ເຊີນຮ່ວມງານຕະຫຼາດນັດສີນຄ້າລາຄາຖືກ ທີ່ຕະຫຼາດໄຮຄໍາ.

    ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019 ຕະຫຼາດ ໄຮຄຳຈະໄດ້ຈັດກິດຈະກຳຕ່າງໆຂຶ້ນເປັນຕົ້ນງານຕະຫຼາດນັດກາງຄືນສິນຄ້າລາຄາຖືກ ຊຶ່ງພາຍໃນງານຈະໄດ້ພົບກັບວົງດົນຕີມິ່ງເມືອງລາວ, ເຄື່ອງຫຼິ້ນເດັກນ້ອຍ, ສິນຄ້າຫຼາກຫຼາຍປະເພດ ແລະກິດຈະກຳອື່ນໆໂດຍງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-22ທັນວານີ້ ດັ່ງນັ້ນຂໍເຊີນພໍ່ຄ້າຊາວຂາຍຕະຫຼອດຮອດປະຊາຊົນພາຍໃນເຂດໃກ້-ໄກ ເຂົ້າຮ່ວມມ່ວນຊື່ນນຳກັນ.

    ທ່ານນາງສຸດທິດາ ປຣິຊາຍານ ເຈົ້າຂອງຕະຫຼາດໄຮຄຳໃຫ້ສຳພາດວ່າ:ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີ ເກົ່າ2018 ຕ້ອນຮັບປີໃໝ່ 2019 ຕະຫຼາດ ໄຮຄຳຈະໄດ້ຈັດກິດຈະກຳຕ່າງໆຂຶ້ນເປັນຕົ້ນງານຕະຫຼາດນັດກາງຄືນສິນຄ້າລາຄາຖືກ ຊຶ່ງພາຍໃນງານຈະໄດ້ພົບກັບວົງດົນຕີມິ່ງເມືອງລາວ, ເຄື່ອງຫຼິ້ນເດັກນ້ອຍ, ສິນຄ້າຫຼາກຫຼາຍປະເພດແລະກິດຈະກຳອື່ນໆໂດຍງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-22 ທັນວານີ້ທີ່ຕະຫຼາດໄຮຄຳບ້ານໄຮຄຳເມືອງໄຊເສດຖານະຄອນຫຼວງວຽງຈັນ, ມາຮອດປະຈຸບັນໄດ້ມີການກະກຽມຄວາມ ພ້ອມຫຼາຍຢ່າງສ່ວນຜູ້ຄົນເຂົ້າມາຈັບຈ່າຍຊື້-ຂາຍສິນຄ້າເຫັນວ່າມີຄວາມຄຶກຄື້ນຂື້ນຕື່ມ.

    ຕະຫຼາດໄຮຄໍາເປັນຕະຫຼາດຂາຍຍົກ-ຂາຍຍ່ອຍທີ່ໃຫຍ່ ແລະທັນສະໄໝ ໂດຍມີ ເນື້ອທີ່ກວ້າງຂວາງທີ່ສາມາດຮອງຮັບ ການຄ້າຂາຍໄດ້ຈຳນວນຫຼາຍພ້ອມທັງສ້າງໃຫ້ກາຍເປັນຕະຫຼາດຕົວແບບດ້ານ ບໍລິການຄ້າຂາຍທີ່ດີ, ຕະຫຼາດໄຮຄຳ ມີ ອາຄານ 14 ຫຼັງແບ່ງເປັນເຂດບໍລິການຄື ເຂດຂາຍຂອງກິນສຸກ, ເຂດຂາຍຊີ້ນ-ປາ-ຜັກ, ເຂດຂາຍເຄື່ອງແຫ້ງ ມີ 559 ໂຕະ, ສ່ວນຫ້ອງຂາຍເຄື່ອງມີ 288 ຫ້ອງ, ປະຈຸບັນມີຊາວຄ້າຂາຍເຂົ້າມາຈັບຈອງ ແລະຄ້າຂາຍແລ້ວ 50-60%.

    ທ່ານນາງສຸດທິດາ ປຣິຊາຍານກ່າວຕື່ມວ່າ:ສຳລັບການທົດລອງເປີດສາຍລົດເມໄອເຕັກ-ຕະຫຼາດໄຮຄຳທີ່ໄດ້ເລີ່ມເປີດແຕ່ຕົ້ນເດືອນມານີ້ເຫັນວ່າໄດ້ປະຊາຊົນເຂົ້າມາໃຊ້ບໍລິການພາຍໃນຕະຫຼາດ ໄຮຄຳຫຼາຍຂຶ້ນ ຊຶ່ງຖ້າຫາກວ່າໄດ້ເປີດ ສາຍລົດເມລະຫວ່າງໄອເຕັກ-ຕະຫຼາດ ໄຮຄຳແບບເປັນທາງການກໍຍິ່ງຈະເຮັດໃຫ້ການຈັບຈ່າຍຊື້-ຂາຍຢູ່ພາຍໃນຕະຫຼາດໄຮຄຳມີບັນຍາກາດຄຶກຄື້ນຂຶ້ນຕື່ມເນື່ອງຈາກວ່າລົດເມດັ່ງກ່າວໄດ້ແລ່ນຜ່ານບ້ານດຸງ, ນາບຽນ, ໂພນທອງ, ໂຊກ ນ້ອຍ, ຊຳເຄ້, ແສງສະຫວ່າງ, ໄຟແດງທາດຫຼວງແລະເຂົ້າສູ່ລາວ-ໄອເຕັກ.