ເຕັກນິກການປູກໝາກມ່ວງເປັນສິນຄ້າ

  ໝາກມ່ວງ ກໍ່ນັບວ່າເປັນພືດອຸດສາຫະກຳຊະນິດໜຶ່ງທີ່ຫຼາຍປະເທດໃນທົ່ວໂລກໃຫ້ຄວາມສົນໃຈປູກເປັນສິນຄ້າ ແລະນິຍົມບໍລິໂພກສູງທັງໝາກດິບ ແລະສຸກ, ນອກ ຈາກນັ້ນໝາກມ່ວງຍັງສາມາດຂະຫຍາຍພັນດ້ວຍການໃຊ້ແກ່ນກ້າ,ການຕໍ່ກິ່ງ ຫຼືກິ່ງຕອນ ແລະສາມາດປູກໄດ້ກັບດິນທຸກປະເພດ, ແຕ່ໝາກຈະອອກມາຮູບແບບໃດນັ້ນແມ່ນຂຶ້ນຢູ່ກັບສະພາບຂອງແຕ່ລະທ້ອງຖິ່ນ.

 ຢ່າງໃດກໍ່ຕາມການປູກໝາກມ່ວງເພື່ອເປັນສິນຄ້ານັ້ນຈະຕ້ອງສຶກສາເຖິງສະພາບຄວາມເໝາະສົມຕ່າງໆຫຼາຍຢ່າງດ້ວຍກັນ, ສ່ວນຜູ້ປູກຄວນຈະເລືອກພື້ນທີ່ໃຫ້ເໝາະສົມເພື່ອໃຫ້ປະຢັດຕົ້ນທຶນໃນການຜະລິດຕະຫຼອດຈົນສາມາດຜະລິດໝາກມ່ວງທີ່ມີຄຸນນະພາບອອກສູ່ຕະຫຼາດຫຼັງຈາກທີ່ເຮົາກ້າຕົ້ນໝາກມ່ວງແລ້ວກໍຈະເຖິງຂັ້ນຕອນຂອງການປູກ, ສ່ວນການປູກນັ້ນຄວນກະຂະໜາດຂຸມເລິກ, ກວ້າງ ແລະ ໄລຍະຫ່າງລະຫວ່າງຕົ້ນ, ແຖວຕົ້ນຕໍແມ່ນໃຫ້ຫ່າງກັນ 2,5x 2,5 ແມັດ, 4x4 ແມັດ ຫຼືຫຼາຍໜ້ອຍກວ່ານີ້ຕາມຄວາມເໝາະສົມ, ຊຶ່ງຈະໄດ້ຕົ້ນໝາກມ່ວງປະມານ 256 ຕົ້ນຕໍ່ໄລ່, ການປູກແບບນີ້ຈຳຕ້ອງດູແລຕັດແຕ່ງກິ່ງຢູ່ສະເໝີ.

 ການປູກໝາກມ່ວງບໍ່ວ່າຈະປູກດ້ວຍກິ່ງຕອນ ຫຼືຕົ້ນທີ່ກ້າກໍຕາມຕ້ອງເຮັດດ້ວຍຄວາມລະມັດລະວັງບໍ່ໃຫ້ຮາກຂາດຫຼາຍເພາະຈະເຮັດໃຫ້ຕົ້ນໝາກມ່ວງຢຸດການຈະເລີນເຕີບໂຕ ຫຼືຕາຍໄດ້, ຕົ້ນໝາກມ່ວງທີ່ປູກໄວ້ໃນກະຖັງດົນໆໄປດິນຈະຈັບຕົວກັນແຂງ ແລະຮາກກໍ່ພັນກັນໄປມາ, ເວລານຳອອກຈາກກະຖັງແລ້ວໃຫ້ເບິ່ງແຍກດິນກົ້ນຖັງໃຫ້ກະຈາຍອອກເລັກນ້ອຍ, ສ່ວນຮາກທີ່ມ້ວນຕິດກັນນັ້ນເວລາຈະປູກໃຫ້ພະຍາຍາມແຍກອອກເທົ່າທີ່ຈະແຍກໄດ້ເພື່ອບໍ່ໃຫ້ຮາກຕິດກັນ ແລະເມື່ອນຳໄປປູກກໍ່ຈະໄດ້ເຕີບ ໂຕໄວຂຶ້ນ, ກົງກັນຂ້າມຖ້າປູກດ້ວຍວິທີການທາມກິ່ງ ຫຼືກິ່ງທີ່ຕິດຕາໃຫ້ປູກເລິກລະດັບດຽວກັບດິນໃນກະຖັງ ຫຼືສູງກວ່າເກົ່າເລັກນ້ອຍ, ແຕ່ຕ້ອງບໍ່ປິດຮອຍທີ່ຕິດຕາ ຫຼື ຕໍ່ກິ່ງໄວ້ເພື່ອຈະໄດ້ເຫັນວ່າກິ່ງທີ່ແຕກອອກມານັ້ນແຕກອອກມາຈາກກິ່ງຕໍ່, ຖ້າເປັນກິ່ງທີ່ແຕກຈາກຕົ້ນຕໍ່ໃຫ້ຕັດຖິ້ມໄປ, ເມື່ອປູກສຳເລັດແລ້ວໃຫ້ປັກຫຼັກໃກ້ຕົ້ນກັນລົມພັດແລ້ວຫົດນໍ້າໃຫ້ຊຸ່ມ, ສ່ວນຕົ້ນທີ່ນຳມາປູກຖ້າເຫັນວ່າ ຍັງຕັ້ງຕົວບໍ່ໄດ້ຄືສະແດງອາການຫ່ຽວຕອນແດດກ້າຄວນຫາແນວມາບັງແດດກໍຈະຊ່ວຍເຮັດໃຫ້ຕົ້ນຕັ້ງໄວຂຶ້ນໃນໄລຍະທີ່ຕົ້ນຍັງນ້ອຍຢູ່ນີ້ໃຫ້ໝັ່ນຫົດນໍ້າຢູ່ສະເໝີຢ່າໃຫ້ດິນແຫ້ງນໍ້າໄດ້.

   ສຳລັບລະດູການປູກທີ່ດີທີ່ສຸດຄວນເປັນລະດູຝົນເພາະຈະປະຍັດເລື່ອງຂອງການໃຫ້ນໍ້າໄດ້ຫຼາຍ ແລະຕົ້ນກໍ່ຈະຕັ້ງຕົວໄດ້ໄວອີກ, ສ່ວນພື້ນທີ່ທີ່ມີນໍ້າອຸດົມສົມບູນຈະປູກໃນລະດູໃດກໍ່ໄດ້ແລ້ວແຕ່ ຄວາມສະດວກ, ຫຼັງຈາກການປູກ ໃໝ່ໆຖ້າຝົນບໍ່ຕົກຄວນຫົດນໍ້າທຸກ ວັນ ແລະຄ່ອຍໆຫ່າງອອກເປັນ 3-4 ວັນຕໍ່ຄັ້ງຈົນກວ່າຕົ້ນໝາກມ່ວງຈະຕັ້ງຕົວໄດ້, ການໃຫ້ນໍ້າ ເປັນສິ່ງຈຳເປັນຢ່າງໜຶ່ງໃນເວລາ ເລີ່ມຕົ້ນປູກ ເພື່ອໃຫ້ໝາກໄດ້ເຕັມ ທີ່, ການໃຫ້ນໍ້າຢ່າງພຽງພໍຕາມທີ່ ຕົ້ນໝາກມ່ວງຕ້ອງການຈະຊ່ວຍ ໃຫ້ຕົ້ນໝາກມ່ວງຈະເລີນເຕີບໂຕ ຢ່າງສະໝໍ່ສະເໝີ  ແລະບໍ່ສະງັກ ການຈະເລີນເຕີບໂຕເຮັດໃຫ້ໄດ້ ໝາກໄວຂຶ້ນ, ການປູກໝາກມ່ວງໃນບ່ອນທີ່ນໍ້າບໍ່ອຸດົມສົມບູນຄວນຈະກະເວລາປູກໃຫ້ດີ ແລະໃຫ້ຕົ້ນໝາກມ່ວງໄດ້ຮັບນໍ້າຝົນດົນທີ່ສຸດເພື່ອຕົ້ນຈະໄດ້ຕັ້ງຕົວໄດ້ກ່ອນທີ່ຈະຮອດລະດູແລ້ງ ຫຼືອາດປູກຕົ້ນກ້ວຍກ່ອນຈຶ່ງປູກໝາກມ່ວງຕາມ ລົງໄປກໍ່ຈະເປັນວິທີໜຶ່ງທີ່ຈະຊ່ວຍປະຍັດການໃຫ້ນໍ້າໄດ້.

  ໝາກມ່ວງມັກດິນທີ່ປອດໂປ່ງ, ດິນຜຸຜຸ່ຍສາມາດລະບາຍນໍ້າ ແລະອາກາດໄດ້ດີຈິ່ງຄວນໃສ່ປຸ໋ຍອິນຊີເປັນຕົ້ນແມ່ນຈຳພວກຝຸ່ຍຄອກ, ຝຸ່ນບົ່ມໃຫ້ເປັນປະຈຳທຸກໆປີເພື່ອປັບປຸງສະພາບດິນໃຫ້ລ້ວນເໝາະຕໍ່ການຈະເລີນເຕີບໂຕຂອງຕົ້ນໝາກມ່ວງ, ການໃສ່ປຸ໋ຍອິນຊີອາດຈະໃສ່ປີລະ 2 ຄັ້ງຄື ຕົ້ນລະດູຝົນ ແລະທ້າຍລະດູຝົນ, ສຳລັບປຸ໋ຍອິນ ຊີເຖິງແມ່ນວ່າຈະມີທາດອາຫານທີ່ພືດຕ້ອງການບໍ່ຫຼາຍກໍຕາມ,ແຕ່ກໍ່ເປັນປະໂຫຍດຕໍ່ດິນໃນດ້ານອື່ນໆນອກຈາກຈະຊ່ວຍໃນການປັບປຸງດິນໃຫ້ດີຂຶ້ນແລ້ວຍັງຊ່ວຍເຮັດໃຫ້ປຸ໋ຍເຄມີທີ່ໃສ່ລົງໄປນັ້ນຖືກນຳມາໃຊ້ປະໂຫຍດໄດ້ຫຼາຍຍິ່ງຂຶ້ນເຊັ່ນກັນ.

----------------

ຂ່າວ ແປ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ