ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລະ​ດັບ​ສູງທາງໄກກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືແບບໃຕ້-ໃຕ້

  ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກກ່ຽວກັບການລືບລ້າງຄວາມທຸກຍາກ ແລະການຮ່ວມມືຂອບໃຕ້-ໃຕ້ (ຫຼື ຂອບ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​), ໃນຫົວຂໍ້: “ການ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ: ​ສົ່ງ​ເສີມ​ການລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງໂດຍ​ຜ່ານ​ການ​ຮ່ວມ​ມື​ໃນ​ຂອບ​ໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Develop ment through Deepened South-South Cooperation)”, ​ຈຸດປະສົງຕົ້ນ​ຕໍ​ແມ່ນເພື່ອຮ່ວມ​ກັນປຶກສາຫາລື​ບາງ​ບັນຫາສໍາຄັນ ​ຄື: 1) ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະແກ້ໄຂບັນດາສິ່ງທ້າທາຍຮ່ວມກັນໃນການພັດທະນາເສດຖະກິດ-ສັງຄົມ; 2) ການລຶບລ້າງຄວາມທຸກຍາກໂດຍຜ່ານການແລກປ່ຽນປະສົບ ການ ແລະລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ 3) ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງລະຫວ່າງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະວາລະ 2030 ເພື່ອບັນລຸການຫຼຸດຜ່ອນຄວາມທຸກຍາກ ແລະເປົ້າໝາຍການພັດທະນາອື່ນໆ.ກອງ​ປະ​ຊຸ​ມ​ທາງ​ໄກ​ຜ່ານ​ວີ​ດີ​ໂອ​ຄັ້ງ​ນີ້ຈັດໂດຍ ສ​ປ ຈີນ, ພາຍ​ໃຕ້ການ​ເປັນ​ປະ​ທານ​ຂອງ​ທ່ານ ຫວັງ ອີ່, ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ​ແຫ່ງ ສ​ປ ຈີນ, ມີຜູ້​ແທນ​ຂັ້ນ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດຈາກປະ​ເທດ​ສະ​ມາ​ຊິກຫຼາຍກວ່າ 10 ປະ​ເທດ, ຮອງເລຂາທິ ການໃຫ່ຍອົງການ ສປຊ ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະ​ກິດ-ສັງ​ຄົ​ມ ແລະອົງ​ການ​ຈັດ​ຕັ້ງ​ສາ​ກົນອື່ນໆເຂົ້າ​ຮ່ວມ.

  ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ ສະເຫຼິມໄຊ ກົມມະສິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມໂດຍທ່ານໄດ້ເນັ້ນໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຊຶ່ງເປັນ​​ໜຶ່ງໃນບູ​ລິມ​ະ​ສິດຕົ້ນຕໍ​ຂອງວົງຄະນາຍາດສາກົນເພື່ອບັນລຸວາລະ 2030 ເພື່ອການ​ພັດ​ທະ​ນາ. ການຮ່ວມມືແບບໃຕ້-ໃຕ້ ຖືເປັນແບບຢ່າງແຫ່ງຄວາມສາມັກຄີ ແລະ ເປັນກົນໄກຂອງການຮ່ວມມືລະຫວ່າງບັນດາປະເທດກຳລັງພັດທະນາອັນໄດ້ເປັນ​ການປະກອບສ່ວນສຳຄັນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ແລະ ນຳເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຂອງວົງ​ຄະ​ນະ​ຍາດ​ສາ​ກົນບົນພື້ນ​ຖານຫຼັກ​ການການ​ຮ່ວມ​ມື​ແບບຫຼາຍ​ຝ່າຍ​ພາຍ​ໃຕ້​ກົດ​ບັດຂອງ​ອົງ​ການສະ​ຫ​ະ​ປະ​ຊາ​ຊາດກ​ໍ​ຄືຫຼັກ​ການ​ແຫ່ງ​ຄວາມ​ສາ​ມັກ​ຄີ, ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ບໍ່​ແຊກ​ແຊງ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ກັນ ແລະກັນ​ ແລະການ​ຮ່ວມ​ມື​ທີ່ຕ່າງງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ບັນ​ດາຜົນ​ສຳ​ເລັດຕ່າງໆ​​ທີ່​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ຍາດ​ມາ​ໄດ້​ໃນ​ໄລ​ຍະຜ່ານ​ມາ ສະ​ແດງ​ໃຫ້​ເຫັນເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະຄວາມ​ໝັ້ນ​ຄົງ​ສາ​ກົນ, ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ ໂດຍ​ສະ​ເພາະ​ແມ່ນການ​ຮ່ວມ​ມື​ໃນ​ຂອບ​ໃຕ້-ໃຕ້, ແຕ່​ກໍ​ບໍ່ໄດ້​ໝາຍ​ຄວາມ​ວ່າ​ເພື່ອ​ປ່ຽນ​ແທນ​ຂອບການ​ຮ່ວມ​ມືເໜືອ-ໃຕ້. ພ້ອມ​ດຽວ​ກັນນີ້, ທ່ານລັດ​ຖະ​ມົນ​ຕີຍັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ທີ່​ເປັນ​ແກນກາງ ຂອງ​ການ​ຮ່ວມ​ມື​ໃຕ້-ໃຕ້ ແລະ ການ​ຮ່ວມ​ມືແບບ​ສາມແຈ ຊຶ່ງ​ເປັນ​ທ່າ​ແຮງໜຶ່ງທີ່​ສະ​ໜັບ​ສະ​ໜູນການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາໂດຍ​ຜ່ານ​ການ​ຖ່າຍ​ທອດແລກ​ປ່ຽນ​ຄວາມ​ຮູ້, ປະ​ສົບ​ການ ແລະ ການ​ຮ່ວມ​ມື​ລະ​ຫວ່າງປະ​ເທດ​ກຳ​ລັງ​ພັດ​ທະ​ນາດ້ວຍ​ກັນ.ສຳ​ລັບ ສປປ ລາວ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການລົບ​ລ້າງຄວາມທູກຍາກ ແລະວາງ​ຄາດ​ໝາຍສູ້​ຊົນ​ເພື່ອນຳ​ພາປະເທດຊາດອອກຈາກສະຖາ ນະພາບດ້ອຍພັດທະນາໃນ​ອະ​ນາ​ຄົດ​, ທ່ານ​ລັດ​ຖະ​ມົນ​ຕີຍັງ​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ​ສຳ​ເລັດ ແລະ ບົດບາດຂອງ ສປ ຈີນ ໃນການຮ່ວມມື ແລະ ສະໜັບ ສະໜູນຊ່ວຍເຫຼືອປະເທດຕ່າງໆ ໂດຍສະເພາະພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຜົນສຳ​ເລັດຂອງ ສ​ປ ຈີນ ໃນ​ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ສ່ວນຫຼາຍ​ຂອງ​ປະ​ເທດ​ ໄດ້​ພຽງ​ໄລ​ຍະ​ເວ​ລາອັນ​ສັ້ນນັ້ນ ລ້ວນ​ແຕ່ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ວົງ​ຄະ​ນະ​ຍາດສາ​ກົນ ແລະໄດ້ກາຍ​ເປັນບົດ​ຮຽນອັນ​ລໍ້າ​ຄ່າ​ໃຫ້​ແກ່​ປະ​ເທດ​ຕ່າງໆ ໃນ​ທົ່ວ​ໂລກ. ​ດັ່ງ​ນັ້ນ, ສ​ປ​ປ ລາວ ຈຶ່ງ​ຖື​ສຳ​ຄັນ​ຢ່າງ​ຍິ່ງໃນ​ການສົ່ງ​ເສີມ​ການ​ເປັນ​ຄູ່ຮ່ວມພັດ​ທະ​ນາ​ໃນ​ຂົງ​ເຂດ​ຕ່າງໆກັບ​ ສ​ປ ຈີນ ແລະປະ​ເທດ​ຕ່າງໆ ໃນ​ພາກ​ພື້ນເພື່ອ​ບັນ​ລຸ​ຍຸດ​ທະ​ສາດຂອງ​ລັດ​ຖະ​ບານ​ເພື່ອປ່ຽນ​​ສະ​ຖາ​ນະ​ພາບ​ເປັນ​ປະ​ເທດທີ່ບໍ່​ມີ​ຊາຍ​ແດນ​ຕິດ​ຈອດ​ທະ​ເລ​ໃຫ້​ກາຍ​ເປັນ​ສູນ​ກາງ​ຂອງ​ການ​ເຊື່ອມ​ຈອດພາກ​ພື້ນດ້ວຍ​ການຍົກລະດັບພື້ນ​ຖານ​ໂຄງ​ລ່າງດ້ານ​ການ​ຂົນ​ສົ່ງພາຍ​ໃນ​ປະ​ເທດ,ໂດຍສະເພາະໂຄງ​ການ​ທາງລົດ​ໄຟ​ຄວາມ​ໄວ​ສູງລາວ-ຈີນ, ຊຶ່ງຄາດ​ວ່າ​ຈະ​ສຳ​ເລັດ​ສົມ​ບູນ​ໃນ​ປີ 2021.

   ຕໍ່​ກັບ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19, ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດຕ່າງໆ​ພ້ອມ​ກັນ​ຍົກ​ສູງ​ບົດ​ບາດ​ການ​ຮ່ວມ​ມື​ແບບຫຼາຍ​ຝ່າຍ ແລະສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ບັນ​ຫາ​ ແລະສິ່ງ​ທ້າ​ທາຍຮ້າຍ​ແຮງນີ້​ຢ່າງ​ຮີບ​ດ່ວນ, ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​​ຄວາມ​ພະ​ຍາ​ຍາມ​ໃນການ​ບັນ​ລຸ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມ​ທຸກ​ຍາກ ແລະວາ​ລະ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ສາ​ກົນ. ໃນ​ໂອ​ກາດນີ້, ສ​ປ​ປ ລາວ ໄດ້​ສະ​ແດງ​ຄວາມ​ຍິນ​ດີສະ​ໜັບ​ສະ​ໜູນຕໍ່​ຂໍ້​​ສະ​ເໜີຂອງ ສ​ປ​ ຈີນ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຕ່າງໆຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດໃນຫຼາຍ​ຂົງ​ເຂດ, ລວ​ມ​ທັງການ​ຮັບ​ມື​​ພະ​ຍາດ COVID-19 ໃນ​ປັດ​ຈະ​ບັນ ແລະ ການ​ຟື້ນ​ຟູໃນ​ອະ​ນາ​ຄົດ, ການ​ປະ​ກອບ​ສ່ວນ​ງົບ​ປະ​ມານ​ເຂົ້າ​ໃນ​ກອງ​ທຶນ​ຂອບ​ການ​ຮ່ວມ​ມື​ໃຕ້-ໃຕ້ ແລະຂອບ​ອື່ນໆ ຊຶ່ງ​ ທ່ານ ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ ໄດ້​ປະ​ກາດໃນ​ໂອ​ກາດ​ກ່າວ​ຄຳ​ເປັນຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄັ້ງ​ທີ 75 ໃນ​ຕົ້ນ​ອາ​ທິດ​ຜ່ານ​ມາ.

  ການ​ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ນີ້​ຂອງ ສ​ປ​ປ ລາວ​ ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ ແລະການ​ປະ​ກອບ​ສ່ວນ​ຢ່າງ​ຫ້າວ​ຫັນ​ຂອງ ສ​ປ​ປ ລາວ​ ເຂົ້າ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ບັນ​ຫາ​ສຳ​ຄັນ​ຂອງ​ສາ​ກົນ ແລະໄດ້ຮັບຜົນສຳເລັດຢ່າງຈົບງາມ.

---------------

ຮູບພາບ: #ຫນັງສືພິມເສດຖະກິດສັງຄົມ