ເຄືອເອັນອ່ອນ ສະໝຸນໄພເພື່ອສຸຂະພາບ

   ເຄືອເອັນອ່ອນເປັນພືດປະເພດເຄືອເລືອພາດພັນກັບຕົ້ນໄມ້ອື່ນເປັນໄມ້ເລືອຈໍາພວກເຄືອເນື້ອແຂງຊຶ່ງຮາກ, ເຄືອ ແລະໃບມີລົດຂົມໃຊ້ເປັນຢາເຢັນ ແລະໃຊ້ເປັນຢາຟອກເລືອດ, ເຄືອນຳມາຕົ້ມເປັນຢາບໍາລຸງເສັ້ນໃຫ້ແຂງແຮງ, ແກ້ເສັ້ນເອັນພິການ,ເສັ້ນແຂງ, ແກ້ອາການປວດເມື່ອຍເສັ້ນເອັນ, ແກ້ອາການປວດປວມ, ປວດເມື່ອຍຕາມຮ່າງ ກາຍ, ແກ່ນມີລົດຂົມເມົາເປັນຢາຂັບລົມໃນລຳໃສ້ ແລະໃນກະເພາະອາຫານ, ໃບ ແລະເຄືອເປັນຢາບໍາລຸງເສັ້ນເອັນ, ແກ້ອາການປວດເມື່ອຍ.

   ນອກນັ້ນເຄືອເອັນອ່ອນເປັນສະໝຸນໄພທີ່ຖືກນຳມາໃຊ້ໃນສູດຢາອົບສະໝຸນໄພເພື່ອສຸຂະພາບໂດຍໃຊ້ເປັນສ່ວນປະກອບເພີ່ມເຕີ່ມຈາກສູດຢາຫຼັກ.

----------

ຮຽບຮຽງໂດຍ: ຟ້າ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ