ນາງແບບຊຸບຕາ ຈີຈີ້ ຮາດິດ ເກີດລູກຄົນທຳອິດແລ້ວ

  ຍິນດີກັບນາງແບບຊຸບຕາ ຈີຈີ້ ຮາດິດ ອາຍຸ 23 ປີ ທີ່ໄດ້ໃຫ້ ກໍາເນີດລູກຄົນທໍາອິດກັບຫວານໃຈນັກຮ້ອງໜຸ່ມເຊນ ມາລິດ ອາຍຸ 25 ປີ ໂດຍເຊນມາລິດກ່າວວ່າ ພວກເຂົາໄດ້ລູກສາວຜ່ານທະວິດເຕີໃນຄືນວັນທີ 23 ກັນຍາ ທີ່ຜ່ານມາ.

  ລູກສາວຄົນນ້ອຍຂອງເຮົາອອກມາແລ້ວລາວແຂງແຮງ ແລະງົດງາມຂ້ອຍພະຍາຍາມທີ່ຈະບອກຄວາມຮູ້ສຶກຂອງຕົນເອງໃນຕອນນີ້ ແຕ່ຍັງຍາກຫຼາຍຄວາມຮັກທີ່ຂ້ອຍມີໃຫ້ກັບມະນຸດນ້ອຍໆນັ້ນໄປໄກເກີນກວ່າທີ່ຈະເຂົ້າໃຈດີໃຈຫຼາຍທີ່ໄດ້ຮູ້ຈັກກັບລາວພູມໃຈທີ່ບອກວ່າເຈົ້າເປັນຂອງຂ້ອຍ ແລະຂອບໃຈສຳລັບຊີວິດນ້ອຍໆນີ້ ຊຶ່ງຈີຈີ້ ແລະເຊນ ພົບກັນຄັ້ງທໍາອິດໃນເດືອນທັນວາປີ 2015 ແລະຮັກມັກ ແລະປະກັນ ມາຕະຫຼອດກ່ອນຈະມີຂ່າວອອກມາວ່າໃນເດືອນເມສາທີ່ຜ່ານມາ ຈີຈີ້ ໄດ້ຖືພາລູກສາວຄົນທຳອິດຂອງທັງສອງ.

----

ຮຽບຮຽງໂດຍ: ແກ້ວ