ເອັມມາ ສະໂຕຣ ນາງເອກດັງ ແຕ່ງດອງງຽບກັບເດຟແມ໊ກແຄຣີ

  ເອັມມາ ສະໂຕຣ ນາງເອກດັງຮອນລີວູດອາຍຸ 31 ປີ ຈາກຮູບ ເງົາເລື່ອງ La La Land ແຕ່ງດອງງຽບໄປແລ້ວກັບເດຟແມ໊ກ ແຄຣີ ຜູ້ກຳກັບລາຍການ Saturday Night Live ອາຍຸ 35 ປີ ໃນໄລຍະປິດເມືອງເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

  ນາງເອກຄົນງາມພົບຮັກກັບເດຟໃນປີ 2016 ຈາກນັ້ນປະກາດໝັ້ນກັນຜ່ານໄອຈີເມື່ອຕົ້ນເດືອນ ທັນວາປີ 2019 ແລະມີແຜນແຕ່ງ ດອງກັນໃນໄລຍະເດືອນມີນາປີ 2020 ແຕ່ແລ້ວງານແຕ່ງດອງຕ້ອງໂຈະໄປເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ປາກົດວ່າເມື່ອ 2 ອາທິດທີ່ຜ່ານມາມີຂ່າວລືວ່າສະໂຕຣໜ້າຈະແຕ່ງດອງກັບເດຟຄູ່ໝັ້ນໜຸ່ມເມື່ອມີຊາວເນັດສັງເກດເຫັນທັງສອງໃສ່ແຫວນຄຳກ້ຽງເໝືອນກັນທີ່ນີ້ວນາງຊ້າຍ ແລະຕໍ່ມາຂ່າວນີ້ກໍໄດ້ຮັບການຢືນຢັນຈາກເພຊຊິກເວັບບັນເທີງຊື່ດັງວ່າເປັນຂ່າວຈິງ.

----

ຮຽບຮຽງໂດຍ: ແກ້ວ