ເຂດພັດທະນາກວມລວມໄຊເຊດຖາ ສາມາດສ້າງວຽກເຮັດງານທໍາໄດ້ 1.500 ຄົນ

  ໃນວັນທີ 23 ກັນຍາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ຂຽງຄຳ ພຸດຈັນທະວົງສາ ຮອງອຳນວຍການບໍລິສັດ ຮ່ວມລົງທຶນລາວ-ຈີນ ເຂດພັດທະນາກວມລວມໄຊເຊດຖາ ໄດ້ໃຫ້ສຳພາດມີບາງຕອນສຳຄັນວ່າ: ປັດຈຸບັນ, ໂຄງການພັດທະນາກວມລວມໄຊເຊດຖາ ສໍາເລັດການລົງທຶນ 1,2 ຕື້ໂດລາສະຫະລັດ. ໃນນັ້ນ, ມີການລົງ ທຶນດ້ານພື້ນຖານໂຄງລ່າງ 530 ລ້ານໂດລະສະຫະລັດ,ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນໃນເຂດລວມທັງໝົດ 82 ຫົວໜ່ວຍ ແລະ ເປັນວິສາຫະ ກິດທີ່ມາຈາກ 7 ປະເທດ ໃນພາກພື້ນທົ່ວໂລກ, ສາມາດສ້າງວຽກເຮັດງານທໍາໄດ້ 1.500 ຄົນ ໃນນັ້ນຄົນລາວ ກວມ 80% ແລະ ໃນທ້າຍປີນີ້ຈະເພີ່ມຂຶ້ນອີກຫລາຍກວ່າ 5.000 ກວ່າຄົນ.

  ການພັດທະນາຂອງໂຄງການແມ່ນຈັດຕັ້ງປະຕິບັດຕາມແຜນທິດສະດີພັດທະນາສຸມໃສ່ການພັດທະນາຂະແໜງການອຸດສາຫະກໍາພັດທະນາເປັນຕົວເມືອງແບບກົມ ກຽວກັນ, ໂດຍການແບ່ງວຽກງານກໍ່ສ້າງອອກເປັນ 3 ໄລຍະໃນການພັດທະນາ. ໄລຍະທີ 1 ແມ່ນສຸມໃສ່ໃນການພັດທະນາໃນຂະແໜງການອຸດສາຫະກໍາ, ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແໜງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໃສ, ເຂດທ່ອງທ່ຽວ ແລະຈະພະຍາຍາມສ້າງເປັນຕົວເມືອງໃໝ່ຂອງນະຄອນຫລວງວຽງ ຈັນ. ໃນປັດຈຸບັນ, ທາງໂຄງການໄດ້ສໍາເລັດການພັດທະນາພື້ນຖານໂຄງລ່າງກວມເອົາເນື້ອທີ່ 400 ເຮັກຕາ, ລວມທັງຜົນສໍາເລັດການກໍ່ສ້າງໃນໄລຍະທີ 1 ເຊັ່ນ: ບັນ ດາເສັ້ນທາງເຊື່ອນຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກິໂລວັດ. ສໍາເລັດການກໍ່ສ້າງໂຮງງານມາດຕະຖານ ໂດຍມີເນື້ອທີ່ 80.000 ຕາແມັດ, ສໍາເລັດການກໍ່ສ້າງຕຶກຫໍພັກພະນັກງານເພື່ອຮັບຮອງ ແລະ ສາມາດຕອບສະໜອງການບໍລິການພື້ນຖານຄວາມຕ້ອງການດ້ານການບໍລິການໃຫ້ບັນດາວິສາ ຫະກິດຕ່າງໆໃນເຂດ. ເຊິ່ງໃນປັດຈຸບັນ, ໂຄງການເຂດພັດທະນາພວກເຮົາກໍາລັງດໍາເນີນວຽກງານການພັດທະນາໂຄງການໃນໄລຍະທີ 2 ແລະ 3 ຄື: ການກໍ່ສ້າງພື້ນ ຖານໂຄງລ່າງ ແລະການກໍ່ສ້າງເຂດລິເລີ່ມຕົວເມືອງໃໝ່.

  ທ່ານ ຂຽງຄຳ ພຸດຈັນທະວົງສາ ໃຫ້ຮູ້ຕື່ມວ່າ: ເຂດພັດທະນາກວມລວມໄຊເຊດຖາຕັ້ງຢູ່ໃຈການເມືອງຂອງນະຄອນຫລວງວຽງຈັນ,ເຊິ່ງກວມເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ. ເປັນໂຄງການທີ່ກຸ່ມບໍລິສັດກໍ່ສ້າງ ແລະລົງທຶນ ແຂວງຢູນານ ຫຸ້ນສ່ວນຈໍາກັດກັບອົງການນະຄອນຫລວງວຽງຈັນ ຮ່ວມທຶນກັນສ້າງຕັ້ງຂຶ້ນ ແລະເປັນໂຄງການຮ່ວມມືລະດັບປະເທດທີ່ສອງລັດຖະບານລາວ-ຈີນ ໄດ້ຮັບຮູ້ຮ່ວມກັນ, ຍັງເປັນເຂດເສດຖະກິດການຄ້າຕ່າງປະເທດໜຶ່ງດຽວຂອງຈີນຢູ່ໃນ ສປປ ລາວ. ປັດຈຸບັນ, ເຂດພັດທະນາກວມລວມໄຊເຊດຖາ ເປັນເຂດໜຶ່ງທີ່ເປັນແຫລ່ງດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ໃນປະເທດລາວຂອງພວກເຮົາໃຫ້ນັບມື້ນັບຫລາຍຂຶ້ນ, ໂດຍມີຫລາຍຫົວໜ່ວຍທີ່ເຂົ້າມາລົງທຶນແລ້ວ ຄື: ບໍລິສັດໂຮຢາ ຂອງຍີ່ປຸ່ນ, ບໍລິສັດ ເປໂຕຣ ເຄມີລາວ ຈໍາກັດ, ບໍລິສັດຢາສູບ ລາວ-ຈີນ, ບໍລິສັດ ຄວາມຫວັງໃໝ່, ບໍລິສັດ ໂກເດີນ ລາວ ແລະບໍລິສັດອື່ນໆ ທີ່ມີຊື່ສຽງໃນພາກພື້ນ ແລະໄດ້ສ້າງເງື່ອນໄຂໜຶ່ງໃນການພັດທະນາໃຫ້ວຽກງານຂະແໜງອຸດສາຫະກໍາຂອງ ສປປ ລາວ ໃຫ້ມີຄວາມອຸດົມສົມບູນຂຶ້ນກວ່າເກົ່າ.

---------------

ຂ່າວ: ສົມຫວັງ ພາບ: ອ່າຍຄຳ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ