ຖໍ້າຫຼັກຊ້າງ ສະຖານທີ່ທ່ອງທ່ຽວທີ່ຫຼາຍຄົນອາດຍັງບໍ່ຮູ້

   ຫຼວງນໍ້າທາ ເປັນແຂວງໜຶ່ງທີ່ເຕັມໄປດ້ວຍຊັບພະຍາກອນທຳມະຊາດ ແລະຊີວະນາໆພັນອັນອຸດົມສົມບູນໂດຍສະເພາະໃນເຂດຖໍ້າຫຼັກຊ້າງໂດຍສະເພາະມີຕົ້ນໄມ້ນ້ອຍໃຫຍ່ສະຫຼັບຊັບຊ້ອນພ້ອມຍັງຊ່ວຍເພີ່ມຄວາມຂຽວສົດງົດງາມຢູ່ຕາມເປີ້ນພູຈົນສຸດສາຍຕາ ແລະໄດ້ກາຍເປັນສະເໜ່ຢ່າງໜຶ່ງຂອງການທ່ອງທ່ຽວໃນແຂວງດັ່ງກ່າວ.

  ຖໍ້າຫຼັກຊ້າງ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດຂອງແຂວງຫຼວງນໍ້າທາເປັນຖໍ້າທີ່ກວ້າງ, ຍາວປະມານ 400 ແມັດ ແລະເຂົ້າໄປໃນຖໍ້າຈະມີທາງອອກຕ່າງຫາກ (ຢູ່ຫ່າງຈາກຖໍ້ານໍ້າກຸດປະມານ 100 ແມັດ),ຄໍາວ່າ “ຫຼັກຊ້າງ” ໃນຖໍ້າຈະມີເສົາຫີນ 2 ອັນຕັ້ງຂຶ້ນ ແລະຄົນບູຮານສະໄໝແຕ່ກີ້ຈະມັກເອົາຊ້າງໄປມັດໄວ້ຢູ່ເສົາຫີນໃນຖໍ້າ, ດັ່ງນັ້ນຈຶ່ງເອີ້ນວ່າ: “ຖໍ້າຫຼັກຊ້າງ”.

   ພາຍໃນຖໍ້າຫຼັກຊ້າງຈະມີສິ່ງທີ່ສວຍງາມ ແລະປະທັບໃຈເຊັ່ນ: ມີສີເຫຼື້ອມຄືເພັດ ແລະຄຳສະທ້ອນອອກມາຈາກກ້ອນຫີນ ແລະຍັງມີຮູບຄ້າຍຄືນໍ້າແຂງຢອດຕົກລົງມາຄືລັກສະນະນໍ້າຕົກຕາດ, ໃນບໍລິເວນຖໍ້າດັ່ງກ່າວຍັງມີຖໍ້ານໍ້າກຸດ, ນໍ້າຕົກຕາດ ແລະ ບ້ານເຜົ່າກຶມມຸຈະຢູ່ສະຖານທີ່ບ່ອນດຽວກັນແຫຼ່ງທ່ອງທ່ຽວເຫຼົ່ານີ້ຈະຢູ່ຕິດກັບເສັ້ນ ທາງລົດ, ຊຶ່ງຈະຂີ່ລົດ ຫຼືຍ່າງປ່າກໍ່ໄດ້.