ມອບວັດຖຸບູຮານ ຈຳນວນ 7.800 ທີ່ພົບໃນຂອບເຂດບໍ່ຄຳເຊໂປນ ໃຫ້ ຖວທ ຄຸ້ມຄອງ ແລະຮັກສາ

  ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.

ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1-3 ພັນປີ.

ມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ 08 ຮ້ອຍກວ່າອັນ, ຫໍພິພິທະພັນສະຫວັນນະເຂດ 04 ຮ້ອຍກວ່າອັນ ແລະ ຫໍວັດທະນະທຳເມືອງວິລະບູລີຫຼາຍກວ່າ 6.600 ອັນ.

____________

ຂໍ້ມູນ: Souridong Sudara

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ