ບໍ່ຄຳ-ທອງເຊໂປນກັບຄືນມາຂຸດຄົ້ນຄຳອີກຄັ້ງ

   ບໍ່ດົນຜ່ານມານີ້ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ພ້ອມທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະ ມົນຕີ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ, ຮອງເຈົ້າ ແຂວງໆສະຫວັນນະເຂດ ໄດ້ລົງກວດກາການພັດທະນາບໍ່ຄຳ-ທອງເຊໂປນ ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ(ລຊມລ)ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ຈາກທີ່ທ່ານເຄີຍໄດ້ລົງໄປຢ້ຽມຢາມຄັ້ງຫຼ້າສຸດໃນປີ 2014 ຊຶ່ງ ເປັນໄລຍະທີ່ບໍລິສັດລຊມລໄດ້ເປັນບໍລິສັດບໍ່ແຮ່ທອງໃນລະດັບສາກົນທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

   ການຢ້ຽມຢາມຄັ້ງນີ້ເປັນນິມິດໝາຍສຳຄັນໃຫ້ແກ່ບໍລິສັດທີ່ໄດ້ຫັນປ່ຽນຈາກການຜະລິດທອງກັບມາສູ່ໂຄງການທີ່ສຸມໃສ່ການຜະລິດຄຳເພື່ອຍາດເອົາໂອກາດຈາກສະ ພາບເສດຖະກິດໂລກໃນປະຈຸບັນປີ 2020 ນີ້ເປັນປີທີ່ ບໍລິສັດ ລຊມລ ສະເຫຼີມສະຫຼອງຍຸກໃໝ່ແຫ່ງການຜະລິດຄຳ້ອນບໍລິສັດໄດ້ບັນລຸຫຼາຍຂີດໝາຍສຳຄັນເຖິງແມ່ນວ່າບໍລິສັດຈະພົບພໍ້ກັບຄວາມທ້າທາຍຫຼາຍປະການຈາກການລະບາດຂອງພະຍາດ COVID-19 ກໍຕາມບໍລິສັດ ລຊມລ ມີຄວາມມຸ່ງໝັ້ນໃນການສະໜັບສະໜູນລັດຖະບານເພື່ອຮັບປະກັນຄວາມປອດໄພຈາກການຕິດເຊື້ອພະຍາດດັ່ງກ່າວໃຫ້ແກ່ພະນັກງານຄອບຄົວຂອງພະນັກງານ ແລະຊຸມຊົນໃນໄລຍະວິກິດການໂລກລະບາດນີ້.

   ໃນປີນີ້ບໍລິສັດ ລຊມລ ໄດ້ຫັນກັບຄືນມາຂຸດຄົ້ນແຮ່ຄຳເປັນຄັ້ງທຳອິດໂດຍໄດ້ເລີ່ມເປີດນຳໃຊ້ໂຮງງານປຸງແຕ່ງ-ຜະລິດຄຳທີ່ໄດ້ສ້ອມແປງ-ປັບປຸງຄືນໃໝ່ເພື່ອໃຫ້ສາມາດເລີ່ມຜະລິດຄຳຈາກແຮ່ຄຳອອກໄຊດ໌ ແລະໃນບໍ່ດົນມານີ້ທາງບໍລິສັດກໍໄດ້ເປີດໂຮງງານປຸງແຕ່ງສິນແຮ່ແບບຕີຝອດ-ຟູລອຍ ເພື່ອໃຫ້ສາມາດເລີ່ມຕົ້ນການຜະລິດຄຳຈາກແຮ່ຄຳເຄົ້າ.

   ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ເຂົ້າຮ່ວມເປັນນິມິດໝາຍ ແລະເປັນສັກຂີພິຍານ ໃຫ້ແກ່ຄວາມຄືບໜ້າສູ່ການເພີ່ມການຜະລິດຄຳ ແລະຄວາມມຸ່ງໝັ້ນໄລຍະຍາວຂອງບໍລິສັດ ລຊມລ ໂດຍສະເພາະແມ່ນຕໍ່ກັບຄວາມປອດໄພ, ການຢຶດຖືມາດຕະຖານສາ ກົນໃນການຂຸດຄົ້ນບໍ່ແຮ່ ແລະການພັດທະນາເສດຖະຖະກິດໃນ ສປປ ລາວ ຂ້າພະເຈົ້າຫວັງວ່າບໍລິສັດ ລຊມລ ຈະສືບຕໍ່ເປັນບໍລິສັດແນວໜ້າພ້ອມທັງເປັນບໍລິສັດບໍ່ແຮ່ທີ່ເປັນແບບຢ່າງທີ່ດີເລີດ ແລະແບ່ງປັນປະສົບການແລະມາດຕະຖານສາກົນໃຫ້ແກ່ຜູ້ພັດທະນາບໍ່ແຮ່ພາຍໃນອື່ນໆ ຢູ່ໃນ ສປປ ລາວ.”

   ການກັບຄືນມາຜະລິດຄຳຈະຢຶດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄຳ-ທອງເຊໂປນ ໄປອີກຢ່າງຕໍ່າ 10  ລະຈະສືບຕໍ່ສ້າງວຽກເຮັດງານທຳ, ສ້າງລາຍໄດ້ກໍຄືປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຈົ້າພາບບໍລິສັດ ລຊມລ ຈະສືບຕໍ່ປະກອບສ່ວນໃສ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄຳໄດ້ປະມານ 2,5 ແສນອອນສ໌ ຕໍ່ປີພ້ອມທັງລົງທຶນຫຼາຍຂຶ້ນໃສ່ວຽກງານສຳຫຼວດແລະໂຄງການຂະຫຍາຍອື່ນໆ.

   ທ່ານ ພໍ ແຮຣິສ, ຜູ້ຈັດການໃຫຍ່ ລຊມລ ໄດ້ກ່າວວ່າ: “ພວກເຮົາມີຄວາມຮູ້ບຸນຄຸນສູງຕໍ່ລັດຖະບານລາວໂດຍສະເພາະກະຊວງພະລັງງານ ແລະບໍ່ແຮ່ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນສະເໝີມາຊຶ່ງໄດ້ຊ່ວຍໃຫ້ບໍລິສັດບັນລຸຂີດໝາຍສຳຄັນຫຼາຍປະການໃນການກັບຄືນມາຜະລິດຄຳໄວກວ່າແຜນທີ່ວາງໄວ້.”

  ຕັ້ງແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2002, ໂຄງການຄຳ-ທອງເຊໂປນ ໄດ້ຜະລິດແທ່ງຄຳຫຼາຍກວ່າ 1,2 ລ້ານ ອອນສ໌ແລະຜະລິດແຜ່ນທອງຫຼາຍກວ່າ 1 ລ້ານໂຕນ; ໄດ້ສ້າງຜົນປະໂຫຍດໂດຍກົງຫຼາຍກວ່າ 1,5 ຕື້ໂດລາ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ພາສີຊັບພະຍາກອນແຮ່ທາດ ແລະເງິນປັນຜົນ.

   ນອກຈາກນັ້ນໂຄງການຄຳ-ທອງເຊໂປນຍັງໄດ້ສ້າງຜົນປະໂຫຍດທາງອ້ອມດ້ວຍການສ້າງວຽກເຮັດງານທຳ, ການພັດທະນາຊັບພະຍາກອນມະນຸດຜ່ານການຝຶກອົບຮົມຕ່າງໆ,ການພັດທະນາຊຸມຊົນ ແລະລາຍໄດ້ໃຫ້ແກ່ຜູ້ຮັບເໝົາທ້ອງຖິ່ນອັນໄດ້ສ້າງຜົນປະໂຫຍດທາງບວກຢ່າງມະຫາສານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

   ບໍລິສັດ ລຊມລ ໄດ້ໂຈະການຜະລິດຄຳໃນເດືອນທັນວາ 2013 ຍ້ອນສິນແຮ່ຄຳມີຄຸນນະພາບຫຼຸດລົງ ແລະລາຄາຂາຍຄຳຕົກຕໍ່າລົງການກັບຄືນມາຜະລິດຄຳຈະຮັບປະ ກັນໃຫ້ຜົນປະໂຫຍດເຫຼົ່ານີ້ສືບຕໍ່ເສີມຂະຫຍາຍຂຶ້ນໄປ ແລະທັງຈະວາງພື້ນຖານດ້ານເສດຖະກິດ-ສັງຄົມ ທີ່ເຂັ້ມແຂງໃນໄລຍະດຳເນີນໂຄງການ ແລະພາຍຫຼັງສິ້ນສຸດອາ ຍຸການຂຸດຄົ້ນບໍ່ແຮ່.

-------------

ໜັງສືພິມເສດຖະກິດ-ສັງຄົມ