ອາເມລິກາມອບລົດແພດພາກສະໜາມໃຫ້ກະຊວງປ້ອງກັນປະເທດ

   ໃນວັນທີ 1 ຕຸລາ, ທີ່ກະຊວງປ້ອງກັນປະເທດ, ທ່ານ ປອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ຕາງໜ້າມອບລົດແພດພາກສະໜາມ (FordEverest) ຈໍານວນ 9 ຄັນ ໃຫ້ແກ່ກະຊວງປ້ອງກັນປະເທດຊຶ່ງຕາງໜ້າຮັບໂດຍທ່ານ ພົນຕີ ແອສະໄໝ ເລືອງວັນໄຊ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດສະຫະລັດອາເມລິກາໄດ້ສະໜອງລົດແພດໂດຍຜ່ານໂຄງການຈັດຫາເງິນທຶນໃຫ້ກອງທັບຕ່າງປະເທດນີ້ເປັນການຊ່ວຍເຫຼືອລ້າຄັ້ງທຳອິດທີ່ກະ ຊວງປ້ອງກັນປະເທດຂອງສະຫະລັດອາເມລິກາມອບໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ.

   ລົດແພດພາກສະໜາມພ້ອມດ້ວຍອຸປະກອນຄົບຊຸດ ແລະການຝຶກອົບຮົມທີ່ກ່ຽວຂ້ອງມີມູນຄ່າຫຼາຍກວ່າ 6 ແສນໂດລາ, ຊຶ່ງຈະໄດ້ຊ່ວຍເຫຼືອທະຫານຂອງກອງທັບປະຊາຊົນລາວໃນເວລາປະຕິບັດໜ້າທີ່ຊ່ວຍເຫຼືອສຸກເສີນທາງດ້ານການແພດ ແລະການຂົນສົ່ງບຸກຄະລາກອນທີ່ໄດ້ຮັບບາດເຈັບ ແລະຍັງເປັນການປັບປຸງຍົກລະດັບຄວາມສາມາດຂອງບັນດາເຈົ້າໜ້າທີ່ໃນການຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນຢູ່ໃນເຂດທີ່ຫ່າງໄກສອກຫຼີກຂອງ ສປປ ລາວ.

   ທ່ານ ເອກອັກຄະລັດຖະທູດເຮມ໋ອນກ່າວວ່າ: ການໃຫ້ຄວາມຊ່ວຍເຫຼືອນີ້ແມ່ນຜົນມາຈາກການປຶກສາຫາລືໃກອງປະຊຸມດ້ານວຽກງານປ້ອງກັນຊາດຂອງທະຫານສອງຝ່າຍລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ, ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືແບບກວມ ລວມລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ການປຶກສາຫາລືຄັ້ງຫຼ້າສຸດແມ່ນໄດ້ສຸມໃສ່ການຮ່ວມມືທາງດ້ານການປົກປັກຮັກສາສຸຂະພາບຂອງປະຊາຊົນ ແລະ ການເພີ່ມການຮ່ວມມືທາງດ້ານວຽກງານເສນາຮັກຕະ ຫຼອດເຖິງການປະຕິບັດການຮ່ວມກັນລະຫວ່າງທະຫານ ແລະພົນລະເຮືອນ ແລະການບັນເທົາທຸກໄພພິບັດ.

   ລົດແພດ FordEverest ທີ່ມີຄຸນນະພາບສູງນີ້ຈະໄດ້ຕອບສະໜອງບັນດາເປົ້າໝາຍຊຶ່ງສະຫະລັດອາເມລິກາໄດ້ເຮັດວຽກຮ່ວມກັນກັບລັດຖະບານ ແລະປະຊາຊົນລາວເພື່ອຊ່ວຍໃຫ້ບັນລຸເປົ້າໝາຍຮ່ວມກັນຂອງພວກເຮົາຄືການເຮັດໃຫ້ ສປປ ລາວ ມີຄວາມເຂັ້ມແຂງ ແລະມີຄວາມຜາສຸກຍິ່ງໆຂຶ້ນ.