ເຄິ່ງປີເມືອງແກ່ນທ້າວສົ່ງສິນຄ້າອອກ 1,3 ແສນໂຕນ

   ຕາມການລາຍງານຈາກຫ້ອງການອຸດສາຫະກໍາ ແລະການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 6 ເດືອນ ຕົ້ນປີ 2020 ນີ້, ໄດ້ອະນຸຍາດສົ່ງສິນຄ້າອອກຕ່າງປະເທດຈໍານວນ 130.000 ກວ່າໂຕນ ມູນຄ່າ 135,52 ຕື້ກີບ ຫຼືປະມານ 14,67ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20% ໃນນີ້ສາລີ 18 ພັນກວ່າໂຕນ ມູນຄ່າ 20 ຕື້ກວ່າກີບ ຫຼືປະມານ 2,17 ລ້ານໂດລາ, ໝາກເດືອຍ 1 ພັນກວ່າໂຕນ ມູນຄ່າ 2,78 ແສນໂດລາ, ມັນຕົ້ນແຫ້ງ 1 ແສນ ກວ່າໂຕນ ມູນຄ່າ 110 ຕື້ກວ່າ ກີບ ຫຼືປະມານ 12 ລ້ານກວ່າໂດລາ, ຖົ່ວດິນຝັກ 30 ກວ່າໂຕນ ມູນຄ່າ 10 ພັນກວ່າໂດລາຖົ່ວແດງ 265 ໂຕນ ມູນຄ່າ 1 ແສນ ກວ່າໂດລາ, ໝາກງາ 28 ໂຕນ ມູນຄ່າ 21 ພັນໂດລາ, ຂີງດໍາ 12 ໂຕນ ມູນຄ່າ 6 ພັນໂດລາ, ແກນສາລີ 2 ພັນໂຕນ ມູນຄ່າ 20 ພັນໂດລາ, ໝາກແຕງດອງເກດ ເອ 90 ກວ່າໂຕນ ມູນຄ່າ 14.900 ໂດລາ, ໝາກແຕງດອງເກດບີ 50 ກວ່າໂຕນ ມູນຄ່າ 3.000 ກວ່າໂດລາ.

ນອກຈາກການສົ່ງສິນຄ້າອອກຕ່າງປະເທດແລ້ວ, ເມືອງແກ່ນທ້າວຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດມູນຄ່າ 861 ລ້ານກວ່າໂດລາ ໃນນີ້ນໍ້າມັນເຊື້ອໄຟມູນຄ່າ 814 ລ້ານກວ່າໂດລາ, ພາຫະນະ 73 ພັນກວ່າໂດລາ, ຊີ້ນສ່ວນອາໄລ່ 19,8 ລ້ານໂດລາ, ເຄື່ອງກໍ່ສ້າງ 2,6 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ 4,86 ແສນໂດລາ ແລະ ເຄື່ອງອຸປະໂພກ 24,4 ລ້ານໂດລາ.