ວອດເມນໄດ້ຮັບ 11 ລາງວັນເອັມມີ

  ວອດເມນ (Watchmen) ຈາກຄ່າຍເອຊບີໂອ ໄດ້ຮັບ 11 ລາງວັນຈາກງານປະກາດຜົນລາງວັນເອັມມີ ຄັ້ງທີ 72 ລາງວັນກຽດຕິຍົດຂອງວົງການໂທລະພາບທີ່ທຽບເທົ່າລາງວັນອອດສະກາຂອງວົງການຮູບເງົາຈັດຂຶ້ນທີ່ລັດລອສແອງເຈລິສອາເມລິກາ ໃນວັນທີ 21 ກັນຍາ ທີ່ຜ່ານມາດ້ວຍຮູບແບບຖ່າຍທອດສົດທາງໂທລະພາບເອບີຊີ ປະສົມປະສານກັບຮູບແບບອອນລາຍ ຊຶ່ງຜູ້ທີ່ຊະນະຈະຮັບລາງວັນຈາກສະຖານທີ່ຕ່າງໆທີ່ພວກເຂົາຢູ່.

  ງານນີ້ໄດ້ຈີມມີ ຄິມເມລ ພິທີກອນດັງອາຍຸ 52 ປີ ຮັບໜ້າທີ່ພິທີກອນເທິງເວທີທີ່ມີພຽງທີມງານ ແລະດາລານັກສະແດງພຽງແຕ່ໜ້ອນດຽວເທົ່ານັ້ນ ໂດຍວອດເມນ ຊຶ່ງເຂົ້າຊີງລາງວັນຫຼາຍທີ່ສຸດເຖິງ 26 ສາຂາລາງວັນໄດ້ລາງວັນໄປ 11 ລາງວັນ ໂດຍ 11 ລາງວັນທີ່ໄດ້ໄປມີທັງລາງວັນໃຫຍ່ເຊັ່ນລາງວັນ ລິມິເຕັດ ຊີຣີດີເດັ່ນ, ລາງວັນນັກສະແດງສົມທົບຊາຍດີເດັ່ນສາຂາລິມິເຕັດຊີຣີ ຫຼື ຮູບເງົາ, ລາງວັນນັກສະແດງຍິງດີເດັ່ນສາຂາລິມິເຕັດ ຫຼື ຮູບເງົາເລື່ອງ ເຣຈິນາຄິງ, ສ່ວນລາງວັນນັກສະແດງຊາຍດີເດັ່ນສາຂາລິມິເຕັດຊີຣີ ຫຼື ຮູບເງົາໄດ້ແກ່ມາກຣັບຟາໂລຈາກເລື່ອງ I Know This Much Is True, ລາງວັນນັກສະແດງສົມທົບຍິງສາທາລິມິເຕັດຊີຣີ ຫຼື ຮູບເງົາໄດ້ແກ່ ອູໂຊ ອາດູບາຈາກMrs America.

_______

ຮຽບຮຽງໂດຍ: ແກ້ວ