ກອງບັນຊາການທະຫານແຂວງໄຊສົມບູນ ປະກາດການຈັດຕັ້ງ

  ເມື່ອວັນທີ 2 ຕຸລາ 2020 ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງໄຊສົມບູນໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນ, ພາຍໃຕ້ການເປັນປະທານຂອງສະຫາຍ ພົທ ສຸວອນ ເລືອງບຸນມີຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະ ຫາຍ ບຸນສຸກ ຈອມວິສານ, ປະທານສະພາປະຊາຊົນແຂວງ, ມີຄະນະຈາກກະຊວງປ້ອງກັນປະເທດ, ຄະນະຈັດຕັ້ງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງແມ່ນເພື່ອປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາຂອງກອງບັນຊາການທະຫານ ແຂວງໄຊສົມບູນ, ໂອກາດດັ່ງກ່າວ ສະຫາຍ ທອງວັນ ທຳມະວົງ ຫົວໜ້າ-ຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົງຕົວແຕ່ງຕັ້ງເພີ່ມ ເຕີມສະຫາຍ ພັອ ຄໍາອິ້ງ ກິ່ງແກ້ວ ເປັນກໍາມະການຄະນະບໍລິຫານງານພັກ ແຂວງໄຊສົມບູນ, ມະຕິຂອງຄະນະປະຈໍາພັກແຂວງໄຊສົມບູນວ່າດ້ວຍການບົງຕົວແຕ່ງຕັ້ງສະຫາຍ ພັອ ຄໍາອິ້ງ ກິ່ງແກ້ວ ຮອງເລຂາຄະ ນະພັກກອງບັນຊາການ, ຫົວໜ້າການທະຫານກອງບັນຊາການທະ ຫານແຂວງຂຶ້ນເປັນເລຂາ, ສະຫາຍ ພັອ ໝອນຄໍາ ດວງສະຫວັນ,ຄະນະປະຈໍາກອງບັນຊາການ, ຮອງຫົວໜ້າການເມືອງ ຂຶ້ນເປັນຮອງເລຂາຄະນະພັກກອງບັນຊາການທະຫານແຂວງ ແລະຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຕ່ງຕັ້ງຄະນະກອງບັນຊາ ການທະຫານແຂວງ ເຊັ່ນ: ແຕ່ງຕັ້ງສະຫາຍ ພັອ ໝອນຄໍາ ດວງສະຫວັນ ເປັນຮັກສາການຫົວໜ້າການເມືອງ, ສະຫາຍ ພັທ ສຸດໃຈ ເຈີບົວແພງ ທີ່ໂຍກຍ້າຍຈາກກອງພົນທະຫານຮາບ ທີ I ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງການ ກອງບັນຊາການທະຫານແຂວງໄຊສົມບູນ ແລະຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງສະຫາຍ ຮອ ສາຍແກ້ວ ແກ້ມສົມຂຽນ ເປັນຮອງຫົວໜ້າພະແນກເສນາທິການກອງບັນຊາການທະຫານເມືອງລ້ອງແຈ້ງ, ສະຫາຍ ພທ ສີມອນ ສີປະເສີດ ເປັນຫົວໜ້າພະແນກອົບຮົມກອງບັນຊາການທະຫານແຂວງໄຊສົມບູນ.

  ທັງນີ້ກໍເພື່ອເຮັດຄະນະພັກ-ຄະນະບັນຊາຂອງກອງບັນຊາການທະຫານແຂວງມີຄວາມເຂັ້ມແຂງ ແລະທັງເປັນການປັບປຸງການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະເຕົ້າໂຮມຄວາມສາມັກຄີພາຍໃນກົມກອງຂອງກອງບັນຊາການທະຫານແຂວງໄຊສົມບູນໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນກວ່າເກົ່າ.

____________

ຂ່າວ: ຈໍນີທໍ່