ແຂວງບໍ່ແກ້ວ ຈູດທຳລາຍຢາເສບຕິດຂະໜາດໃຫຍ່

   ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 19 ປີ (12 ຕຸລາ 2001-12 ຕຸລາ 2020) ກອງບັນຊາການ ປກສ ແຂວງບໍ່ແກ້ວ ພະ ແນກສະກັດກັ້ນ ແລະ ຕ້ານຢາເສບຕິດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ຈັດພິທີທໍາລາຍຢາເສບຕິດຂື້ນຢູ່ທີ່ເດີນສະໜາມບິນແຂວງໃນຕອນເຊົ້າຂອງວັນທີ 12 ຕຸລາ 2020 ນີ້. ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານ ກຄສ ແຂວງ, ມີບັນດາຄະນະປະຈໍາພັກແຂວງ, ສອງກອງບັນຊາການທະຫານຕໍາຫຼວດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

   ທ່ານ ພັອ ອິນສົມ ທໍາລະສິນ ເລຂາຄະນະພັກຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກໍາມະການກວດກາ, ຄຸ້ມຄອງ ແລະທໍາລາຍຢາເສບຕິດແຂວງກໍ່ໄດ້ຂື້ນມີຄໍເຫັນຕໍ່ພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ19 ປີ. ປະຈຸບັນນີ້ສັງຄົມໃນທົ່ວໂລກມີຄວາມສັບສົນວຸ້ນວາຍເຮັດໃຫ້ປະເທດຕ່າງໆໃນທົ່ວໂລກລວມທັງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ພາຍໃນແຂວງບໍ່ແກ້ວ ຂອງພວກເຮົາກຳລັງພົບພໍ້ກັບບັນຫາສິ່ງເສບຕິດເຂົ້າມາຄອບງໍາ ກໍ່ໃຫ້ເກີດມີຜູ້ຊື້, ຜູ້ຂາຍ, ຜູ້ຊົມໃຊ້ເສບຢາຕິດ ແລະເປັນບັນຫາໜຶ່ງທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ທີ່ເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ, ມີທ່າອ່ຽງຂະຫຍາຍຕົວຢ່າງໄວວາ ແລະແຜ່ລະບາດເປັນວົງກ້ວາງ, ໃນໄລຍະ 01 ປີຜ່ານມາພວກເຮົາສາມາດມ້າງຄະດີຢາເສບຕິດໄດ້ຈຳນວນ: 165 ເລື່ອງ; ກັກຜູ້ຕ້ອງຫາຈໍານວນ: 235 ຄົນ, ຍີງ: 32 ຄົນ, ຕ່າງປະເທດ 38 ຄົນ ແລະຍືດເຄື່ອງຂອງກາງໄດ້ຢາບ້າຈໍານວນ: 1.242.042 ເມັດ. ເຮໂລອິນຈໍານວນ: 82 ແທ່ງ. ຢາໄອສ໌ຈໍານວນ: 622 ຫໍ່. ຢາຝິ່ນຈໍານວນ: 2 kg. ສານເຄມີ ຈໍານວນ: 30 ໂຕນ. ປະເພດແປ້ງຝຸ່ນຕ່າງໆ ຈໍານວນ: 07 ຖົງ. ລົດໃຫຍ່ ຈໍານວນ: 14 ຄັນ,ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ: 10 ໂຕນ, ລົດຈັກ 46 ຄັນ. ໄດ້ລົງທໍາລາຍໄຮຝົນຈຳນວນ: 32 ເຮັກຕາ, ພ້ອມທັງໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍ ຂອງຢາເສບຕິດຢູ່ບັນດາບ້ານ ແລະໂຮງຮຽນຈໍານວນ: 02 ຄັ້ງ, ມີ 46 ບ້ານ ແລະ 15 ໂຮງຮຽນ, ມີຜູ້ເຂົ້າ ຮ່ວມທັງໝົດ ຈໍານວນ: 6.159 ຄົນ, ຍິງ: 2.494 ຄົນ ແລະ ຍັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຂອງຜູ້ຕິດຢາເສບຕິດ ປະເພດ: ຢາບ້າຈໍານວນ: 160 ຄົນ, ຍິງ 03 ຄົນ. ຢາເສບຕິດທີ່ນໍາມາຈູດທໍາລາຍໃນມື້ນີ້ ແມ່ນໄດ້ດໍາເນີນຄະດີຕາມຂັ້ນຕອນຖືກຕ້ອງຕາມລະບຽບກົດໝາຍ ແລະ ຖືກສານປະຊາຊົນແຂວງບໍ່ແກ້ວຕັດສິນຢ່າງເດັດຂາດມີ ຢາເສບຕິດທີ່ມີເຈົ້າກໍາ ປະກອບມີ: ຢາບ້າຈໍານວນ: 6.579.131 ເມັດ, ເຮໂລອິນຈໍານວນ: 260 ແທ່ງ ແລະ 12 ຖົງນ້ອຍ, ຢາໄອສ໌ 362 ຫໍ່ ແລະ 25 ຫຼອດນ້ອຍ, ເຄຕາມິນຈໍານວນ: 11 ຖົງນ້ອຍ, ຢາເສບຕິດທີ່ບໍ່ມີເຈົ້າກໍາປະກອບມີ: ຢາບ້າຈໍານວນ 4.982.845 ເມັດ, ຢາໄອສ໌ຈໍານວນ: 643 ຫໍ່ ແລະ 01 ຖົງນ້ອຍ, ເຮໂລອີນຈໍານວນ: 04 ແທ່ງ, ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ: 10 ໂຕນ. ລວມທັງໝົດ: ຢາບ້າ ຈໍານວນ: 11,561,975 ເມັດ, ເຮໂລອິນ 264 ແທ່ງ, ຢາໄອສ 1,005 ຫໍ່ ແລະເຄຕາມີນ 11 ຖົງນ້ອຍ.

  ໃນນາມກອງບັນຊາການ ປກສ ແຂວງ ແລະຕ່າງໜ້າໃຫ້ແກ່ອໍານາດການປົກຄອງແຂວງຈຶ່ງຂໍຮຽກຮ້ອງ ແລະເຊີນຊວນບັນດາທ່ານພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າຕະຫຼອດຮອດພໍ່ຄ້າຊາວຂາຍ, ນັກທຸລະກິດຈົ່ງໄດ້ເພີ້ມທະວີຄວາມມີສະຕິລະວັງຕົວ, ພ້ອມທັງພະຍາຍາມສຶກສາອົບຮົມລູກຫຼານ,ຄອບຄົວຂອງຕົນເພື່ອບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ແລະພ້ອມກັນເປັນເຈົ້າການໃນການສະກັດກັ້ນການແຜ່ລະບາດຂອງຢາເສບຕິດ, ບໍ່ໃຫ້ເຂົ້າມາຄອບງຳ, ເຮັດໃຫ້ບັນຫາ ຢາເສບຕິດໝົດໄປຈາກສັງຄົມລາວກໍ່ຄືແຂວງບໍ່ແກ້ວພວກເຮົາ, ເພີ່ມທະວີຄວາມເປັນເຈົ້າການຍົກສູງຄວາມຮັບຜິດຊອບ, ຊຸກຍູ້, ປຸກລະດົມຂົນຂວາຍບັນດາຊາວໜຸ່ມ, ໄວ ໜຸ່ມ, ນັກຮຽນ, ນັກສຶກສາ ຕະຫຼອດຮອດລູກຫຼານໄດ້ຮູ້ ແລະເຫັນໄດ້ໄພອັນຕະລາຍຂອງຢາເສບຕິດທີ່ເປັນພິດໄພຕໍ່ຮ່າງກາຍ, ຕໍ່ຄອບຄົວ, ສັງຄົມ ແລະຕໍ່ຊັບສິນວັດຖຸສິ່ງຂອງຕ່າງໆ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບສຸກ ແລະສີວິໄລ.

---------------

ພາບ-ຂາວ ນາຊູ ປກສ ແຂວງບໍ່ແກ້ວ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ