ກາເຟລາວ ເປັນທີ່ຍອມຮັບຂອງຕ່າງຊາດປີໜຶ່ງຍອດສົ່ງອອກ 900 ຕື້ກວ່າກີບ

  ວັນທີ 3 ຕຸລາ 2020 ນີ້ສະພາການອຸດສາຫະກໍາ ແລະການຄ້າແຂວງຫຼວງພະບາງ ຮ່ວມກັບກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໄດ້ຈັດງານສະເຫຼີມສະຫຼອງງານກາເຟລາວຢູ່ເຮືອນຈັນ ນະຄອນຫຼວງພະບາງ ມີທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ບຸນທຽງ ສີລິວັນ ປະ ທານສະພາການຄ້າ ແລະອຸດສາຫະກຳແຂວງຫຼວງພະບາງ, ພ້ອມດ້ວຍເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ຫົວໜ້າກົມ, ຕ່າງໜ້າກະຊວງ ແລະພະແນກການທີ່ກ່ຽວຂ້ອງຂອງແຂວງ, ຫົວໜ່ວຍທຸລະກິດ, ຜູ້ຜະລິດກາເຟລາວທົ່ວປະເທດເຂົ້າຮ່ວມ.

 ພິທີທ່ານ ຈັນທາທີບ ພະວົງພັນ ຫົວໜ້າກົມປູກຝັງກະຊວງກະສິກຳ ແລະປ່າໄມ້ໄດ້ກ່າວໄຂງານຄັ້ງນີ້ວ່າ: ງານກາເຟລາວ ຫຼືກາເຟບ້ານເຮົາໄດ້ມີການສະເຫຼີມສະຫຼອງທຸກໆປີໂດຍໄດ້ກຳນົດເອົາວັນທີ 1 ຕຸລາຂອງທຸກປີເປັນວັນກາເຟລາວ, ສຳລັບປີນີ້ຈັດຂຶ້ນເປັນຄັ້ງທີ 3 ແລະເປັນຄັ້ງທີ 2 ທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງ. ການຈັດກິດຈະກໍາກາເຟລາວແມ່ນມີຄວາມໝາຍສໍາຄັນຫຼາຍເພື່ອຊຸກຍູ້ສົ່ງເສີມແລະໂຄສະນາກາເຟລາວໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ກາເຟລາວແມ່ນພືດທີ່ຕິດພັນກັບວັດທະ ນະທຳ-ຮີດຄອງປະເພນີແຕ່ບູຮານນະການຈົນປະຈຸບັນ ແລະກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວຂະບວນການຜະລິດກາເຟລາວແມ່ນໄດ້ຮັບການຊຸກສົ່ງເສີມຢ່າງກວ້າງຂວາງມາຮອດປະຈຸບັນມີເນື້ອທີ່ປະມານ 1 ແສນເຮັກຕາ ຜົນຜະລິດ ໄດ້ 1 ແສນກວ່າໂຕນຕໍ່ປີ, ໃນນີ້ການຜະລິດກວມເອົາ 90% ແມ່ນຢູ່ພາກກາງ ແລະພາກໃຕ້, ສ່ວນພາກເໜືອຂອງລາວແມ່ນກວມເອົາພຽງ 10% ສະເພາະບັນດາແຂວງພາກເໜືອທີ່ມີເງື່ອນໄຂໃນການປູກກາເຟເປັນສິນຄ້າ ແລະມີຄຸນນະພາບສູງ,ຜູ້ຜະລິດສ່ວນໃຫຍ່ແມ່ນຊາວກະສິກອນຂະໝາດນ້ອຍປະມານ 2,5 ໝື່ນຄອບຄົວທີ່ໄດ້ຮັບຜົນປະໂຫຍດ ແລະປະມານ 3 ແສນຄົນ ທີ່ໄດ້ອອກແຮງງານ ແລະ ມີລາຍຮັບຈາກການຜະລິດກາເຟ ແລະປຸງແຕ່ງກາເຟ. ປະຈຸບັນກາເຟລາວໄດ້ກາຍເປັນສິນຄ້າສົ່ງອອກ ແລະສ້າງລາຍຮັບໄດ້ປະມານ 100 ລ້ານໂດລາສະຫະລັດ ຕໍ່ປີ (ປະມານ 900 ຕື້ກວ່າກີບ) ທັງເປັນທີ່ຍອມຮັບຈາກພາກພື້ນ ແລະສາກົນ.

  ຫົວໜ້າກົມປູກຝັງກະຊວງກະສິກຳ ແລະປ່າໄມ້ກ່າວຕື່ມວ່າ: ປະຈຸບັນກາເຟລາວໄດ້ຮັບການຊຸກຍູ້ສົ່ງເສີມຈາກລັດຖະບານແບບເປີດກວ້າງ, ເພີ່ມທະວີຮ່ວມກັບສາກົນໃນການຜະລິດ-ຈຳໜ່າຍ ແລະກາຍເປັນສິນຄ້າຍຸດທະສາດສົ່ງອອກຂອງ ສປປ ລາວ ຊຶ່ງສ້າງລາຍຮັບທີ່ສຳຄັນແກ່ເສດຖະກິດຂອງຊາດລວມເຖິງການຈ້າງງານໃນຫຼາກຫຼາຍສາຂາວິຊາຊີບທີ່ກ່ຽວຂ້ອງເຊັ່ນ: ການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຄ້າຂາຍ ແລະອື່ນໆ, ການຈັດກິດຈະກຳຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກອົງ ການຝຣັ່ງເສດເພື່ອການພັດທະນາ ຫຼືອາເອັຟເດ (AFD).

---------------

ຂ່າວ: ແຫຼ້ສຸລີນພອນ 

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ