ຢູໂກະ ທາເຄອຸຈິ ດາລາສາວຍີ່ປຸ່ນຊື່ດັງເສຍຊີວິດແລ້ວ

  ຢູໂກະ ທາເຄອຸຈິ ດາລາ ສາວຍີ່ປຸ່ນອາຍຸ 40 ປີ ທີ່ໂດ່ງດັງ ຈາກຊີຣີເລື່ອງ Be With You ເສຍຊີວິດຢູ່ທີ່ບ້ານພັກໃນນະຄອນຫຼວງໂຕກຽວຂອງຍີ່ປຸ່ນໃນວັນທີິ 27 ກັນຍາ ທີ່ຜ່ານມາ ໂດຍເຈົ້າໜ້າທີ່ຄາດວ່າອາດເປັນການເສຍຊີວິດຍ້ອນຂ້າຕົວຕາຍ.

  ລາຍງານລະບຸວ່າຮ່າງຂອງທາເຄອຸຈິ ພົບຢູ່ອະພາດເມນເຂດ ຊິບູຢາ ກ່ອນທີ່ຈະຖືກສົ່ງໄປໂຮງໝໍຊຶ່ງຢືນຢັນການເສຍຊີວິດຂອງດາລາສາວເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງໂຕກຽວໄດ້ເປີດໃຫ້ມີການສືບສວນໃນຄະດີດດັ່ງກ່າວແລ້ວ ຊຶ່ງຄາອິກິ ນາຄາບາຢາຊິສາມີທີ່ເປັນດາລາດັງອາຍຸ 35 ປີ ເປັນຄົນພົບສົບເທເຄອຸຈິເປັນຄົນທຳອິດ ໂດຍພົບຢູ່ຫ້ອງນອນໃນອາພາດເມນ ຊຶ່ງທາເຄອຸຈິ ມີຜົນງານທີ່ໄດ້ລາງວັນຢູ່ຢ່າງຫຼວງ ຫຼາຍໜຶ່ງໃນນັ້ນຄືລາງວັນ Japanese  Academy Award ທີ່ທາເຄອຸຈິໄດ້ຮັບໃນຖານະນັກສະແດງນໍາ 3 ປີຕິດຕໍ່ກັນ, ທາເຄອຸຈິ ເກີດຢູ່ ແຂວງໄຊຕາມະ ມີຜົນງານການສະແດງໃນຊີຣີ ແລະຮູບເງົາຫຼາຍເລື່ອງຕັ້ງແຕ່ປີ 1999 ມາຈົນເຖິງປີ 2016 ທີ່ຜ່ານມາ.

----

ຮຽບຮຽງໂດຍ: ແກ້ວ