ເມືອງມຸນລະປາໂມກສຳຫຼວດ ຖານຂໍ້ມູນລາຍຮັບຫົວໜ່ວຍທຸລະກິດ

   ວັນທີ 9 ຕຸລາ 2020 ຫ້ອງການການເງິນເມືອງມຸນລະປາໂມກໄດ້ຈັດກອງປະຊຸມເປີດຂະບວນການສຳຫຼວດຖານຂໍ້ມູນລາຍຮັບຫົວໜ່ວຍທຸລະກິດຕາມກົດໝາຍຂະ ແໜງສ່ວຍສາອາກອນ, ເກັບກຳຂໍ້ມູນພາຫະນະ, ເກັບກຳ ຂໍ້ມູນຕອນດິນພ້ອມທັງຊຸກຍູ້ການປະຕິບັດພັນທະເຂົ້າງົບປະມານປະຈຳປີ 2020 ທົ່ວເມືອງ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ຮອງເຈົ້າເມືອງມຸນລະປາໂມກ, ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າສ່ວຍສາອາກອນແຂວງຈຳປາສັກ, ມີບັນດາທ່ານປະທານຊີ້ນຳກຸ່ມບ້ານ, ທ່ານຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ທ່ານນາຍບ້ານໆ ໃຫຍ່, ທ່ານໃນຄະນະກຳມະການເດີນສຳຫຼວດພ້ອມດ້ວຍພະນັກງານຫ້ອງການໆເງິນເມືອງເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 6 ທ່ານ.

   ໃນກອງປະຊຸມທ່ານ ຄຳພູນ ສິງຫາວົງ ກໍ່ໄດ້ຜ່ານແຈ້ງການຂອງທ່ານເຈົ້າແຂວງຈຳປາສັກສະບັບເລກທີ 016/ຈຂ.ຈສ ວ່າດ້ວຍການສຳຫຼວດຖານລາຍຮັບຂອງຫົວ ໜ່ວຍທຸລະກິດ, ເກັບກຳ ຂໍ້ມູນທີ່ດິນ ແລະຂໍ້ມູນພາຫະ ນະ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ເມືອງໆມຸນລະປາໂມກ ສະບັບເລກທີ 293/ຈມ.ມມ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລົງສຳຫຼວດຖານຂໍ້ມູນ ແລະຊຸກຍູ້ລາຍຮັບປະຈຳປີ 2020 ແລະ ຜ່ານແຈ້ງການເລກທີ 19/ຈມ.ມມ ລົງວັນທີ 24/9/2020 ພ້ອມນັ້ນທ່ານ ປອ ສຸກກະເສີມ ສີຫານຸວົງ ຫົວໜ້າສ່ວຍສາອາກອນແຂວງກໍ່ໄດ້ມີຄຳເຫັນພ້ອມທັງແນະນໍາຄະນະກຳມະການເດີນສຳຫຼວດທີ່ໄດ້ຮັບການແຕ່ງຕັ້ງຂອງເມືອງເປັນຕົ້ນເອກະ ສານສຳຫຼວດຖານຂໍ້ມູນລາຍຮັບຂອງຫົວໜ່ວຍທຸລະກິດ, ຮ່າງຕາຕະລາງການເກັບຂໍ້ມູນຍານພາຫະນະ, ຮ່າງຕາຕະລາງຂໍ້ມູນຕອນດິນ ແລະແລກປ່ຽນປະກອບຄຳຄິດຄຳເຫັນລົງເລິກສຸມໃສ່ບັນຫາຂໍ້ສະດວກ ແລະຂໍ້ຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງໃນໄລຍະຜ່ານມາ.

   ທ່ານ ວັນລະເດດ ແກ້ວຈັນທາ ຮອງເມືອງມຸນລະປາໂມກກໍໄດ້ມີຄຳເຫັນໂອ້ລົມເນັ້ນໃຫ້ຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງຕົວຈິງໃນເທື່ອນີ້ຕ້ອງໄດ້ຄົ້ນຄວ້າ, ນິຕິກຳຕ່າງໆທີ່ຈະນຳໄປຜັນຂະຫຍາຍເພື່ອໃຫ້ບັນດາຫົວໜ່ວຍທຸລະກິດ, ພໍ່ແມ່ປະຊາຊົນແຕ່ລະທ້ອງຖິ່ນເຂົ້າໃຈຢ່າງເລິກເຊິ່ງແລ້ວຫັນມາປະກອບສ່ວນເຂົ້າໃນການປະຕິບັດສິດ ແລະພັນທະຂອງພົນລະເມືອງລາວຕາມກົດໝາຍທີ່ກຳນົດໄວ້ໂດຍຖືເອົາວຽກງານການໂຄສະນາດ້ວຍຫຼາຍວິທີການເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານການລົງເກັບກຳສະຖິຕິຖານຂໍ້ມູນຕ່າງໆພາຍໃນເມືອງມຸນລະປາໂມກເກີດມີຄວາມສະດວກທັງຮັບປະກັນຄວາມຖືກຕ້ອງຊັດເຈນເພື່ອເປັນຖານຂໍ້ມູນໃນການສ້າງແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງໃນຊຸມປີຕໍ່ໜ້າອີກດ້ວຍ.