ສຶກສາໄຊຍະ ປະກາດພະນັກງານເຂົ້າຮັບອຸດໜູນບຳນານ

  ພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໄດ້ຈັດພິທີປະກາດພະນັກງານເຂົ້າຮັບອຸດໜູນບຳນານໃນຕອນແລງວັນທີ 17 ກັນຍາ 2020 ທີ່ຫ້ອງປະຊຸມພະ ແນກສຶກສາທິການ ແລະກີລາແຂວງໄຊຍະບູລີ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ, ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ, ມີຄະນະພະແນກສຶກສາທິການ ແລະກີລາແຂວງ, ຫົວໜ້າຫ້ອງການສຶກສາ ທິການ ແລະກີລາ 11 ເມືອງ, ຕາງໜ້າພະແນກການອອ້ມຂ້າງແຂວງ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສູນ ແລະພະນັກງານພາຍໃນພະແນກເຂົ້າຮ່ວມ.

  ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີຂຶ້ນຜ່ານຂໍ້ຕົກລົງລັດຖະມົນຕີກະຊວງສຶກສາທິການ ແລະກີລາວ່າດ້ວຍການອະນຸ ມັດອອກພັກການເພື່ອຮັບອຸດໜູນບຳນານຈຳນວນ 3 ທ່ານ, ຍິງ 1 ທ່ານຄື: ເຫັນດີໃຫ້ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີອອກພັກການເພື່ອຮັບອຸດໜູນບຳນານນັບແຕ່ 1 ກໍລະກົດ 2020 ເປັນຕົ້ນໄປ, ອາຍຸກະສ່ຽນໄດ້ 61 ປີລວມປີການທັງໝົດ 37 ປີ, ທ່ານ ພັນ ດວງຕາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງອອກພັກການເພື່ອຮັບອຸດໜູນບຳນານນັບແຕ່ 1 ກໍລະກົດ 2020 ເປັນຕົ້ນໄປ, ອາຍຸກະສ່ຽນໄດ້ 62 ປີ ລວມປີການທັງໝົດ 40 ປີ, ແລະ ທ່ານນາງ ສຸກສາຄອນ ສິງສະຫວາດ ຫົວໜ້າຂະແໜງຈັດກວດກາປະເມີນຜົນອອກພັກການເພື່ອຮັບອຸດໜູນບຳນານນັບແຕ່ 1 ກໍລະກົດ 2020 ເປັນຕົ້ນໄປ, ອາຍຸກະສຽນໄດ້ 53 ປີ ລວມປີການ 31 ປີ, ຈາກນັ້ນພະນັກງານເຂົ້າເບ້ຍບຳນານໃໝ່ກໍໄດ້ຜ່ານປະຫວັດການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາພ້ອມທັງມອບໜ້າທີ່ຮັບຜິດຊອບໃຫ້ພະນັກງານສືບທອດໃນໜ່ວຍງານຂອງຕົນພ້ອມດຽວກັນນີ້ໃນພິທີກໍ່ໄດ້ມອບໃບຍ້ອງຍໍໃຫ້ກັບພະນັກງານເຂົ້າຮັບບຳເບ້ຍນານຈາກທາງກະຊວງສຶກສາທິການ ແລະກີລາ.

   ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບອຸດໜູນບຳນານທີ່ໄດ້ສຳເລັດໜ້າທີ່ວຽກງານໄດ້ເສຍສະຫຼະເຫື່ອແຮງສະຕິປັນຍາເຂົາໃນພາລະກິດປົກຮັກສາສ້າງສາປະເທດຊາດກໍ່ຄືການປະກອບສ່ວນເຂົ້າການປະຕິບັດວຽກງານທ່ານໄດ້ເໜັ້ນໜັກໃຫ້ພະນັກງານສືບທອດປ່ຽນແທນຈົ່ງເອົາໃຈໃສ່ຊີ້ນຳ-ນຳພາວຽກງານທີ່ໄດ້ມອບໝາຍໃຫ້ໄດ້ຮັບຜົນສຳເລັດ.

-----------

ໂດຍ: ນາລີ ແພງວິໄລ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ