ຊາວໜຸ່ມວິທະຍາໄລອ້ອມຂ້າງ ສສກ ຍົກລະດັບວຽກງານ

  ວັນທີ 22 ກັນຍາ 2020 ທີ່ຫ້ອງປະຊຸມສູນພັດທະນາຜູ້ປະກອບການກິດຈະການ ລາວ-ອິນ ເດຍ (ຫຼັກ8), ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບໃບຢັ້ງຢືນຂອງ ທ່ານ ຕຸດາວັນ ໜໍ່ເມືອງເສດເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ທ່ານ ໄພວັນ ບັນ ດາສັກຮອງເລຂາ, ປະທານກວດກາຊາວໜຸ່ມກະຊວງສຶກສາທິການ ແລະກີລາທັງເປັນເລຂາຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງສຶກສາ ທິການ ແລະກີລາ ແລະທ່ານ ນາງ ອາທິລະກາ ສີສຸພັນ ຮອງຜູ້ອຳນວຍການສູນພັດທະນາຜູ້ປະກອບການລາວ-ອິນເດຍ ພ້ອມດ້ວຍບັນດາຄະນະປະຈຳຊາວໜຸ່ມ ສສກ, ຄະນະຊາວໜຸ່ມວິທະຍາໄລອ້ອມຂ້າງຕະຫຼອດຮອດບັນດາຄະນະບໍລິຫານງານຊາວໜຸ່ມໜ່ວຍຮາກຖານ 17 ໜ່ວຍທີ່ຂຶ້ນກັບວິທະຍາໄລອ້ອມຂ້າງຢ່າງພ້ອມພຽງ.

  ທ່ານ ໄພວັນ ບັນດາສັກກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍເພາະເປັນການຍົກລະດັບວຽກງານວຽກງານກວດກາຊາວໜຸ່ມ ແລະປະເມີນວຽກ 4 ບຸກ ເພື່ອເປັນການເພີ່ມທະວີບົດບາດການນນຳພາທັງຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ເລຂາ, ປະທານກວດກາ ແລະຄະນະບໍລິຫານງານຊາວໜຸ່ມແຕ່ລະໜ່ວຍໃຫ້ມີຄວາມໜັກແໜ້ນ ແລະເຂັ້ມແຂງ ແລະມີຄວາມເຂົ້າ ໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາຊາວໜຸ່ມ, ພ້ອມນັ້ນ ທ່ານຍັງໄດ້ສະເໜີໃຫ້ຮູ້ກ່ຽວກັບແຜນການເຄື່ອນໄຫວວຽກງານກວດກາຂອງຄະນະບໍລິຫານງານ ຊາວໜຸ່ມກະຊວງສຶກສາທິການ ແລະກີລາໄລຍະ 5 ປີ (2020-2024) ແລະແຜນຈຸດສຸມ ປີ 2020.

  ໂອກາດດຽວກັນ, ທ່ານ ຕຸດາ ວັນ ໜໍ່ເມືອງເສດກໍໄດ້ສະເໜີມະຕິ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນເງື່ອນໄຂໃໝ່ວ່າ: ວຽກງານກວດກາແມ່ນໜຶ່ງໃນພາລະບົດບາດການນຳພາຂອງພັກ, ແມ່ນໜ້າທີ່ ແລະຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ຜ່ານມາມີຫຼາຍອົງຄະນະພັກໄດ້ເອົາໃຈໃສ່ຊີ້ນຳວຽກງານກວດກາຢ່າງແທດເຖິງ ແລະແກ້ໄຂຜົນຂອງການກວດກາຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ຜ່ານການກວດກາພາຍໃນພັກ ແລະກວດກາລັດແຕ່ລະຄັ້ງ, ແຕ່ລະເປົ້າໝາຍພວກເຮົາສາມາດເສີມຂະຫຍາຍໄດ້ດ້ານດີ, ປັດໄຈໃໝ່ທີ່ຕັ້ງໜ້າພ້ອມກັນນັ້ນ,ກໍຈຳກັດແກ້ໄຂສະພາບຫຍໍ້ທໍ້ດ້ານຕ່າງໆທີ່ເກີດຂຶ້ນໃນການຈັດຕັ້ງຂອງພັກ, ລັດ ແລະສັງຄົມໄດ້ໃນຫຼາຍດ້ານສັງລວມແລ້ວໃນຊຸມປີຜ່ານມາວຽກງານກວດກາໄດ້ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງພັກ, ການຄຸ້ມຄອງລັດ ແລະປ້ອງກັນພະນັກງານ, ສະມາຊິກພັກໃຫ້ມີຄວາມປອດໃສເຂັ້ມແຂງ.

  ສ່ວນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ພັກ-ລັດພວກເຮົາເວລາໃດກໍໄດ້ເອົາໃຈໃສ່ ແລະຖືສຳຄັນເຫັນໄດ້ຜົນຮ້າຍຂອງການ ສໍ້ລາດບັງຫຼວງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ ແລະໃນຖັນແຖວພະນັກງານ, ສະມາຊິກພັກ ຊຶ່ງກະທົບເຖິງບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະຄວາມໝັ້ນຄົງຂອງລະບອບພວກເຮົາດັ່ງນັ້ນ, ໃນໄລຍະຜ່ານມາ ຄະນະພັກອົງການປົກຄອງແຕ່ລະຂັ້ນກໍໄດ້ເອົາ ໃຈໃສ່ສຶກສາອົບຮົມເຜີຍແຜ່ກົດໝາຍ, ຂໍ້ກຳນົດກ່ຽວກັບການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ໄດ້ດຳເນີນການກວດກາໃນຫຼາຍຂົງເຂດ, ຫຼາຍເປົ້າໝາຍ, ຜ່ານການກວດກາກໍສາມາດສະກັດກັ້ນປະກົດການຫຍໍ້ທໍ້ ແລະເກັບກູ້ວັດຖຸຊັບສິນ, ເງິນຄຳທີ່ຕົກເຮ່ຍເສຍຫາຍຄືນມາໃຫ້ພັກ, ລັດ, ລວມໝູ່ ແລະພົນລະເມືອງເປັນຈຳນວນບໍ່ໜ້ອຍ.

  ກອງປະຊຸມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີມະຕິວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະຕ້ານ  ການສໍ້ລາດບັງຫຼວງໃນເງື່ອນໄຂ ໃໝ່; ແຜນການເຄື່ອນໄຫວວຽກງານກວດກາຂອງຄະນະບໍລິຫານ ງານຊາວໜຸ່ມກະຊວງສຶກສາທິການ ແລະກີລາໄລຍະ  5   ປີ  (2020-2024) ແລະແຜນຈຸດສຸມປີ 2020; ແຜນການຕິດຕາມກວດກາ ແລະປະເມີນຂອງຄະນະບໍລິຫານງານ ຊາວໜຸ່ມກະຊວງ; ບົດແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ, ຮ່າງເຄື່ອງມືໃນການກວດກາຂອງການຈັດຕັ້ງຊາວໜຸ່ມ ແລະສະມາຊິກຊາວໜຸ່ມ.

----

ໂດຍ: ບຸນນິກ