ໝາກງາດຳ ມີຄຸນປະໂຫຍດມະຫາສານໂດຍສະເພາະນໍ້າມັນງາມີຄຸນປະໂຫຍດຊ່ວຍບຳລຸງມ້າມ, ຕັບ ແລະໄຂ່ຫຼັງ, ບຳລຸງເລືອດ, ຊ່ວຍລະລາຍ, ບຳລຸງທາດ, ໃຊ້ເປັນຢາປັບປຸງທາດທັງ 4, ບຳລຸງເມັດເລືອດແດງ, ເປັນຢາອາຍຸວັດທະນະ, ປະສົມກັບເກືອເພື່ອເຮັດຢາປົວຕຸ່ມ, ຝິແຜເປື່ອຍ, ນອກຈາກນັ້ນຍັງເປັນວັດຖຸດິບເພື່ອສຳລັບປຸງ ແຕ່ງສະບູ ແລະນໍ້າມັນລໍ້ມື່ນ.

  ດອກໝາກງາດຳເປັນຢາແກ້ເຈັບຕາໃຊ້ດ້ວຍວິທີແຊ່ນໍ້າເຢັນແລ້ວໂຜະໃສ່ຕາ, ນໍ້າຕົ້ມໃບ ແລະຮາກເປັນຢາປົວຫົວລ້ານເຮັດໃຫ້ຜົມປົ່ງ,ເຮັດໃຫ້ຜົມຫງອກເປັນສີດຳ, ຊຶ່ງປະລິມານໃຊ້: ບຳລຸງຮ່າງກາຍກິນມື້ໜຶ່ງ 10-20 ml, ຊ່ວຍລະລາຍທ້ອງຜູກກິນມື້ລະ 40-60 ກຣາມ, ແກ່ນມາບົດມຸ່ນມື້ໜຶ່ງກິນ 25-30 ກຣາມ,ວິທີຫຼຸດຄວາມດັນເລືອດສູງໃຫ້ເອົາແກ່ນໝາກງາດຳ, ມັນອ້ອນລີງ, ຮາກຫຍ້າພັນງູແຕ່ລະຊະນິດໃນປະລິມານເທົ່າກັນ, ຕາກໃຫ້ແຫ້ງ, ບົດເປັນຝຸ່ນ, ປະສົມນໍ້າເຜິ້ງ, ເຮັດເປັນລູກກອນ, ໜັກ 0,5 ກຣາມ ກິນເທື່ອລະ 5 ເມັດ ມື້ໜຶ່ງ 3 ຄັ້ງ. ນອກຈາກນີ້ຍັງມີຄຸນນະພາບຕໍ່ພະຍາດເສັ້ນເລືອດ, ຫົວໃຈເຕັ້ນແຮງ, ເປັນໄຂ້ຫວັດ, ປາກບ້ຽວ ແລະຍັງເປັນຢາຂັບນໍ້ານົມໃຫ້ແມ່ຢູ່ກຳ.