ພາຍຸໂນອຶນສ້າງຄວາມເສຍຫາຍໃຫ້ແກ່ເມືອງກະລຶມເກືອບ 2 ຕື້ກີບ

  ນັກຂ່າວເມືອງກະລຶມແຂວງເຊກອງລາຍງານວ່າ: ຫລັງພາຍຸໂນອຶນພັດຜ່ານເມືອງໃນວັນທີ 18-20 ກັນຍາ ນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊິວິດ, ທີ່ຢູ່ອາໄສຂອງປະຊາຊົນ ແລະພື້ນຖານໂຄງລ່າງຫລາຍສົມຄວນໂດຍສະເພາະຢູ່ 10 ບ້ານລຽບຊາຍແດນລາວ-ຫວຽດນາມ ທີ່ໄດ້ຮັບຜົນກະທົບໜັກໜ່ວງຄືລະບົບເສັ້ນທາງຄົມມະນາຄົມ, ຂົວ,ເນື້ອທີ່ການຜະລິດ,ເຮືອນ ແລະປະຊາຊົນບ້ານໂກຣ 1 ຄົນຖືກນໍ້າຫ້ວຍອາຣາງ ຊັດໄຫລສູນຫາຍ.ຂະນະທີ່ປັດຈຸບັນ, ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາຢ່າງຕໍ່ເນື່ອງ.

  ທ່ານ ວັນໄຊ ຈັນທະຍັບ ຫົວໜ້າຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງກະລຶມ,ຮອງປະທານຄະນະກຳມະການປ້ອງກັນ ແລະຄອບຄຸມໄພພິບັດເມືອງລາຍງານໃນວັນທີ 22 ກັນຍາ ນີ້ວ່າ: ວັນທີ 18-20 ກັນຍາ ເກີດຝົນຕົກໜັກຕິດຕໍ່ກັນກໍ່ໃຫ້ເກີດເຫດການນໍ້າໄຫລຊຸ, ນໍ້າຫລາຍສາຍເພີ່ມຂຶ້ນກະທັນຫັນ ແລະໄຫລຖ້ວມທັງຊຸເອົາເຮືອນ, ການຜະລິດ ແລະ ເສັ້ນທາງຄົມມະນາຄົມເສຍຫາຍຢ່າງຫລວງຫລາຍໂດຍສະເພາະຢູ່ບັນດາບ້າເຂດຊາຍແດນລາວ-ຫວຽດນາມ. ແນວໃດກໍ່ດີ, ດັ່ງນັ້ນອົງການປົກຄອງເມືອງ ແລະຄະນະກຳມະການ ຄພບ ເມືອງໄດ້ແຕ່ງຕັ້ງພະນັກງານໄປຊ່ວຍເຫລືອປະຊາຊົນທີ່ຖືກກະທົບທັງເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ຊຶ່ງພົບວ່າ: ປະຊາຊົນບ້ານໂກຣ ຖືກນໍ້າຫວຍອາຣາງ ຊັດໄຫລສູນຫາຍ 1 ຄົນ. ຂະນະທີ່ນໍ້າຫ້ວຍປະຍາງໄຫລເຂົ້າຖ້ວມ ແລະຊຸເຮືອນປະຊາຊົນ ບ້ານປະນອນ ໄຫລ 2 ຫລັງ, ຖຽງນາ 5 ຫລັງ, ເຮືອນເພ 5 ຫລັງ, 22 ຄອບຄົວ ແລະປະຊາຊົນເດືອດຮ້ອນ 120 ຄົນ, ຍິງ 45 ຄົນ. ນອກນີ້ເຫດການດັ່ງກ່າວຍັງກະທົບຕໍ່ການຜະລິດໂດຍສະເພາະເນື້ອທີ່ນາເສຍຫາຍ 7 ເຮັກຕາ, ຊົນລະປະທານ 12 ແຫ່ງ, ນໍ້າລິນ 1 ບໍ່, ໂຮງຮຽນ 1 ຫລັງລວມມູນຄ່າເສຍຫາຍ 1,9 ຕື້ກວ່າກີບ. ຂະນະທີ່ຂົວຫ້ວຍອາຈິງ, ຫ້ວຍອາຣາງ ບ້ານໂກຣແຕກ ແລະຫັກ, ຂົວບ້ານຕະລ໋ອງເພ ແລະເສັ້ນທາງ 7511 ແຕ່ເມືອງຫາບ້ານໂກຣ ຖືກດິນເຊາະເຈື່ອນຖົມຊຶ່ງບໍ່ສາມາດສັນຈອນທາງລົດໄດ້.

  ແນວໃດກໍ່ດີຈາກເຫດການດັ່ງກ່າວ, ຄະນະກຳມະການປ້ອງກັນ ແລະຄອບຄຸມໄພພິບັດເມືອງກະລຶມຮ່ວມກັບອົງການປົກຄອງທຸກຂັ້ນໄດ້ວາງແຜນຟື້ນຟູຫລັງໄພພິບັດ ແລະໄດ້ເຂົ້າໄປຊ່ວຍເຫລືອປະຊາຊົນທີ່ຖືກກະທົບຢ່າງເລັ່ງດ່ວນເພື່ອປົວແປງສະພາບຈິດໃຈໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

----------------

ຂ່າວ: ອັດສະວິນ ແສງສີຈັນ ຂປລ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ