ກອງປະຊຸມໃຫຍ່ສະໄໝທີ VIII ຂອງ ອພສ ເມືອງນາຊາຍທອງ

  ເມື່ອວັນທີ 23 ກັນຍາ 2020, ອົງການພຸດທະສາສະໜາສັມພັນລາວ (ອພສ) ຂັ້ນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວເມືອງນາຊາຍທອງສະໄໝທີ VIII ຂຶ້ນເພື່ອສະຫຼຸບຜົນງານ 5 ປີຜ່ານມາ ແລະວາງທິດທາງແຜນການ 5 ປີ ໃນຕໍ່ໜ້າໂດຍເປັນປະທານແມ່ນພະຫຼັກຄຳຍາທ່ານໃຫຍ່ ວັນນາ ສຸລິຍະວົງສ໌ ເຈົ້າຄະນະອົງການພຸດທະສາສະໜາສັມພັນລາວນະຄອນຫຼວງວຽງຈັນ, ທ່ານ ບຸນຊູ ພະວິເສດ ຮອງເຈົ້າເມືອງນາຊາຍທອງ, ທ່ານ ເພັດສະຫວັນ ວິມາລາວົງ ປະທານແນວລາວສ້າງຊາດເມືອງນາຊາຍທອງ,ທ່ານ ສີເພັດ ທຳມະວົງ ຮອງປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນພ້ອມຄະນະ ອພສ ເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ພະອາຈານ ຄໍາສວນ ປະຖໍາມະວົງ ເຈົ້າຄະນະອົງການພຸດທະສາສະໜາສັມພັນລາວເມືອງນາຊາຍທອງໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວເມືອງນາຊາຍ ທອງ ສະໄໝທີ VIII ຄັ້ງນີ້ແມ່ນໄດ້ ຮັບຟັງການລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ສະໄໝທີ VII ຂອງອົງການພຸດທະສາສະໜາສັມພັນລາວເມືອງນາຊາຍທອງ, ໃນນັ້ນຈະໄດ້ພ້ອມກັນສັງເກດຕີລາຄາຈຸດດີ  ແລະຈຸດອ່ອນ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ບັນຫາສາເຫດ ແລະບົດຮຽນທີ່ຖອດຖອນໄດ້ໃນໄລຍະ 5 ປີຜ່ານມາ; ຮັບຟັງການສະເໜີທິດທາງໜ້າທີ່ຂອງອົງການພຸດທະສາສະໜາສັມພັນລາວເມືອງນາຊາຍທອງສຳລັບ 5 ປີຕໍ່ໜ້າ, ອພສ ເຂດທັງ 6 ເຂດທີ່ຂຶ້ນກັບ ອພສ ເມືອງນາຊາຍທອງ.

  ນອກຈາກນັ້ນໃນກອງປະຊຸມຍັງໄດ້ຮັບຮອງເອົາການເລືອກຕັ້ງຄະນະກຳມະການບໍລິຫານງານອົງການພຸດທະສາສະໜາສັມພັນລາວເມືອງນາຊາຍທອງຊຸດໃໝ່, ໃນນັ້ນໄດ້ພະອາຈານ ຄຳສວນ ປະຖຳມະວົງ ເປັນຄະນະບໍລິຫານປະຈຳການເປັນເຈົ້າຄະນະເມືອງ, ພະອາຈານ ຂັນທອງ ສີສະຫວ່າງ ເປັນຮອງເຈົ້າຄະນະເມືອງອົງທີ 1, ພະອາຈານ ບຸນທະວີ ສີບຸນເຮືອງ ເປັນຮອງເຈົ້າຄະນະເມືອງອົງທີ  2, ພະອາຈານ ທອງເສີມ ສີບຸນເຮືອງ ເປັນຮອງເຈົ້າຄະນະເມືອງອົງທີ 3, ພະອາຈານບຸນໜາ ສີພະຈັນເປັນ ອົງທີ 4, ພະອາຈານ ສະເພົາຄຳ ວົງທະວິໄລ ແລະພະອາຈານ ຄຳພີ ສີຫາລາດ ເປັນຄະນະກຳມະການບໍລິຫານງານປະຈຳອົງການພຸດທະສາສະໜາສັມພັນລາວເມືອງນາ ຊາຍທອງ ສະໄໝທີ VIII, ພ້ອມນັ້ນຍັງໄດ້ມີພິທີມອບຫຼຽນກາ 70 ປີຂອງແນວລາວສ້າງຊາດໃຫ້ແກ່ພະສົງ 12 ອົງຜູ້ທີ່ສ້າງຜົນງານໃນໄລຍະ 5 ປີ ແລະ24 ອົງທີ່ໄດ້ຮັບໃບຍ້ອງຍໍຈາກທ່ານເຈົ້າເມືອງນາຊາຍທອງ.

--------------

ຂຽນໂດຍ: ນໍ້າເໝີຍ, ນສພ ເສດຖະກິດ-ສັງຄົມ