ທ່ານ ລັດຖະມົນຕີປະຈຳ ສນຍ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕຣາລີ ຢ້ຽມອຳລາ

​  ໃນຕອນເຊົ້າຂອງວັນທີ 24 ກັນຍາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ, ລັດຖະມົນຕີປະຈຳສຳນັກງານນາຍົກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ Jean-Bernard Carrasco,ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະປີ 2018-2020.

​   ໃນໂອກາດດັ່ງກ່າວ, ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງທ່ານ Jean-Bernard Carasco, ຊຶ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ແລະການຮ່ວມມືລະຫວ່າງ ສປປ ລາວ ແລະອົດສະຕຣາລີນັບມື້ແໜ້ນແຟ້ນ ແລະເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ເວົ້າລວມ,ເວົ້າສະເພາະແມ່ນສະແດງຄວາມຂອບໃຈຕໍ່ການອຳນວຍຄວາມສະດວກ, ສະໜັບສະໜູນ ແລະໃຫ້ຊ່ວຍ ຫຼືອແກ່ ສປປ ລາວ ໃນຫຼາຍດ້ານຂອງທ່ານເອກອັກຄະລັດຖະທູດກໍ່ຄືລັດຖະບານ ແຫ່ງ ອົດສະຕຣາລີ ໃນໄລຍະຜ່ານມາໂດຍສະເພາະການສ້າງນິຕິກຳໃນຂົງເຂດພະລັງ ງານ ແລະບໍ່ແຮ່, ການສະໜອງຂໍ້ມູນຂ່າວສານ, ການຊ່ວຍເຫຼືອທາງ​ດ້ານ​ການ​ສຶກ​ສາ ແລະສາ​ທາ​ລະ​ນະ​ສຸກ, ການ​ແກ້​ໄຂ​ບັນ​ຫາຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ,ການປະ​ກ​າດ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ້​ໄຂບ​ັນ​ຫາ​ການ​ແຜ່​ລະ​ບາດ​ຂອງພະຍາດໂຄວິດ-19 ແລະອື່ນໆ. ນອກຈາກນັ້ນຍັງໄດ້ສະເໜີລັດຖະບານອົດສະຕຣາລີໃນການສືບ​ຕໍ່​ໃຫ້​ທຶນ​ການ​ສຶກ​ສາ ແລະແລກປ່ຽນຊາວ​ໜຸ່ມ, ນັກສຶກສາ ລາວ-ອົດສະຕຣາລີ ໃຫ້ຫຼາຍຂຶ້ນ. ໃນຕອນທ້າຍກໍ່ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະສືບຕໍ່ປະຕິບັດສຳເລັດໜ້າທີ່ໃໝ່ທີ່ຈະໄດ້ຮັບການມອບໝາຍໃນຕໍ່ໜ້າໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ.

​  ໃນໂອກາດດຽວກັນ, ທ່ານເອກຄະລັດຖະທູດໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີປະຈຳສຳນັກງານນາຍົກທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ລວມທັງ ການພົວພັນ, ການອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອຕະຫຼອດໄລຍະທີ່ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງທ່ານເອກຄະລັດຖະທູດເຮັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

---------------

ຮູບພາບ: #ຫນັງສືພິມເສດຖະກິດສັງຄົມ