ວັນທີ 8-9 ຕຸລາ 2020 ໜ່ວຍງານຄຸ້ມຄອງກິດຈະການດ້ານວັດທະນະທຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຄຳມ່ວນຮ່ວມກັບຫ້ອງການ ຖວທ ເມືອງທ່າແຂກ ແລະຫ້ອງການພັດທະນາຕົວເມືອງ (ອພບຕ) ໄດ້ລົງເຄື່ອນໄຫວຮື້ຖອນ ແລະ ປົດປ້າຍທີ່ຈີກຂາດເປ່ເພ ແລະ ປ້າຍບໍ່ຖືກຕ້ອງຕາມລະບຽບກົດ ໝາຍວ່າດ້ວຍປ້າຍສະບັບເລກທີ 50/ສພຊ ລົງວັນທີ 21 ມີນາ 2018.

  ໃນການລົງເຄື່ອນໄຫວດັ່ງກ່າວແມ່ນໄດ້ຮື້ຖອນແລະປົດປ້າຍຈຳນວນ 24 ປ້າຍທີ່ຢູ່ພາຍໃນເທສະບານເມືອງທ່າແຂກໃນນັ້ນມີປ້າຍຮ້ານອາຫານທີ່ນຳໃຊ້ພາສາບໍ່ຖືກຕ້ອງຈຳນວນ 7 ປ້າຍ, ປ້າຍໂພສເຕີ້ຂອງບໍລິສັດທີ່ຕິດຊະຊາຍ 15 ປ້າຍ ແລະປ້າຍໂຄສະນາຂອງບໍລິສັດ, ວິສາຫະກິດທີ່ຈີກຂາດ 2 ປ້າຍ.

   ທັງນີ້ກໍເພື່ອແນໃສ່ຄວາມເປັນລະບຽບຮຽບຮ້ອຍທັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ ໂດຍສະເພາະແມ່ນຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກ ແຂວງຄຳມ່ວນທີ່ຈະໄຂຂຶ້ນໃນມໍ່ໆນີ້.

----------------

ຂ່າວ: ກອງຄຳ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ