ນະ​ຄອນ​ໄກ​ສອນພົມ​ວິ​ຫານ ຈະ​ຈັດ​ບຸນ​ປະ​ເພ​ນີອອກ​ພັນ​ສາ-ຊ່ວງເຮືອ​ປະ​ຈຳ​ປີ 2-3 ເດືອນຕຸ​ລາ 2020 ນີ້

  ໃນຕອນເຊົ້າຂອງວັນທີ 17 ກັນຍາ 2020ນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາຫລືກ່ຽວກັບການຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈຳ 2020 ຂື້ນ. ພາຍໃຕ້ເປັນປະທານຂອງ ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ໄກ ສອນພົມວິຫານ, ມີຮອງເລຂາພັກນະຄອນ, ຄະນະປະຈຳພັກ, ກຳມະການພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າການພ້ອມດ້ວຍອະນຸກຳມະການແຕ່ລະອະນຸກຳມະ ການເຂົ້າຮ່ວມ.


  ໃນກອງປະຊຸມທ່ານ ພູເງິນ ຈັນທະສອນ ຫົວໜ້າຫ້ອງວ່າການນະຄອນໄກສອນ ພົມວິການ ກໍໄດ້ຂື້ນຜ່ານຕົກຂອງທ່ານເຈົ້ານະຄອນວ່າດ້ວຍການອນແຕ່ງຕັ້ງຄະນະກຳມະການ,ອະນຸກຳມະການກະກຽມງານບຸນປະເພນີອອກພັນສາ-ຊ່ວງເຮືອ ປະຈຳປີ 2020 ພ້ອມທັງແຜນການຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອ ໂດຍຄະ ນະຮັບຜິດຊອບຈັດງານປະເພນີອອກພັນສາ-ຊ່ວງເຮືອນະຄອນ ເຊິ່ງໄດ້ຄົ້ນຄວ້າວາງແຜນການຈັດງານປະເພນີດັ່ງກ່າວຂື້ນຊຶ່ງໃນລະຫວ່າງວັນທີ 2-3ຕຸລາ2020 ທີ່ທ່າວັດໃຫຍ່ໄຊຍະພູມເພື່ອຂະນົບທຳນຽມ, ຮີດຄອງປະເພນີຂອງຊາວພຸດທີ່ເຄີຍປະຕິບັດກັນມາແຕ່ບູຮານນະການແລະໄດ້ຈັດຕັ້ງປະຕິບັດກັນມາໃນທຸກໆປີ ແລະເພື່ອເປັນການສົ່ງເສີມຂະນົບທຳນຽມ, ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຍືນຍົງຄົງຢູ່ຕະຫຼອດໄປ ແລະກາຍເປັນງານທ່ອງທ່ຽວທາງດ້ານວັດທະນະທຳ, ຮີດຄອງປະ ເພນີຂອງຊາວນະຄອນໄກສອນ ພົມວິຫານ ກໍຄືແຂວງສະຫັວນນະເຂດ, ເປັນການສົ່ງເສີມທາງດ້ານກີລາປະເພດຊ່ວງເຮືອ ແລະສີລະປະພື້ນເມືອງຂອງມວນຊົນໃຫ້ນັບມີການຂະຫຍາຍຕົວຢ່າງກ້ວາງຂວາງ ແລະ ເປັນຂະບວນຟົດຟື້ນ ແລະ ເພື່ອຊຸກດັນເສດຖະກິດຂອງສັງຄົມໃຫ້ມີການເໜັງຕີງ, ໃຫ້ສັງຄົມມີການຄ້າຂາຍສິນຄ້າ ແລະແລກປ່ຽນວັດທະນະທຳ ແລະສົ່ງເສີມການຄ້າໃຫ້ຫຼາຍຂື້ນ. ເຊີ່ງປີນີ້ຈະບໍໄດ້ຈັດໃຫຍ່ໃນທຸກໆ ປີທີ່ຜ່ານມາແຕ່ກ່ອນຊຶ່ງມີການວາງສະແດງ-ຂາຍສິນຄ້າປະເພດຕ່າງໆ, ງານຕະຫຼາດນັດຕາມເຄີຍປະຕິບັດກັນມາໃນແຕ່ລະປີເຊິ່ງປີນີ້ມີຈັດແຕ່ເຮືອປະເພນີພື້ນບ້ານ ແລະ ເຮືອຊ່ວງ9-12 ສີພາຍ ແລະ ຊຶ່ງປີນີ້ຈະບໍມີການຄົບງັນໃນແຕ່ລະປີ. ຈາກນັ້ນໃນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນເພື່ອໃຫ້ງານບຸນອອກພັນສາດັ່ງກ່າວໄປດ້ວຍດີອີກດ້ວຍ.