ໄຊຍະສະຫຼຸບວຽກງານຄຸ້ມຄອງກອງທຶນປະກັນສຸຂະພາບ

   ພະແນກສາທາລະນະສຸກ ແຂວງໄຊຍະບູລີ ຈັດກອງປະຊຸມຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບຂັ້ນແຂວງ ແລະເມືອງປະຈໍາ 6 ເດືອນຕົ້ນປີ ແລະທິດ ທາງແຜນການ 6 ເດືອນ ທ້າຍປີຂຶ້ນໃນວັນທີ 6 ຕຸລາ ທີ່ຫ້ອງປະຊຸມພະແນກດັ່ງກ່າວໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ດຣ ນິກອນ ວົງສະຫວັດ ຮັກສາການຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດກະຊວງສາທາລະນະສຸກທ່ານ ດຣ ແກ່ນ ດວງດີ ຮອງຫົວໜ້າພະ ແນກສາທາລະນະສຸກແຂວງ,ມີຮອງເຈົ້າເມືອງ,ຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນແຂວງຄະນະພະແນກສາທາລະນະສຸກແຂວງ, ຫົວ ໜ້າຫ້ອງການສາທາລະນະສຸກເມືອງ,ຜູ້ອໍານວຍການໂຮງໝໍແຂວງ,ໂຮງໝໍຊຸມຊົນຕະຫຼອດຮອດພະນັກງານວິຊາການຫ້ອງການປະກັນສຸຂະພາບຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.

  ທ່ານ ນາງ ບຸນພັກ ອິນທະ ປັນຍາ ໃຫ້ຮູ້ວ່າ: ພັກ ແລະລັດຖະບານຍາມໃດກໍມີຄວາມເປັນຫ່ວງເປັນໃຍນໍາສຸຂະພາບຂອງປະຊາຊົນລາວບັນດາເຜົ່າຄະນະພັກ, ອົງ ການປົກຄອງທຸກຂັ້ນພາຍໃນແຂວງກໍຄືພະແນກສາທາລະນະສຸກແຂວງໃນນາມເປັນຄະນະຮັບຜິດຊອບຈັດຕັ້ງປະຕິບັດກອງທຶນກໍ່ໄດ້ສຸມສະຕິປັນຍາຄວາມຮູ້-ຄວາມສາ ມາດເປັນເຈົ້າການໃນການປຸກລະດົມການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງທົ່ວເຖິງເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ສາມາດປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາປະເທດຊາດຂອງພວກເຮົາຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມຈຸດໝາຍທີ່ພັກ-ລັດວາງໄວ້, ກອງປະຊຸມຄັ້ງນີ້ໄດ້ຮັບຟັງສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແຫ່ງຊາດ ແຂວງໄຊຍະບູລີ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2020, ພ້ອມກັນນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ,ຕີລາຄາດ້ານດີ,ດ້ານອ່ອນທີ່ຈະໄດ້ພ້ອມກັນແກ້ໄຂເພື່ອເຮັດໃຫ້ວຽກງານກອງທຶນປະກັນສຸຂະພາບແຫ່ງຊາດໃຫ້ເປັນເອກະພາບກັນໃນທົ່ວແຂວງ.

   ປະຈຸບັນທົ່ວແຂວງໄຊຍະບູລີມີຜູ້ປະກັນສຸຂະພາບປົກຄຸມ 100% ຂອງປະຊາກອນ 423.498 ຄົນ ໃນນີ້ພາກປະຊາຊົນທົ່ວໄປປົກຄຸມ89,3%, ພາກວິສາຫະກິດປົກຄຸມ 31%, ປ້ອງກັນຊາດປ້ອງກັນຄວາມສະຫງົບ 0,8%, ລັດຖະກອນ 8,8%, ໃນ 6 ເດືອນຜ່ານມາມີຜູ້ປະກັນຕົນສົມທົບທັງໝົດມີ 91.670 ຄົນ ເປັນເງິນ 888 ລ້ານກວ່າກີບສັດສ່ວນການປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າຂອງໂຮງໝໍແຂວງແລະໂຮງໝໍຊຸມຊົນເຄິ່ງປີຜ່ານມາບໍ່ເສຍຄ່າ 8,61 ຕື້ກີບ ເທົ່າກັບ 74%, ເສຍຄ່າ 2,99 ຕື້ກີບ ເທົ່າກັບ 2,6%, ມີ ໂຕເລກປິ່ນປົວຂ້າມເຂດທັງໝົດ 2.232 ຄົນ ແລະສົ່ງຕໍ່ 491 ຄົນ.

___________

ຂຽນໂດຍບຸນທີ, 

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ