ບໍລິຄຳໄຊ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VII

 ໃນທ່າມກາງບັນຍາກາດທົ່ວພັກ, ທົວກຳລັງປະກອບອາວຸດ ແລະທົ່ວປວງຊົນທັງຊາດໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວ ແຂວງບໍລິຄຳໄຊ ພວມຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ X ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງບໍລິຄຳໄຊ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຢ່າງຕັ້ງໜ້າກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ກັນຍານີ້ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນ ກາງພັກເລຂາຄະນະບໍລິຫານງານພັກແຂວງ, ມີຜູ້ແທນສົມບູນ 237 ສະຫາຍ, ຍິງ 26 ສະຫາຍ ເປັນຕົວແທນໃຫ້ແກ່ສຳມະຊິກພັກທົ່ວແຂວງ 13.467 ສະຫາຍ, ຍິງ 3.295 ສະຫາຍ ແລະແຂກຖືກເຊີນຈາກສູນກາງ ແລະທ້ອງຖິ່ນເຂົ້າຮ່ວມພ້ອມນີ້ກອງປະຊຸມຍັງໄດ້ເປັນກຽດຕ້ອນຮັບສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກ.

   ໃນກອງປະຊຸມ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານການຊີ້ນຳ-ນຳພາ ຂອງອົງຄະ ນະພັກແຂວງບໍລິຄຳໄຊ ຕະຫຼອດໄລຍະ 5 ປີ ຜ່ານມາເຖິງວ່າແຂວງບໍລິຄຳໄຊໄດ້ຜົນກະທົບຈາກໄພພິບັດທໍາມະຊາດຮ້າຍແຮງປີ 2017-2019 ການແຜ່ລະບາດຂອງພະຍາດສັດອະຫິວາໝູອາຟິກກາ ແລະ ຜົນກະທົບຕໍ່ເສດຖະກິດຂອງການລະບາດໂຄວິດ 19, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການພັດ ທະນາເສດຖະກິດຂອງ ແຂວງບໍລິຄໍາໄຊແຕ່ພາຍໃຕ້ການນໍາພາຊີ້ນຳຂອງຄະນະບໍລິຫານງານພັກແຂວງໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຊຸດທີ VI ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV 2016-2020 ແຂວງບໍລິຄຳໄຊ ໄດ້ສູມໃສ່ການແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ ເຂົ້າສູ່ວຽກ ງານຕົວຈິງຢູ່ແຕ່ລະຂະແໜງການ ແລະ ໄດ້ເຮັດໃຫ້ແຂວງ ໄດ້ມີຄວາມສະຫງົບໂດຍພື້ນຖານ ແລະໜັກແໜ້ນ,ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນອັດຕາສະເລ່ຍ 6,5% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸ 5.878 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 18.336.343 ກີບ ເທົ່າກັບ 2.060 ໂດລາ ໂຄງປະກອບເສດຖະກິດ: ຂະແໜງກະສິກໍາກວມ 26%, ອຸດສາຫະກໍາ 48,9% ແລະການບໍລິການ 25,1% ຂອງ GPP; ການລົງທຶນບັນລຸ 7.914 ຕື້ກີບ ກວມ 29,8% ຂອງລວມຍອດຜະລິດຕະພັນພາຍໃນ 5 ປີ ການຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນທີ່ວາງໄວ້, ການຜະລິດສະບຽງອາຫານເຮັດໃຫ້ແຂວງສາມາດ ກຸ້ມຕົນເອງດ້ານສະບຽງອາຫານໄດ້ໂດຍ ພື້ນຖານ, ຫຼຸດຜ່ອນການນໍາເຂົ້າ ແລະ ມີ ຜົນຜະລິດສົ່ງອອກ, ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າໄດ້ຂະຫຍາຍຕົວຢ່າງກວ້າງຂວາງສີ່ງທີ່ພົ້ນເດັ່ນແມ່ນກຸ່ມປູກຜັກອິນຊີບ້ານຫົວນາເມືອງບໍລິຄັນ, ກໍາຈັດການຖາງປ່າເຮັດໄຮ່ແບບເລື່ອນລອຍຢ່າງເຂັ້ມງວດ, ສ້າງໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາ,ຄຸ້ມຄອງແຫຼ່ງນໍ້າ,ຟື້ນຟູແລະພັດທະນາປ່າໄມ້ໃຫ້ມີຄວາມສົມດຸນ,ທົ່ວແຂວງມີເນື້ອທີ່ປົກຫຸ້ມຂອງປ່າໄມ້ກວມ 70,41%,ສົ່ງເສີມການປູກ-ການລ້ຽງ ແລະການປະມົງແບບທໍາມະຊາດຫັນໄປສູ່ການນໍາໃຊ້ເຕັກນິກວິທະຍາສາດ ແລະຫັນເປັນກຸ່ມ, ເປັນຟາມສາມາດສະໜອງຊີ້ນ, ປາ ແລະໄຂ່ເພື່ອບໍ ລິໂພກໄດ້ເປັນຢ່າງດີສະເລ່ຍ 52,4 ກິໂລຕໍ່ຄົນຕໍ່ປີ, ໂຮງງານອຸດສາຫະກຳ, ຫັດຖະກຳປຸງແຕ່ງເພີ່ມຂຶ້ນ 15,4% ທຽບໃສ່ປີ 2015, ທົ່ວແຂວງໄດ້ມີລະບົບໄຟຟ້າ, ການຄົມມະນາຄົມ ແລະການບໍລິການໂທລະຄົມໄດ້ເຂົ້າເຖິງປະຊາຊົນຢູ່ຂັ້ນຮາກຖານຢ່າງທົ່ວເຖິງ, ການຈັດເກັບລາຍຮັບເຂົ້າງົບປະມານພູດສູນກາງປະຕິບັດໄດ້ 2.650 ຕື້ກີບ ເທົ່າກັບ 103,43%; ພູດຂອງແຂວງປະຕິບັດໄດ້ 956 ຕື້ກີບ, ເທົ່າກັບ 94,19% ຂອງແຜນການ.

   ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກໍ່ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຫຼາຍຮູບການ ແລະນໍາພາ-ຊິ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍໂດຍການປັບປຸງລະບົບການເມືອງຢູ່ຮາກຖານຢ່າງໜັກແໜ້ນ, ຈັດສັນເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນບ້ານໃຈ ກາງພັດທະນາ ແລະກາຍເປັນສີສັນຕົວເມືອງນ້ອຍໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕາມດໍາລັດເລກທີ 309/ນຍ ໃນປີ 2018 ທົ່ວແຂວງມີຄອບຄົວພົ້ນທຸກກວມ 98,2%, ບ້ານພົ້ນທຸກກວມ 89% ແລະ ເມືອງພົ້ນທຸກ 6 ເມືອງ; ມີຄອບຄົວພັດທະນາ 86,73%, ບ້ານພັດທະນາກວມ 70,44%, ຜົນປະເມີນ ປີ 2019 ຕາມດໍາລັດ 348/ນຍ ມີຄອບຄົວພົ້ນທຸກກວມ 93,2%, ບ້ານພົ້ນທຸກກວມ 84,48%,ເມືອງພົ້ນທຸກ 5 ເມືອງ ແລະມີຄອບຄົວພັດທະນາ 87%,ບ້ານພັດທະນາກວມ 73,54%, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃນ 5 ດ້ານ ມີເມືອງບັນລຸ 4 ດ້ານ ມີ 5 ເມືອງ ຄື: ເມືອງປາກຊັນ, ທ່າພະບາດ, ປາກກະດິງ, ບໍລິຄັນ ແລະຄໍາເກີດ; ເມືອງ ທີ່ບັນລຸເງື່ອນໄຂ 3 ດ້ານ ມີ 2 ເມືອງຄື: ເມືອງໄຊຈໍາພອນ ແລະວຽງທອງ, ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ ໃນທົ່ວແຂວງທັງໝົດ 291 ບ້ານ, ມີບ້ານ ບັນລຸ 4 ດ້ານ 148 ບ້ານ; ບັນລຸ 3 ດ້ານ 26 ບ້ານ, ບັນລຸ 2 ດ້ານ 57 ບ້ານ, ບັນລຸ 1 ດ້ານ 30 ບ້ານ ແລະບ້ານບໍ່ບັນລຸທັງ 4 ດ້ານມີ 30 ບ້ານ, ໄດ້ປັບປຸງການສຶກສາໃຫ້ມີຄຸນນະພາບດີຂຶ້ນ,ປະຕິບັດຕົວຊີ້ວັດເປົ້າໝາຍສະຫັດສະຫວັດຫຼາຍດ້ານບັນລຸຕາມຄາດໝາຍ;ໄດ້ຮັບຮອງເປັນແຂວງຈົບມັດທະຍົມຕົ້ນ,ຕາໜ່າງສາທາລະນະສຸກໄດ້ຂະຫຍາຍປົກຄູມ 100%,ສ້າງບ້ານແບບຢ່າງດ້ານສາທາລະນະສຸກກວມ 93,8%, ປັບປຸງຍົກລະດັບວິທະຍຸ, ໂທລະພາບ, ໜັງສືພີມ, ເວບໄຊ໌ ໃຫ້ມີຄຸນນະພາບດີຂຶ້ນ, ມີບ້ານວັດທະນະທໍາ ກວມ 91,06% ແລະຄອບຄົວ ກວມ 84,62% ເອົາໃຈໃສ່ປັບປຸງ ແລະພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະທໍາທີ່ມີການບໍລິການອະນຸລັກ ແລະປະຊາຊົນມີສ່ວນຮ່ວມ ແລະຮັບຮອງວັດພະບາດໂພນສັນເປັນມໍລະດົກຂອງແຂວງ.

------------------------------------------------------------

_________

#ຫນັງສືພິມເສດຖະກິດສັງຄົມ