ຮ້ານອາຫານມູນເດີໄນຣ ເປີດບໍລິການບຸບເຟ້ທະເລເຜົາ

   ຮ້ານອາຫານມູນເດີໄນ້ ໜຶ່ງຮ້ານອາຫານຫຼາຍຄົນອາດຮູ້ຈັກໃນ ນະຄອນຫຼວງວຽງຈັນ ຊຶ່ງເປີດບໍລິການມາ 10 ກວ່າປີທີ່ເນັ້ນຄວາມສະອາດປອດໄພ ແລະການບໍລິ ການສິ່ງສຳຄັນເຮັດໃຫ້ລູກຄ້າເຊື່ອໝັ້ນວາງໃຈມາຮອດປະຈຸບັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງຮ້ານໄດ້ນຳເອົາການບໍລິການບຸບເຟ້ທະເລເຜົານອກນີ້ຍັງມີບໍລິການອາຫານຕາມສັ່ງ ແລະມີພັດຕະຄານຮັບຈັດງານລ້ຽງ, ງານດອງຕ່າງໆມາບໍລິການເສີມຕື່ມ.

   ວັນທີ 3 ຕຸລາຜ່ານມານີ້ຮ້ານດັ່ງກ່າວໄດ້ເປີດບໍລິການບຸບເຟ້ທະເລເຜົາຢ່າງເປັນທາງການໂດຍຕອບສະໜອງໃຫ້ຄົນທີ່ມັກກິນອາຫານທະເລໄດ້ໄປສຳຜັດ ແລະກິນຢ່າງເຕັມທີ່ຊຶ່ງໃນບຸບເຟ້ທະເລເຜົາມີອາຫານຫຼາກຫຼາຍລວມເຖິງ 24 ລາຍການບວກກັບອາຫານທະເລທີ່ສົດ, ໃໝ່ ແລະຫຼາກຫຼາຍຊະນິດເປັນຕົ້ນແມ່ນກຸ້ງ, ຫອຍ, ປູ, ປາ, ປາມຶກ ແລະອື່ນໆ ອີກຊຶ່ງບຸບເຟ້ທະເລເຜົາແມ່ນ ເປີດໃຫ້ບໍລິການແຕ່ 16 -23 ໂມງ,ແຕ່ຖ້າອາຫານຕາມສັ່ງແມ່ນເປີດແຕ່ 9 ໂມງ ເປັນຕົ້ນໄປ. ສຳລັບລາຄາແມ່ນ 109.000 ກີບຕໍ່ຄົນ ສຳລັບເດັກນ້ອຍແມ່ນລາຄາເຄິ່ງຄ່າຕໍ່າກວ່າ 90 ຊັງຕີແມັດແມ່ນບໍ່ໄດ້ເສຍຄ່າ.

  ທ່ານ ປະເສີດ ສິດທິພອນ ຜູ້ອຳນວຍການຮ້ານອາຫານມູນເດີໄນ້ໃຫ້ສຳພາດວ່າ: ການບໍລິການໃນຮ້ານອາຫານມູນເດີໄນ້ມີບໍລິການອາຫານຕາມສັ່ງ,ບໍລິການຮັບຈັດ ງານລ້ຽງ-ງານດອງ ແລະ ບໍລິການບຸບເຟ້ທະເລເຜົາຊຶ່ງຈຸດປະສົງໃນການເປີດບຸບເຟ້ທະເລເຜົານີ້ໂດຍເຫັນກະແສຂອງການກິນບຸບເຟ້ທະເລໃນລາວຊຶ່ງບ້ານເຮົາກໍບໍ່ມີທະເລ ເມື່ອເປັນດັ່ງນັ້ນທາງຮ້ານຈຶ່ງໄດ້ເປີດບໍລິການບຸບເຟ້ທະເລເຜົາຂຶ້ນເພື່ອຕອບສະໜອງ ແລະເອົາໃຈຄົນທີ່ມັກກິນອາຫານທະເລຊຶ່ງທາງຮ້ານເຮົາບໍ່ໄດ້ຊື້ເຄື່ອງທະເລເອງແຕ່ເອົາມາແຕ່ປະເທດເພື່ອນບ້ານໝາຍຄວາມວ່າທາງຮ້ານຢູ່ປະເທດເພື່ອນບ້ານມີແບບໃດທາງຮ້ານຂອງພວກເຮົາກໍມີແບບນັ້ນໃນດ້ານລາຄານັ້ນກໍເກືອບລະດັບດຽວ ກັນ.
  ສຳລັບສະຖານທີ່ມູນເດີໄນ້ບຸບເຟ້ທະເລເຜົາສາມາດຮອງຮັບລູກຄ້າໄດ້ເຖິງເກືອບ 500 ຄົນ ຊຶ່ງບຸບເຟ້ມີທັງແບບປີ້ງ ແລະແບບຈຸ່ມ, ໃນໝໍ້ຈຸ່ມມີນຳສອງແບບຄື: ແບບເຜັດ ແລະແບບບໍ່ເຜັດ.