ເພ້ຍແປ້ງເປັນແມງໄມ້ສັດຕູພືດປະເພດປາກດູດ, ຮູບຮ່າງນ້ອຍ, ອ່ອນນຸ້ມ, ມີແປ້ງສີຂາວປົກຫຸ້ມຕາມລໍາໂຕ, ຂະຫຍາຍພັນໄດ້ທັງແບບອາໄສເພດ ແລະບໍ່ອາໄສເພດ ຊຶ່ງສະເພາະໃນລາວເຮົາເພ້ຍແປ້ງທີ່ທໍາລາຍມັນຕົ້ນມີຢູ່ 5 ຊະນິດ ຄື: ເພ້ຍແປ້ງສີບົວ, ເພ້ຍແປ້ງສີຂຽວ, ເພ້ຍແປ້ງສີເຫຼືອງ, ເພ້ຍແປ້ງສີເທົາ ແລະເພ້ຍແປ້ງລາຍແຕ່ຊະນິດທີ່ສ້າງຄວາມເສຍຫາຍໃຫ້ມັນຕົ້ນຫຼາຍທີ່ສຸດແມ່ນເພ້ຍແປ້ງສີບົວ.
ອີງຕາມຂໍ້ມູນຈາກປຶ້ມຄູ່ມືການປ້ອງກັນ ແລະກໍາຈັດເພ້ຍແປ້ງມັນຕົ້ນສະບັບປັບປຸງໃຫ້ຮູ້ວ່າ: ເພ້ຍແປ້ງສີບົວມີຊື່ວິທະຍາສາດແມ່ນ phenacoccus manihoti, ມີຖິ່ນກໍາເນີດໃນອາເມລິກາໃຕ້, ເປັນແມງໄມ້ປະເພດປາກດູດ ແລະ ມີລັກສະນະເດັ່ນຄື: ລໍາໂຕອ່ອນນຸ້ມ, ມີແປ້ງສີຂາວປົກຕາມລໍາຕົວ, ບໍ່ມີປີກ, ບໍ່ມີໂຕຜູ້, ສາມາດຂະຫຍາຍພັນໄດ້ດ້ວຍຕົວຂອງມັນເອງຊຶ່ງພວກມັນຈະຢູ່ເປັນກຸ່ມດູດກິນນໍ້າລ້ຽງຕາມສ່ວນຕ່າງໆຂອງພືດເຊັ່ນ: ໃບ, ຍອດ, ຕາ ແລະລໍາຕົ້ນອ່ອນ,ສ່ວນການແຜ່ກະຈາຍຂອງມັນແມ່ນຕິດໄປນໍາທ່ອນພັນ, ຖ້າມີການລະບາດມັນຈະສ້າງຄວາມເສຍຫາຍເປັນຈໍານວນຫຼາຍຕໍ່ການຜະລິດມັນຕົ້ນ.
ການສັງເກດມັນຕົ້ນທີ່ຖືກທໍາລາຍຈາກສັດຕູພືດຊະນິດນີ້ແມ່ນສັງເກດເບິ່ງຍອດທີ່ຖືກທໍາລາຍຈະງິກງໍ, ລໍາຕົ້ນບິດບ້ຽວ, ມີຂໍ້ຕາຖີ່, ຜົນກະທົບຈາກການທໍາລາຍຂອງ ເພ້ຍແປງສີບົວຈະສົ່ງຜົນຕໍ່ຄຸນນະ ພາບຂອງທ່ອນພັນເຮັດໃຫ້ມັນຕົ້ນ ຫົວນ້ອຍ, ເປີເຊັນແປ້ງຕໍ່າຖ້າມີ ການລະບາດໃນໄລຍະມັນຕົ້ນອາຍຸຍັງນ້ອຍ 1 ຫາ 4 ເດືອນ ຈະ ເຮັດໃຫ້ມັນຕົ້ນບໍ່ເປັນຫົວ ແລະຢືນຕົ້ນຕາຍ, ເພ້ຍແປ້ງຈະລະບາດຮຸນແຮງໃນໄລຍະລະດູແລ້ງຫຼາຍກວ່າລະດູຝົນໂດຍສະເພາະໃນໄລຍະທີ່ຝົນຂາດຊ່ວງເປັນເວລາດົນ ໃນພື້ນທີ່ທີ່ມີການລະບາດຮຸນແຮງສາມາດເສຍຫາຍໄດ້ 100% ຂອງເນື້ອທີ່ປູກທັງໝົດ; ສ່ວນການ ແຜ່ກະຈາຍຂອງສັດຕູພືດຊະນິດນີ້ມີຄື: ຕິດໄປກັບທ່ອນພັນ, ຕິດ ໄປກັບເສດມັນຕົ້ນທີ່ຢູ່ໃນສວນ, ອຸປະກອນຮັບໃຊ້ໃນສວນປູກ, ຖືກມົດຂົນຍ້າຍ ແລະຖືກກະແສລົມພັດໄປ.
ສໍາລັບການຄວບຄຸມການລະບາດ ມີ 2 ວິທີຄື: 1 ໂດຍການໄຖດິນຕາກແດດຢ່າງໜ້ອຍ 2 ອາທິດ ເພື່ອທໍາລາຍໄຂ່ ແລະໂຕອ່ອນພ້ອມໃສ່ຝຸ່ນອິນຊີໃນພື້ນທີ່ປູກມັນຕົ້ນ, ນອກຈາກນີ້, ກໍຕັດ ຫຼືຫຼົກສ່ວນທີ່ມີການທໍາລາຍຂອງເພ້ຍແປ້ງໃສ່ຖົງແລ້ວໄປທໍາລາຍຢູ່ ນອກສວນປູກ, ອະນາໄມສວນປູກ, ເກັບເສດຊາກມັນຕົ້ນເກົ່າ ແລະຫຍ້າອອກຈາກສວນປູກ, ຂະນະດຽວກັນການປູກກໍຕ້ອງເລືອກໃຊ້ທ່ອນພັນທີ່ສົມບູນປາສະຈາກພະຍາດ ແລະ ແມງໄມ້ທໍາລາຍຊຶ່ງອາຍຸທ່ອນພັນທີ່ເໝາະສົມຢູ່ໃນລະຫວ່າງ 10 ຫາ 14 ເດືອນ, ຄວນໃຊ້ຕົ້ນສົດ ຫຼືຕັດກອງໄວ້ບໍ່ເກີນ 10-15 ວັນ ຄວາມຍາວຂອງທ່ອນພັນທີ່ໃຊ້ປູກຄວນຍາວປະມານ 20 ຫາ 25 ຊັງຕີແມັດ, ໃນກໍລະນີທີ່ມີເພ້ຍແປ້ງທໍາລາຍແມ່ນໃຫ້ແຊ່ທ່ອນພັນກ່ອນປູກໂດຍການໃຊ້ນໍ້າໝັກສະໝຸນໄພທີ່ຫາໄດ້ໃນທ້ອງຖິ່ນ, ແຟັບ, ສະບູ ແລະນໍ້າສະກັດຊີວະພາບ.
ສ່ວນວິທີ ທີ 2 ແມ່ນຄວບຄຸມດ້ວຍຊີວະວິທະຍາໂດຍການນໍາໃຊ້ປະໂຫຍດຈາກສັດຕູທໍາມະຊາດເປັນຕົ້ນ: ແມງໄມ້ກິນແມງໄມ້ເຊັ່ນ: ແມງຊ້າງປີກໃສເປັນແມງກິນ ແມງໄລຍະໂຕອ່ອນສາມາດກິນເພ້ຍແປ້ງໄດ້ທຸກຊະນິດ, ການປ່ອຍແມງຊ້າງປີກໃສສາມາດນໍາມາໄດ້ທັງໄລຍະໄຂ່, ໂຕອ່ອນ, ດັກ ແດ້ ແລະໂຕແກ່ໂດຍໃຊ້ຈໍານວນ 100 ໂຕຕໍ່ໄລ່ ແລະຫາກພົບເພ້ຍແປ້ງຈໍານວນຫຼາຍໃຫ້ປ່ອຍຈໍານວນ 200-500 ໂຕຕໍ່ໄລ່ຂຶ້ນຢູ່ກັບປະຊາກອນເພ້ຍແປ້ງພຽງເທົ່ານີ້ກໍຈະສາມາດຄວບຄຸມໄດ້.
_____________
ຂ່າວ ແປ ເສດຖະກິດສັງຄົມ
ຮູບພາບ: #ຫນັງສືພິມເສດຖະກິດສັງຄົມ