ໄຊພູທອງ ເກັບລາຍຮັບເຂົ້າງົບປະມານໄດ້ 72,88%

   ເມື່ອບໍ່ດົນມານີ້, ທ່າ ສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງພ້ອມດ້ວຍຄະນະກໍາມະການຊຸກຍູ້ລາຍຮັບຂັ້ນແຂວງໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ຊຸກຍູ້ເກັບລາຍຮັບເຂົ້າງົບປະມານຢູ່ເມືອງໄຊພູທອງ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ, ທ່ານ ບຸນຄໍາ ຄະຍະວົງ ຫົວໜ້າຫ້ອງການ-ການເງິນເມືອງ, ມີຄະນະປະຈໍາພັກເມືອງ,ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານເສດຖະກິດເມືອງ, ຄະນະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

 ທ່ານ ບຸນຄໍາ ຄະຍະວົງ ຫົວໜ້າຫ້ອງການ-ການເງິນເມືອງ ໄດ້ຍົກໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນຜ່ານມາປະຕິ ບັດໄດ້ທັງໝົດ 2,3 ຕື້ກີບ ເທົ່າກັບ 72,88% ຂອງແຜນການ ປີ 3,15 ຕື້ກີບ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 0,47%, ສ່ວຍສາອາກອນປະຕິບັດໄດ້ 166 ລ້ານກວ່າກີບ ເທົ່າກັບ 66,76% ທຽບໃສ່ປີຜ່ານມາຫຼຸດລົງ 3,88%,ຄ່າທໍານຽມປະຕິບັດໄດ້37 ລ້ານກວ່າກີບ ເທົ່າກັບ 31,12% ຂອງແຜນປີຄ່າບໍລິການປະຕິບັດ ໄດ້ 75 ລ້ານກວ່າກີບ ເທົ່າກັບ 25,71% ຂອງແຜນປີ, ພາສີທີ່ດິນປະຕິບັດ ໄດ້ 1,53 ຕື້ກີບ ເທົ່າກັບ 87,2% ຂອງແຜນປີທຽບໃສ່ໄລຍະດຽວປີຜ່ານມາຫຼຸດລົງ, ທຽບໃສ່ຖານຂໍ້ມູນເບື້ອງຕົ້ນຂອງເມືອງ 1 ຕື້ກີບເທົ່າກັບ 94,20%, ຊັບສິນຂອງລັດປະຕິບັດໄດ້ 16 ລ້ານກວ່າກີບ ເທົ່າກັບ 17,63% ຂອງແຜນປີເພີ່ມ ຂຶ້ນ 5,94%,ສ່ວນລາຍຮັບຜ່ານຄັງເງິນປະຕິບັດໄດ້ 464 ລ້ານກວ່າກີບ ເທົ່າກັບ 73,57% ເພີ່ມຂຶ້ນ 111,34%ສາມາດປະຕິບັດລາຍຈ່າຍ 9 ເດືອນໄດ້ 2,14 ຕື້ກີບ ເທົ່າກັບ 68,57% ຂອງແຜນການ 3,12 ຕື້ກີບ.

   ສໍາລັບແຜນການສູ້ຊົນໃນ 3 ເດືອນທ້າຍປີ 2020 ນີ້ເມືອງໄຊພູທອງຈະຕ້ອງສູ້ຊົນເກັບລາຍຮັບປະຕິບັດໃຫ້ໄດ້ຕາມແຜນການທີ່ວາງໄວ້ຈາກນັ້ນໃນທີ່ປະຊຸມກໍ່ຍັງ ໄດ້ເປີດໂອກາດໃຫ້ແຂກທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຮ່ວມກັນແລະທາງພາກສ່ວນທີ່ກ່ຽວຂ້ອງຂອງແຂວງກໍ່ໄດ້ຂຶ້ນ ແນະນໍາ ແລະຊີ້ແຈງກ່ຽວກັບວຽກງານຂອງຕົນທີ່ຕິດພັນກັບການປະຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍປະຈໍາປີ 2020 ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸໄດ້ຕາມແຜນການທີ່ວາງໄວ້.

  ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງກໍ່ໄດ້ໂອ້ລົມຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງກໍຄືຫ້ອງການ-ການເງິນເມືອງຈົ່ງໄດ້ພ້ອມກັນສູ້ຊົນຈັດເກັບລາຍຮັບໃຫ້ຕາມແຜນການໃນອີກ 3 ເດືອນທ້າຍປີ 2020 ນີ້, ພະຍາຍາມຊອກຄົ້ນຫາແຫຼ່ງລາຍຮັບໃຫ້ 447 ກວ່າກີບ, ຊຶ່ງເມືອງໄຊພູທອງ ແມ່ນເປັນເມືອງ ຂາດດຸ່ນຈາກ 632 ລ້ານກີບ ມາເປັນ 838 ລ້ານກວ່າກີບ ສະນັ້ນຈະຕ້ອງໄດ້ເອົາໃຈໃສ່ຈັດເກັບຄ່າທໍານຽມທາງໃຫ້ໄດ້ຕາມແຜນ, ເອົາໃຈໃສ່ຊີ້ແຈງໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະຕື່ນຕົວສູງໃນການເສຍພັນທະພາສີອາກອນແນໃສ່ເກັບລາຍຈາກພາສີທີ່ດິນໃຫ້ໄດ້ຕາມແຜນການເພາະເປັນແຫຼ່ງລາຍຮັບທີ່ໝັ້ນຄົງໂດຍໃຫ້ເລີ່ມຈາກການນໍາຂັ້ນເມືອງ, ພະນັກງານລັດລົງໄປເພື່ອເປັນຕົວຢ່າງໃຫ້ແກ່ປະຊາຊົນທັງນີ້ກໍເພື່ອສ້າງເປັນເມືອງຫົວໜ່ວຍງົບປະມານກຸ້ມຕົນເອງເພື່ອສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ .

   ໃນໂອກາດທີ່ລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ທ່ານ ແສນສັກ ສຸລິສັກ ພ້ອມດ້ວຍຄະນະກໍາມະການຊຸກຍູ້ລາຍຮັບຂອງແຂວງກໍ່ໄດ້ນໍາເອົາເຄື່ອງຈໍານວນໜຶ່ງປະກອບມີ: ຊຸດກີລາ, ບານເຕະ, ກະຕໍ້ຈໍານວນໜຶ່ງມອບໃຫ້ເມືອງໄຊພູທອງ.

__________

ໜັງສືພິມເສດຖະກິດ-ສັງຄົມ