ຄູ-ອາຈານຕ້ອງເສີມຂະຫຍາຍຮຽນຮູ້ໃຫ້ກ້າວທັນການປ່ຽນແປງຂອງສາກົນ

   ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາລະບຸວ່າ: ຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະມີຂອບເຂດກວ້າງຂວາງຫຼາຍໃນການດໍາເນີນພາລະກິດການສຶກສາຂອງພັກ ແລະລັດຖະບານກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະກີລາໂດຍສະເພາະແມ່ນການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບແລະປະຊາຊົນບັນດາເຜົ່າສາມາດເຂົ້າເຖິງແຕ່ການສ້າງສາພັດທະນາປະເທດຊາດຄູ-ອາຈານ ຈະຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນເອງໃຫ້ກ້າວທັນການປ່ຽນແປງຂອງສາກົນກວ່າເວລາໃດໝົດ.

   ສານອວຍພອນວັນຄູແຫ່ງຊາດຄົບຮອບ 26 ປີ ຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ຊຶ່ງມີເນື້ອໃນລະບຸວ່າ: ໃນວັນຄູແຫ່ງຊາດທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວໄດ້ໝູນວຽນມາບັນຈົບຄົບຮອບ 26 ປີ(ວັນທີ 7 ຕຸລາ 1994-ວັນທີ 7 ຕຸລາ2020), ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະກີລາຂໍສະແດງຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນມາຍັງຄູ-ອາຈານ ໃນຂອບເຂດທົ່ວປະເທດຕະຫຼອດຮອດຜູ້ບໍລິຫານການສຶກສາ ແລະກີລາທຸກຂັ້ນ.

  ພັກ ແລະລັດຖະບານເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາກໍຄືການພັດ ທະນາຊັບພະຍາກອນມະນຸດ, ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສາວະກອນແຫ່ງດວງວິນຍານ,ຄູແມ່ນແມ່ພິມຂອງຊາດ,ຄູແມ່ນພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະອື່ນໆ.

   ເມື່ອທົບທວນເບິ່ງແລ້ວຈະເຫັນວ່າພາລະໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະມີຂອບເຂດກວ້າງຂວາງຫຼາຍໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກີລາ ໂດຍສະເພາະແມ່ນການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະ ພາບ ແລະປະຊາຊົນບັນດາເຜົ່າສາມາດເຂົ້າເຖິງ, ສຳລັບການສະເຫຼີມສະຫຼອງວັນຄູແຫ່ງຊາດປີ 2020 ນີ້ ສອດຄ່ອງກັບວັນຄູສາກົນຄືວັນທີ 5 ຕຸລາ 2020 ຊຶ່ງປີນີ້ໃສ່ຫົວຂໍ້ວ່າ “ຄູເປັນຜູ້ນຳພາຜ່ານຜ່າວິກິດພິຊິດອະນາຄົດທີ່ກ້າວໜ້າ”, ອົງການອຸຍແນັສໂກເວົ້າວ່າວັນຄູສາກົນປີນີ້ເປັນໂອກາດສະເຫຼີມສະຫຼອງຜົນງານການສິດສອນຂອງຄູໃນທົ່ວໂລກ, ເປັນໂອກາດສັງລວມບັນດາຜົນສຳເລັດທີ່ປະຕິບັດໄດ້ດີໃນປີຜ່ານມາ ແລະເພີ່ມຄວາມເອົາໃຈໃສ່ໃນການຮັບຟັງຄຳຄິດເຫັນຂອງຄູຜູ້ຊຶ່ງເປັນຫົວໃຈແຫ່ງຄວາມສຳເລັດຂອງເປົ້າໝາຍການສຶກສາໃນທົ່ວໂລກ.

   ໃນປະຫວັດແຫ່ງການຕໍ່ສູ້ ແລະການສ້າງສາພັດທະນາປະເທດຊາດບໍ່ວ່າຍຸກໃດສະໄໝໃດມັນຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໄສ, ມີຄຸນສົມບັດທີ່ໜັກແໜ້ນ, ຢາກເຮັດໄດ້ຄືແນວນັ້ນ, ຄູ-ອາຈານຂອງພວກເຮົາທີ່ຢູ່ຕາມສະຖານການສຶກສາໃນໂຮງຮຽນ, ນອກໂຮງຮຽນ ແລະຕາມອັດທະຍາໄສຍິ່ງຈະຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນເອງໃຫ້ກ້າວທັນການປ່ຽນແປງຂອງສາກົນກວ່າເວລາໃດໝົດ.

   ທາງດ້ານຄວາມຮູ້: ຈະຕ້ອງໄດ້ຄົ້ນຄວ້າລົງເລິກວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ການສອນວິຊາສະເພາະຕ້ອງຕິດພັນກັບການນຳໃຊ້ຕົວຈິງກັບຊີວິດສັງຄົມສາມາດປະສົມປະສານແຫຼ່ງການຮຽນຮູ້ທີ່ມີຢ່າງຫຼາກຫຼາຍໃນປະຈຸບັນໃຫ້ເກີດປະໂຫຍດສູງສຸດໃນການຮຽນຂອງຜູ້ຮຽນ ແລະ ນັກສຶກສາ, ນອກຈາກຈະມີວິຊາສະເພາະແລ້ວຕ້ອງຮຽນຮູ້ບັນດາທັກສະສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ (ICT Literacy), ທັກສະການຮຽນດ້ວຍຕົນເອງ,ທັກສະທາງດ້ານສັງຄົມ (Soft Skills), ຮູ້ນຳໃຊ້ພາສາຕ່າງປະເທດ ແລະອື່ນໆ.

  ທາງດ້ານຄວາມສາມາດ: ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດທີ່ພັກ-ລັດມອບໝາຍໃຫ້ສຳເລັດ, ມີຄຸນນະພາບ ແລະດ້ວຍຄວາມຮັບຜິດຊອບສູງເຊັ່ນ: ຜັນຂະຫຍາຍຈິດໃຈ 3 ລັກສະນະທ່ານທູດເພື່ອການອະນຸລັກວັດທະນະທໍາ AFCP ໄດ້ສົ່ງເສີມບັນດາເຂົ້າໜ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ. ທ່ານເອກອັກຄະລັດຖະທູດເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະປົກປັກຮັກສາໜຶ່ງໃນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະຄວາມໝາຍໝັ້ນໃນການຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ. ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1 ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ, ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ຊຶ່ງລວມທັງການປະ ຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດຈົນມາເຖິງປະຈູບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດຊຶ່ງໄດ້ດຳເນີນການເປັນເວລາ 3 ປີ ໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 6,5 ໂດລາ. ທ່ານເອກອັກຄະລັດຖະທູດເຮມ໋ອນໄດ້ກ່າວເພີ່ມອິກວ່າ: ໂຄງການນີ້ໄດ້ຊ່ວຍໃຫ້ປະຊາຊົນລາວມີສ່ວນຮ່ວມຫຼາຍຂຶ້ນກັບທາງດ້ານວັດທະນະທໍາ ແລະທາງ ປະຫວັດສາດ ພ້ອມທັງຊ່ວຍໃຫ້ຄົນທົ່ວ ໂລກມີຄວາມເພິ່ງພໍໃຈກັບຄວາມງາມ ແລະຄວາມເປັນເອກະລັກທາງດ້ານຮິດ ແລະ 5 ຫຼັກມູນຂອງຂະແໜງສຶກສາ ແລະກີລາຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງ ຂະແໜງການຄື: ສອນດີ-ຮຽນເກັ່ງ, ຕ້ານປາກົດການຫຍໍ້ທໍ້ ແລະສ້າງສະ ພາບແວດລ້ອມທີ່ດີໃນສະຖານການສຶກສາໃຫ້ເປັນຮູບປະທຳ.

  ທາງດ້ານຄຸນສົມບັດ: ຄູລາວໃນສັດຕະວັດທີ 21 ນີ້, ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ, ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ.