ມສ ຕະໂອ້ຍ ສະຫຼອງວັນຄູແຫ່ງຊາດ

  ວັນທີ 6 ຕຸລາ 2020 ທີ່ໂຮງຮຽນ ມສ ຕະໂອ້ຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 26 ປີ (7/10/1994–7/10/2020) ໂດຍການເປັນປະ ທານຂອງທ່ານ ແສງຄອນ ແກ້ວລັດທະວົງ ຜູ້ອໍານວຍການໂຮງຮຽນ ມສ ຕະໂອ້ຍ, ທ່ານນາງ ທອງໃສ ແກ້ວວິໄລສັກ ຮອງຫົວ ໜ້າຫ້ອງການສຶກສາທິການ ແລະກີລາເມືອງຕະໂອ້ຍ ແຂວງສາລະວັນ, ພ້ອມດ້ວຍພະນັກງານຄູ-ອາຈານຕະຫຼອດຮອດນ້ອງນ້ອຍນັກຮຽນເຂົ້າຮ່ວມ.

  ທ່ານ ແສງຄອນ ແກ້ວລັດທະວົງ ກໍໄດ້ຜ່ານປະຫວັດຄວາມເປັນມາຂອງນາຍຄູຄໍາໃນປີ ຄສ 1907 ທ້າວ ຄໍາ ໄດ້ເຂົ້າຮ່ວມຝຶກອົບຮົມຄູຊຶ່ງຖືວ່າເປັນຄັ້ງທໍາອິດຂອງປະ ຫວັດສາດຂອງຊາດລາວທີ່ມີການຈັດຝຶກອົບຮົມຄູພາຍຫຼັງການຝຶກອົບຮົມສໍາເລັດແລ້ວມາເຖິງວັນທີ 7 ຕຸລາ 1907 ທ້າວຄໍາເລີ່ມເປັນຄູສອນ, ຍ້ອນພວກລ່າເມືອງຂຶ້ນເຫັນອິດທິພົນຂອງພະສົງໃນວຽກງານການສຶກສາພວກເຂົາຈຶ່ງໄດ້ຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ ຄສ 1907 ທີ່ວັດຈັນປະກອບມີພະສົງ 50 ກວ່າ ອົງໄດ້ເຂົ້າຮຽນ, ທ້າວ ຄໍາ ກໍແມ່ນໜຶ່ງທີ່ເປັນຄູສອນຢູ່ໂຮງຮຽນແຫ່ງນີ້ຍ້ອນຈິດໃຈແຫ່ງຊາດຂອງນາຍຄູຄຳໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງນາຍຄູຄໍາໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະໄປເປັນຄູໃຫ້ມີຄວາມຮັກຫອມຄວາມເປັນຊາດລາວ.

  ພາຍຫຼັງປະເທດລາວໄດ້ລຸກຮື້ຂຶ້ນຢຶດອໍານາດໃນວັນທີ 12 ຕຸລາ 1945 ເປັນຕົ້ນມາການສຶກສາມີລັກສະນະຊາດຂຶ້ນເລື້ອຍໆ ຈຶ່ງຄ່ອຍໆປາກົດຕົວເປັນຮູບເປັນຮ່າງຂຶ້ນມາການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ໄດ້ຮັບໄຊຊະນະໄດ້ຮັບການສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ແກ່ການສຶກສາຂອງລາວໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດລູກ-ຫຼານ ປະຊາຊົນບັນດາເຜົ່າໄດ້ເຂົ້າສຶກສາຮໍ່າຮຽນຢູ່ໂຮງຮຽນຄູ-ອາຈານ ເຫຼົ່ານັ້ນໄດ້ສົ່ງທອດຄວາມຮູ້ຄວາມສາມາດ ແລະປະສົບການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງປະເທດຊາດເພື່ອນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າຊຶ່ງເຮັດໃຫ້ຊື່ສຽງຂອງຄູໄດ້ຕິດພັນກັບຂະ ບວນການວິວັດແຫ່ງການພັດທະນາປະເທດຊາດແຕ່ລະຍຸກສະໄໝຈາກມື້ນັ້ນມາສູ່ມື້ນີ້ປະເທດຊາດຂອງພວກເຮົາໄດ້ມີນັກວິຊາການ, ນາຍທະຫານ,ຕໍາຫຼວດ, ນັກຮຽນຮູ້ປັນຍາຊົນ, ນັກປະພັນ, ນັກການເມືອງ ແລະນັກທຸລະກິດອື່ນໆສາມາດຕອບສະໜອງຄວາມຕ້ອງການຂອງປະເທດຊາດໃນຂັ້ນພື້ນຖານປະເທດຊາດມີກໍາລັງແຮງສ້າງ ສາພັດທະນາເທົ່າໃດຍິ່ງເຮັດໃຫ້ສັງຄົມມີຄວາມສໍານຶກເຖິງຄຸນງາມຄວາມດີບຸນຄຸນອັນປະເສີດເລີດລໍ້າຂອງຄູຄໍາຫຼາຍຂຶ້ນເທົ່ານັ້ນ.