາມ ແລະທ່ຽວ ຊົມທຳມະຊາດທີ່ຍັງຄົງອຸດົມສົມ ບູນດ້ວຍຊີວະນາໆພັນ.

   “ຕາດວັງຟອງ” ກໍ່ເປັນແຫຼ່ງ ທ່ອງທ່ຽວທາງດ້ານທຳມະຊາດອີກ ແຫ່ງໜຶ່ງທີ່ກຳລັງມີຊື່ສຽງຂອງ ເມືອງປາກກະດິງ ທີ່ສາມາດດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງໄດ້ເປັນຢ່າງດີນ້ຳຕົກຕາດ ແຫ່ງນີ້ແມ່ນຕາດໜຶ່ງທີ່ຢູ່ຕາມສາຍ ນ້ຳກະດິງ ສະຖານທີ່ແຫ່ງນີ້ຈະໄປຮອດດ້ວຍທາງເຮືອຕາມສາຍນ້ຳ ກະດິງປະມານ 40 ນາທີ  ຈາກບ້ານ ໂພງາມ ກໍ່ຈະເຖິງຕາດວັງຟອງ. ແຫຼ່ງທ່ອງທ່ຽວແຫ່ງນີ້ມີຄວາມໂດດເດັ່ນສະເພາະຄືເປັນນໍ້າຕົກຕາດທີ່ສູງ ແລະຊັນທອດຍາວໄປຕາມລຳນ້ຳ ມີສາຍນໍ້າໃສສີມໍລະກົດໄຫຼຢູ່ເທິງພະ ລານຫີນທີ່ມີລັກສະນະແຕກຕ່າງກັນ ເພາະຜ່ານການໄຫຼເສາະຂອງສາຍ ນ້ຳແຫ່ງນີ້ເປັນເວລາດົນນານມາ ແລ້ວ ແລະຍັງຖືກອ້ອມຮອບດ້ວຍ ຕົ້ນໄມ້ໃຫ່ຍຂຽວອຸ່ມທຸ່ມຢູ່ສອງຟາກ ຝັ່ງທີ່ມີຄວາມສວຍງາມ, ອຸດົມສົມບູນຂອງຜືນປ່າ ແລະພືດພັນນາໆ ຊະນິດ.

  “ຕາດວັງຟອງ” ເໝາະກັບການທ່ອງທ່ຽວລ່ອງເຮືອ, ຢ່າງທ່ຽວຊົມ ທຳມະຊາດ ເກັບຮູບພາບງາມໆ ແລ້ວລົງຫຼິ້ນນໍ້າທີ່ໃສສະອາດ ແລະ                      ເຢັນສະບາຍ. ຖ້າໃນວັນຢຸດ ຫຼື ງານເທສະການຕ່າງໆ ຖ້າທ່ານຍັງບໍ່ມີ ແຜນການໄປທ່ຽວໃສຢ່າລືມລອງ ໄປທ່ຽວຊົມ “ຕາດວັງຟອງ” ຮັບ ຮອງເລີຍວ່າທ່ານຈະບໍ່ຜິດຫວັງ ແລະ ຢາກກັບມາຢ້ຽມຊົມສະຖານທີ່ແຫ່ງນີ້ອີກຢ່າງແນ່ນອນ.

ໂດຍ: ວົງມະນີ