ເລຂາທິການໃຫຍ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນທາງໄກຂອງບັນດາພັກການເມືອງ

   ຂປລ ໃນໂອກາດທີ່ພັກກອມມູນິດຈີນເປັນເຈົ້າພາບຈັດກອງປະຊຸມສໍາມະນາສາກົນທາງໄກພາຍໃຕ້ຫົວຂໍ້: “ການຫຼຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ຂອງພັກການເມືອງຢູ່ແຂວງຟູ ຈ້ຽນ, ສປ ຈີນ ໃນວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການເມືອງຈຳນວນ 400 ກວ່າທ່ານຈາກ 100 ກວ່າປະເທດໃນໂລກ, ນອກນັ້ນຍັງມີສະຖານທູດຕ່າງປະເທດປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນປະຈຳ ສປ ຈີນ, ສື່ມວນຊົນບັນດາປະເທດກໍາລັງພັດທະນາ ແລະຜູ້ຊ່ຽວຊານຕ່າງໆໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ.

   ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະກ່າວຄຳປາໄສຜ່ານວິດີໂອທາງໄກໂດຍໄດ້ຕີລາຄາເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້, ມີຄວາມໝາຍສໍາຄັນດ້ານຍຸດທະສາດທັງມີລັກສະນະສາກົນ, ເພາະການລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນແມ່ນໜຶ່ງໃນພາລະກໍາປະຫວັດສາດ, ທັງແມ່ນຄວາມຮັບຜິດຊອບ, ພັນທະ ແລະໜ້າທີ່ຂອງບັນດາພັກການເມືອງ ເພື່ອນໍາເອົາຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ.

   ກອງປະຊຸມເປັນໂອກາດທີ່ດີໃຫ້ແກ່ບັນດາພັກການເມືອງໃນໂລກໄດ້ຮັບຊາບເຖິງຜົນສໍາເລັດ, ຄວາມຫຍຸ້ງຍາກໃນການແກ້ໄຂຄວາມທຸກຍາກຂອງບັນດາປະເທດ, ທັງເປັນໂອກາດດີໃນການເພີ່ມທະວີການແລກປ່ຽນບົດຮຽນຮ່ວມກັນໃນການແກ້ໄຂຄວາມທຸກຍາກ ແລະສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ.

 ພ້ອມນັ້ນ,ສະຫາຍເລຂາທິການໃຫຍ່ຍັງໄດ້ຊົມເຊີຍ ແລະຕີລາຄາສູງຕໍ່ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ໃນຕະຫຼອດໄລຍະ 71 ປີທີ່ຜ່ານມາພາຍໃຕ້ການນໍາພາອັນຖືກຕ້ອງ, ປະດິດສ້າງ ແລະ ຮອບດ້ານຂອງພັກກອມມູນິດຈີນ, ຈາກທີ່ເປັນປະເທດທຸກຍາກຫຼ້າຫຼັງ, ປະເທດຈີນໄດ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງ ແລະທັນສະໄໝ, ກໍາລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫຼາຍຮ້ອຍລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂາດເຂີນທາງດ້ານວັດຖຸສິ່ງ ຂອງທີ່ເປັນປັດໄຈພື້ນຖານຂອງການດໍາລົງຊີວິດ ແລະກ້າວໄປເຖິງລະດັບທີ່ມີຄວາມອີ່ມໜໍາສໍາລານໂດຍພື້ນຖານພຽງໃນໄລຍະເວລາສັ້ນໆ ຊຶ່ງເປັນປາກົດການທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ ແລະສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນທີ່ມີສະຫາຍເລຂາທິການໃຫຍ່ສີຈິ້ນຜິງເປັນແກນກາງ, ດ້ວຍບົດຮຽນ, ປະສົບການທີ່ອຸດົມສົມບູນ ແລະຜົນສໍາເລັດອັນໂດດເດັ່ນໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຂອງພັກກອມມູນິດຈີນ, ປະຊາຊົນຈີນຈະບັນລຸຜົນສໍາເລັດໃນການສ້າງສັງຄົມທີ່ອີ່ມໜໍາສໍາລານຢ່າງຮອບດ້ານຕາມທີ່ຄາດໝາຍໄວ້.

 ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ ສປປ ລາວ ຊຶ່ງຍາມໃດພັກປະຊາຊົນປະຕິວັດລາວກໍຖືເອົາວຽກງານການລຶບລ້າງຄວາມທຸກຍາກ ແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນລາວບັນດາເຜົ່າເປັນວຽກບູລິມະສິດອັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະປະສົບຜົນສໍາເລັດເປັນກ້າວໆມາ.

   ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່ໄດ້ຕີລາຄາສູງຕໍ່ແນວຄວາມຄິດໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ສະເໜີໂດຍສະຫາຍເລຂາທິການໃຫຍ່ສີຈິ້ນຜິງ, ຊຶ່ງສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ ແລະຮຽກຮ້ອງໃຫ້ບັນດາພັກການມືອງໃນໂລກຈົ່ງເພີ່ມທະວີການປະສານສົມທົບເຊິ່ງກັນ ແລະກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກປະກອບສ່ວນສູ້ຊົນເຮັດໃຫ້ບັນດາເປົ້າໝາຍສະຫະສະວັດແຫ່ງການພັດທະນາຂອງອົງການສະຫະປະຊາຊາດວາງໄວ້ບັນລຸຕາມຄາດໝາຍ.

----------------

ຂ່າວ: ຄຕພ , ຮູບພາບ#ຫນັງສືພິມເສດຖະກິດສັງຄົມ