ຕຣີເພຊ​ອີ​ຊູ​ຊຸ ​ນໍາສະເໜີລົດ​ກະ​ບະ​ລຸ້ນ​ໃໝ່

  ບໍ​ລິ​ສັດ ຕຣີເພຊອີ​ຊູ​ຊຸ​ເຊ​ວຊ໌ ຈຳ​ກັດ ໄດ້ນໍາສະເໜີລົດ​ກະ​ບະ​ລຸ້ນ​ໃໝ່ All-New Isuzu D-Max…ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ​ໂຕ​ຈິງໃນວັນທີ 26 ກັນຍາ 2020 ທີ່ນະຄອນຫຼວງວຽງຈັນ ເພື່ອເປັນການເພີ່ມທາງເລືອກໃຫ້ແກ່ຜູ້ຊົມໃຊ້ລົດໃນ ສປປ ລາວ.

  ທ່ານ ໂທ​ຊິ​ອາ​ກິ ມາ​ເອ​ຄາ​ວະ ປະ​ທານບໍ​ລິ​ສັດ ຕຣີເພຊອີ​ຊູ​ຊຸ​ເຊ​ວຊ໌ ຈຳ​ກັດ ຜູ້​ຈັດ​ຈຳ​ໜ່າຍ​ລົດ​ອີຊູຊຸດີແມັກ ແລະ​ລົດ​ອີ​ຊູ​ຊຸມິວ-ເອັກ​ ໃນ ສ​ປ​ປ ລາວ ກ່າ​ວວ່າ: ​ລົດ​ກະ​ບະ “All-New Isuzu D-Max” ລຸ້ນ​ໃໝ່​ນີ້​ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່ພາຍ​ໃຕ້​ແນວ​ຄິດ “ເໜືອກວ່າ​ຄຳ​ວ່າ​ກະ​ບະ” ດ້ວຍການອອກແບບໃໝ່​ໝົດ​ໃນ​ທຸກ​ມິ​ຕິ​ຈາກ​ພາຍນອກ ແລະ​ພາຍ​ໃນເຄື່ອງຈັກ​ໃໝ່ແພ​ຼດ​ຟອມ​ໃໝ່ຄວາມ​ປອດ​ໄພ​ໃໝ່ພ້ອມ​ນະ​ວັດ​ຕະ​ກຳ​ເຕັກໂນໂລຊີໃໝ່ຄວາມ​ສົມ​ບູນ​ແບບ​ໃນ​ທຸກ​ຟັງຊັ່ນທີ່ລໍ້າສະໄໝ​ໄປ​ອີກ​ຂັ້ນສ້າງ​ມາດ​ຕະ​ຖານ​ໃໝ່​ຂອງ​ລົດ​ກະ​ບະ​ທີ່​ເໜືອກວ່າ ແລະຍັງ​ເປັນ​ລົດ​ທີ່​ສະ​ທ້ອນ​ພາບ​ລັກ​ຜູ້​ນຳ​ຂອງ​ຜູ້​ທີ່​ໄດ້​ຄອບ​ຄອງ​ຢ່າງ​ແທ້​ຈິງສົມ​ກັບ​ເປັນ “ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ​​ໂຕຈິງ” ຊຶ່ງ​ມາ​ພ້ອມ​ກັບ​ຄວາມ​ຄຸ້ມ​ຄ່າ​ໃນ​ລາ​ຄາ​ຈຳ​ໜ່າຍ​ເ​ລີ່ມ​ຕົ້ນ​ 24.900 ໂດລາ ​ແລະເຊື່ອ​ໝັ້ນ​ວ່າ​ລົດ​ອີ​ຊູ​ຊຸລຸ້ນ​ໃໝ່​ນີ້ຈະ​ໄດ້​ຮັບ​ການ​ຕອບ​ຮັບ​ເປັນຢ່າງ​ດີຈາກ​ຜູ້​ໃຊ້​ລົດ​ໃນ​ ສປ​ປ ລາວ.

 

  ​

  All-New Isuzu D-Max ພາຍນອກ​ອອກ​ແບບ​ໃໝ່​ໝົດ​ທຸ​ກມຸມມອງດ້ວຍ​ແນວ​ຄິດ “Bold but Emotional” ໂຕ​ລົດ​ມີ​ມິ​ຕິ​ທີ່​ໃຫຍ່ ແລະບຶກ​ບຶນ​ຍິ່ງ​ຂຶ້ນ ໃຫ້​ຄວາມ​ຮູ້​ສຶກ​ຊົງ​ພະ​ລັງ ແລະ​ແຂງ​ແກ່ນ​ຍິ່ງ​ຂຶ້ນກວ່າເກົ່າ, ເຄື່ອງ​ຈັກ​ອີ​ຊູ​ຊຸ 3,0 ດີ​ດີ​ໄອບລູພາວເວີ ລຸ້ນ 4JJ3-TCX ເຕັກໂນໂລຊີ​ກາ​ຊວນຫຼ້າ​ສຸດ​ທີ່ສົມ​ບູນ​ແບບມີ​ພະ​ລັງ ແລະ​ສະ​ມັດ​ຖະ​ນະ​ສູງ​ສຸດ​ໃນ​ທຸກ​ດ້ານໃຫ້​ກຳ​ລັງ​ສູງ​ສຸດ 190 ແຮງ​ມ້າ ທີ່ 3.600 ຮອບຕໍ່ນາ​ທີແຮງ​ບິດ​ສູງ​ສຸດ 450 ນິວ​ຕັ້ນ-ແມັດ 1.600–2.600 ຮອບຕໍ່ນາ​ທີພ້ອມ E-VGS TURBOເທີ​ໂບ​ແປ​ຜັນ​ປັບ​ໄຟ​ຟ້າແຮງ​ຈັດ​ຕັ້ງ​ແຕ່​ຮອບ​ຕໍ່າຕອບ​ສະ​ໜອງ​ໄດ້​ວ່ອງ​ໄວໃຫ້​ສະ​ມັດ​ຖະ​ນະ​ທີ່ຍອດ​ຢ້ຽມທັງ​ແຮງ​ມ້າ ແລະ​ແຮງ​ບິດ​ສູງ​ສຸດ​ໃນ​ລົດ​ລະດັບ​ດຽວ​ກັນ. ນອກ​ຈາກນີ້​ຍັງ​ໄດ້​ພັດ​ທະ​ນາ​ລະ​ບົບ​ສົ່ງ​ກຳ​ລັງ​ໃໝ່​ເພື່ອ​ໃຫ້​ສາ​ມາດ​ຖ່າຍ​ທອດ​ພະ​ລັງ​ແຮງ ​ແລະ​ຄວາມ​ເລົ້າ​ໃຈ​ຂອງ​ເ​ຄື່ອງຈັກ​ໃໝ່​ໄດ້​ເຕັມ​ປະ​ສິດ​ທິ​ພາບຮ່ວມ​ກັບເກຍອັດ​ຕະ​ໂນ​ມັດ 6 ສະ​ປີດ​ ໃໝ່ຖ່າຍ​​ທອດ​ຈັງ​ຫວະ​ປ່ຽນ​ເກຍ​​ທີ່​ນຸ້ມນວນພ້ອມ​ໂໝດ​ຂັບ​ຂີ່ແບບ​ສະປອດ Rev Tronic ແລະ ເກຍ​ທຳ​ມະ​ດາ 6 ສະ​ປີດ ພັດ​ທະ​ນາ​ໃໝ່​ຮູບແບບ​ສະ​ປອດຂັບ​ສະບາຍ​ຍິ່ງ​ຂຶ້ນ.

    ແນວໃດກໍດີສຳ​ລັບ​ທ່ານໃດ​ທີ່​ສົນ​ໃຈ​ສາ​ມາດ​ລົງທະບຽນທົດ​ລອງ​ຂັບລົດລຸ້ນ​ໃໝ່ “All-New Isuzu D-Max...ຜູ້​ນຳ​ແຫ່ງ​ໂລກ​ກະ​ບະໂຕ​ຈິງ” ໄດ້ທີ່ http://www.myisuzulaos.com/test -drive/ ພ້ອມ​ເປັນ​ເຈົ້າ​ຂອງ​ກ່ອນ​ດ້ວຍ​ຂໍ້​ສະ​ເໜີສຸດ​ພິ​ເສດໄດ້​ທີ່​ຫ້ອງ​ສະ​ແດງສິນ​ຄ້າອີ​ຊູ​ຊຸ​ທົ່ວ​ປະ​ເທດຕັ້ງ​ແຕ່ວັນທີ 26 ກັນຍາ 2020 ​ເປັນ​ຕົ້ນ​ໄປ.

----------------

ຮູບພາບ: #ຫນັງສືພິມເສດຖະກິດສັງຄົມ